ປກສ ແຂວງວຽງຈັນ ມອບເງິນ 200,000 ບາດ ທີ່ຖືກຄົນຮ້ານລັກ ຄືນເຈົ້າຂອງເດີມ
October 23, 2025 - 11:14 AM

ປກສ ແຂວງວຽງຈັນ ລາຍງານວ່າ: ວັນທີ 8 ຕຸລາ 2025 ຜ່ານມານີ້ ພັທ ເສົາສຸລີ ບຸດດາທຳ ຫົວໜ້າພະແນກຕໍາຫລວດສືບສວນ-ສອບສວນ ຫ້ອງຕຳຫລວດ ປກສ ແຂວງ ຕາງໜ້າ ມອບເງິນຈໍານວນ 200,000 ບາດ (ສະກຸນເງິນໄທ) ທີ່ຖືກຄົນຮ້າຍລັກໄປ ຄືນເຈົ້າຂອງເດີມ. ຮັບໂດຍ ນາງ ລັດດາ ປະຊາຊົນຢູ່ບ້ານວັງ ເມືອງໝື່ນ ແຂວງວຽງຈັນ, ໂດຍຊ້ອງໜ້າເຈົ້າຂອງຊັບ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ. ເງິນຈໍານວນດັ່ງກ່າວ, ແມ່ນເງິນທີ່ໄດ້ມາຈາກການຂາຍຄວາຍ 10 ໂຕ
ເຫດການເກີດຂຶ້ນວັນທີ 16 ກັນຍາ 2025 ຜ່ານມາ ພວກຄົນບໍ່ດີສວຍໂອກາດເຂົ້າໄປລັກເອົາເງິນຈໍານວນດັ່ງກ່າວຕອນເຈົ້າຂອງເຮືອນອອກໄປເຮັດວຽກ ເຈົ້າຂອງຊັບຈຶ່ງເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່.
ວັນທີ 17 ກັນຍາ 2025 ເຈົ້າໜ້າທີ່ສາມາດກັກຕົວເປົ້າໝາຍໄດ້ 3 ຄົນ 2025 ໃນຂໍ້ກ່າວຫາລັກຊັບພົນລະເມືອງ ມາດຳເນີນຄະດີຕາມລະບຽບກົດໝາຍ ໃຊ້ເວລາ 1 ວັນ.
ທີ່ມາ: Viengchan Police news
