ຕາທຽມທີ່ແພງທີ່ສຸດໃນໂລກ! ໜຸ່ມອາເມລິກາຝັງເພັດ 2 ກະລັດ ໃນໜ່ວຍຕາທຽມ
ສື່ຕ່າງປະເທດໄດ້ລາຍງານກໍລະນີທີ່ສ້າງຄວາມຕື່ນເຕັ້ນໃນວົງການແຟຊັນ ແລະ ການແພດ, ເມື່ອຊາຍສັນຊາດອາເມລິກາຊື່: ສະເລເຕີ ໂຈນສ໌ (Slater Jones), ເຈົ້າຂອງຮ້ານເຄື່ອງປະດັບຈາກລັດແອລະແບມາ ໄດ້ຕັດສິນໃຈສ້າງໜ່ວຍຕາທຽມທີ່ຫລູຫລາ ໂດຍການຝັງເພັດແທ້ຂະໜາດ 2 ກະລັດ ໄວ້ໃນໜ່ວຍຕາທຽມ ເພື່ອໃຊ້ແທນດວງຕາເບື້ອງທີ່ສູນເສຍໄປຈາກອາການປ່ວຍ.
ໂຈນສ໌ ໄດ້ເປີດເຜີຍວ່າ ລາວໄດ້ຮ່ວມມືກັບ ຈອນ ອິມມ໌ (John Imm), ຜູ້ຊ່ຽວຊານດ້ານອະໄວຍະວະທຽມ ເພື່ອອອກແບບໜ່ວຍຕາພິເສດ ທີ່ຝັງເພັດໄວ້ໃນກາງຂອງໜ່ວຍຕາທຽມ ທີ່ເມື່ອໃດ ຖືກແສງແລ້ວຈະສະທ້ອນປະກາຍແວວວາວຄືກັບອັນຍະມະນີແທ້. ໂດຍຜູ້ຊ່ຽວຊານໄດ້ລະບຸວ່າ ຈາກປະສົບການ ການເຮັດວຽກທີ່ 30,000 ອັນ, ໜ່ວຍຕາຊິ້ນນີ້ ຖືເປັນຜົນງານທີ່ມີ “ມູນຄ່າສູງທີ່ສຸດ” ເທົ່າທີ່ເຄີຍຜະລິດມາ.
ຫລັງຈາກເປີດຕົວ ໂຈນສ໌ ໄດ້ຮັບຄວາມສົນໃຈໃນໂລກອອນລາຍ, ຫລາຍຄົນໄດ້ຊົມເຊີຍຄວາມຄິດສ້າງສັນ ແລະ ຄວາມກ້າຫານທີ່ປະສົມປະສານແຟຊັນ ເຂົ້າກັບເທັກໂນໂລຢີທາງການແພດ, ໃນຂະນະທີ່ບາງສ່ວນໄດ້ສະແດງຄວາມກັງວົນກ່ຽວກັບຄວາມປອດໄພ ແລະ ຜົນກະທົບໃນໄລຍະຍາວ.
ໂຈນສ໌ ກ່າວວ່າ: ເປົ້າໝາຍຂອງລາວບໍ່ແມ່ນພຽງແຕ່ຄວາມສວຍງາມເທົ່ານັ້ນ, ແຕ່ຍັງຕ້ອງການສ້າງແຮງບັນດານໃຈໃຫ້ຜູ້ທີ່ສູນເສຍອະໄວຍະວະໄດ້ເຫັນວ່າ “ເຖິງແມ່ນວ່າຮ່າງກາຍຈະບໍ່ສົມບູນ, ກໍຍັງສາມາດສ່ອງແສງໄດ້ໃນແບບຂອງຕົນເອງ.”
