ຢາສູບໄຟຟ້າລະເບີດ ເຮັດໃຫ້ຊາຍໜຸ່ມເສຍຊີວິດຄາທີ່ ເຫດເກີດຂຶ້ນຢູ່ປະເທດໄທ
ວັນທີ 22 ຕຸລາ 2025 ສໍານັກຂ່າວ Matichon ຂອງໄທລາຍງານວ່າ: ເກີດເຫດເສົ້າສະຫລົດ ຊາຍອາຍຸ 47 ປີ ເປັນພະນັກງານຂັບລົດກູ້ໄພຂອງ ອບຕ ນາຄຳໄຮ ເສຍຊີວິດຢູ່ແຄມຫ້ວຍ ບໍລິເວນຝາຍນໍ້າລົ້ນບ້ານຫີນລັບ ຕໍາບົນນາຄໍາໄຮ ອໍາເພີເມືອງ ຈັງຫວັດໜອງບົວລໍພູ ປະເທດໄທ ໃນວັນທີ 18 ຕຸລາທີ່ຜ່ານມາ.
ຜົນກວດສອບສະຖານທີ່ເກີດເຫດເບື້ອງຕົ້ນຂອງເຈົ້າໜ້າທີ່ ພົບຮອຍບາດແຜເປີດຢູ່ບໍລິເວນປາກ, ມືຊ້າຍ ແລະ ໜ້າເອິກເບື້ອງຊ້າຍກວ້າງປະມານ 3 ຊັງຕີແມັດ ພ້ອມກັບມີຮອຍເລືອດຈຳນວນຫລາຍຢູ່ບໍລິເວນດັ່ງກ່າວ, ແຕ່ບໍ່ມີຮ່ອງຮອຍການຕໍ່ສູ້ ຫລື ການທຳຮ້າຍ ແລະ ໃກ້ກັນພົບລົດຈັກຂອງຜູ້ເສຍຊີວິດ.
ຈາກການສັນນະສູດສົບຜູ້ເສຍຊີວິດ ພົບຊິ້ນສ່ວນໂລຫະຝັງຢູ່ໃນໜ້າເອິກ 3 ຊິ້ນ ພ້ອມທັງຮ່ອງຮອຍຂີ້ເຖົ່າດຳຢູ່ໃນໂຜ້ງປາກ ແລະ ມືຊ້າຍ ໂດຍແພດໄດ້ສະຫລຸບສາເຫດການເສຍຊີວິດແມ່ນເກີດຈາກແຮງລະເບີດຂອງຢາສູບໄຟຟ້າ ຈົນເຮັດໃຫ້ປອດ ແລະ ຫົວໃຈໄດ້ຮັບຄວາມເສຍຫາຍຢ່າງຮຸນແຮງ ແລະ ເສຍຊີວິດ.
ຜູ້ເຫັນເຫດການໃຫ້ຮູ້ວ່າ: ໄດ້ຍິນສຽງລະເບີດດັງ ແລະ ເຫັນຄວັນໄຟລອຍຂຶ້ນຈາກຈຸດເກີດເຫດ ເມື່ອໄປເບິ່ງກໍພົບວ່າຜູ້ກ່ຽວໄດ້ເສຍຊີວິດແລ້ວ.
ເຫດການນີ້ ເປັນອຸທາຫອນໃຫ້ແກ່ຜູ້ທີ່ໃຊ້ຢາສູບໄຟຟ້າໃຫ້ລະມັດລະວັງ ຖ້າເກີດລະເບີດຂຶ້ນມາຈະເຮັດໃຫ້ບາດເຈັບ ຫລື ພິການໄດ້ ຖ້າຮ້າຍແຮງອາດເຮັດໃຫ້ເຖິງຂັ້ນເສຍຊີວິດຄືດັ່ງກໍລະນີນີ້ກໍ່ເປັນໄດ້.
