ລັດຖະບານຍີ່ປຸ່ນ ຊ່ວຍເຫລືອໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ ມູນຄ່າ 649 ລ້ານເຢນ ຫລື ປະມານ 94 ຕື້ກວ່າກີບ

ວັນທີ 22 ຕຸລາ 2025 ທີ່ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມເອກະສານແລກປ່ຽນ ສໍາລັບໂຄງການຊ່ວຍເຫລືອຈາກລັດຖະບານຍີ່ປຸ່ນ ໃນໂຄງການປັບປຸງຂໍ້ມູນຂ່າວສານທາງດ້ານພູມສາດ (The Economic and Social Development Programme (Geospatial Data Platform) ມູນຄ່າ 649 ລ້ານເຢນ (ປະມານ 4,3 ລ້ານໂດລາສະຫະລັດ), ຕາງໜ້າລັດຖະບານລາວ ລົງນາມໂດຍ ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ຕາງໜ້າລັດຖະບານຍີ່ປຸ່ນໂດຍ ທ່ານ ໂຄອິຊຸມິ ຊຶໂຕມຸ (Mr. KOIZUMI Tsutomu), ເອກອັກຄະຣາຊະທູດ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ, ແລະ ພາກສ່ວນທີ່ກ່ຽວຂ້ອງ ທັງສອງຝ່າຍຍີ່ປຸ່ນ ແລະ ລາວ ເຂົ້າຮ່ວມ.

ໂຄງການຊ່ວຍເຫລືອດັ່ງກ່າວ ແມ່ນການສະໜັບສະໜູນເປົ້າໝາຍແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ (NSEDP) ຂອງ ສປປ ລາວ ຜ່ານການພັດທະນາໂຄງສ້າງພື້ນຖານພູມສາດທີ່ທັນສະໄໝ, ສອດຄ່ອງກັບການຈັດການທີ່ດິນຢ່າງຍືນຍົງ, ການພັດທະນາພື້ນຖານໂຄງລ່າງ ແລະ ຄວາມສາມາດໃນການຮັບມືໄພພິບັດທໍາມະຊາດ, ເຊິ່ງຈະມີການຈັດສ້າງແຜນທີ່ໄພພິບັດໃນພື້ນທີ່ ທີ່ເປັນເປົ້າໝາຍ ໂດຍນໍາໃຊ້ເຕັກໂນໂລຊີດ້ວຍການກວດຈັບການປ່ຽນແປງຜ່ານດາວທຽມ, ເພື່ອສາມາດລະບຸການປ່ຽນແປງດ້ານພູມສັນຖານ ແລະ ເຂດສ່ຽງໄພໄດ້ຢ່າງວ່ອງໄວ.

ທ່ານຮອງລັດຖະມົນຕີ ຟອງສະໝຸດ ອັ່ນລາວັນ ໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໄດ້ໃຫ້ການຮ່ວມມືຊ່ວຍເຫລືອ ສປປ ລາວ ໃນຄັ້ງນີ້ ກໍຄື ການສະໜັບສະໜູນ ແລະ ຮ່ວມມືຊ່ວຍເຫລືອ ສປປ ລາວ ຕະຫລອດໄລຍະ 7 ທົດສະວັດ ທີ່ຜ່ານມາ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາໃຊ້ການຊ່ວຍເຫລືອທີ່ມີຄວາມສຳຄັນນີ້ດ້ວຍຄວາມຮັບຜິດຊອບສູງ, ໂປ່ງໃສ ແລະ ມີປະສິດທິຜົນສູງ ເພື່ອນຳເອົາຜົນປະໂຫຍດສູງສຸດມາສູ່ປະຊາຊົນລາວ, ພ້ອມທັງສະແດງຄວາມຫວັງວ່າ ລັດຖະບານຍີ່ປຸ່ນ ຈະສືບຕໍ່ໃຫ້ການຮ່ວມມືຢ່າງຕໍ່ເນື່ອງໃນຊຸມປີຕໍ່ໜ້າ, ເຊິ່ງການຊ່ວຍເຫລືອຄັ້ງນີ້ ແມ່ນມີຄວາມສໍາຄັນເປັນຢ່າງຍິ່ງ ແລະ ການລົງນາມເອກະສານແລກປ່ຽນດັ່ງກ່າວໄດ້ມີຂຶ້ນ ໃນບັນຍາກາດຂອງການສະເຫຼີມສະຫຼອງສາຍພົວພັນທາງການທູດ ລາວ-ຍີ່ປຸ່ນ ຄົບຮອບ 70 ປີ ໃນປີ 2025 ນີ້ ແລະ ຄົບຮອບ 60 ປີ ທີ່ລັດຖະບານຍີ່ປຸ່ນ ໄດ້ສົ່ງອາສາສະໝັກ ມາປະຕິບັດໜ້າທີ່ ຢູ່ ສປປ ລາວ.

ໃນໂອກາດດຽວກັນ, ທ່ານ ເອກອັກຄະຣາຊະທູດ ໂຄອິຊຸມິ ຊຶໂຕມຸ ກໍໄດ້ສະແດງຄວາມໝາຍໝັ້ນວ່າ ຈະສືບຕໍ່ເຮັດວຽກຮ່ວມກັບຝ່າຍລາວຢ່າງໃກ້ຊິດ ເພື່ອສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ກໍຄື ຜັນຂະຫຍາຍການເປັນຄູ່ຮ່ວມຍຸດທະສາດຮອບດ້ານ ຍີ່ປຸ່ນ-ລາວ ໃຫ້ໄດ້ຮັບການພັດທະນາຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດສູງສຸດ ມາສູ່ປະຊາຊົນສອງຊາດ ຍີ່ປຸ່ນ ແລະ ລາວ ໃນຕໍ່ໜ້າ.