ປີ 2025 ແຂວງຊຽງຂວາງ ມີຜູ້ເສຍຊີວິດ 4 ຄົນ ຈາກການລັກລອບຂຸດຄົ້ນແຮ່ທາດ
ວັນທີ 21 ຕຸລາ 2025 ທີ່ຫ້ອງວ່າການແຂວງຊຽງຂວາງ ໄດ້ຈັດກອງປະຊຸມ ປຶກສາຫາລື ການແກ້ໄຂບັນຫາການລັກລອບຂຸດຄົ້ນຊັບພະຍາກອນທຳມະຊາດ (ແຮ່ຄຳ) ລະຫ່ວາງຄະນະສະເພາະກິດ47/ນຍ ແລະ ຄະນະສະເພາະກິດແຂວງຊຽງຂວາງ, ໂດຍການເປັນປະທານຂອງ ພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫົວໜ້າແກ້ໄຂບັນຫາແຮ່ທາດ ຂັ້ນສູນກາງ, ທ່ານ ບົວເງິນ ຫຸມໄຊຍະພົມ ຮອງເຈົ້າແຂວງໆຊຽງຂວາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.
ພົນຈັດຕະວາ ວັນທອງ ພົງສະຫັວນ ຄະນະປະຈຳພັກແຂວງ ຫົວໜ້າການເມືອງກອງບັນຊາການທະຫານແຂວງ ໄດ້ລາຍງານ ການສະກັດກັ້ນ ແລະ ແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ຄຳ ພະແນກການທີ່ກ່ຽວຂ້ອງ ໄດ້ໂຄສະນາ, ເຜີຍແຜ່ນິຕິກຳຕ່າງໆເພື່ອໃຫ້ປະຊາຊົນ ແລະ ຜູ້ປະກອບການໄດ້ຮັບຮູ້ເຂົ້າໃຈ, ໄດ້ສະກັດກັ້ນການລັກລອບຂຸດຄົ້ນແຮ່ຢູ່ບັນດາເມືອງຂອງແຂວງ ເຊິ່ງບາງພາກສ່ວນກໍ່ນຳໃຊ້ກົນຈັກ ຈຳນວນໜຶ່ງກໍ່ໃຊ້ແຮງງານຂຸດດ້ວຍມື ນຳໃຊ້ສານເຄມີສະກັດເອົາຄຳ ເຊິ່ງເຮັດໃຫ້ມີການລະເມີດຕໍ່ກົດໝາຍ ແລະ ພາໃຫ້ເກີດມີປະກົດການຫຍໍ້ທໍ້ຕ່າງໆ.
ໃນປີ 2025 ມີເຫດການດິນຍຸບຖົມຮູທີ່ເຂົ້າໄປຂຸດ ອອກມາບໍ່ໄດ້ເສຍຊີວິດ 4 ຄົນ ແລະ ຍັງອີກຈຳນວນໜຶ່ງເສຍຊີວິດໃນກໍລະນີດຽວກັນ, ແຕ່ພວກເຂົາບໍ່ລາຍງານໃຫ້ເຈົ້າໜ້າທີ່ຮັບຮູ້ ໂດຍສະເພາະແມ່ນຢູ່ພູແຮ້ ເຖິງແມ່ນວ່າກົດໝາຍວ່າດ້ວຍແຮ່ທາດ, ການໂຄສະນາ ແລະ ມາດຕະການຕ່າງໆແລ້ວກໍ່ຕາມ ກໍ່ຍັງມີການລະເມີດຂຸດຄົ້ນແຮ່ທາດຢູ່.
ຜູ້ແທນກອງປະຊຸມໄດ້ ສົນທະນາແລກປ່ຽນຄໍາຄິດເຫັນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຂັ້ນແຂວງ ລວມສູນ ມີຜົນສຳເລັດສູງ.
ໂອກາດນີ້ ທ່ານພົນຕີ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ມີຄຳເຫັນຊີ້ນຳ:
- ເນັ້ນໃຫ້ກວດກາຄືນບັນດາໂຄງການຂຸດຄົ້ນແຮ່, ການເກັບພັນທະ, ກວດການ້ຳໜັກລົດຂົນແຮ່
- ສືບຕໍ່ໂຄສະນາ ໂດຍສະເພາະແມ່ນຄຳສັ່ງ06 ແລະ ຄຳສັ່ງຂອງລັດຖະບານ ຜັນເປັນຄຳສັ່ງຂອງແຂວງ, ການລັກຂຸດຄົ້ນແຮ່ຄຳຕົກຂ້ອນໃຫ້ກວດກາ ຢຶດ ແລະ ເຂົ້າສູ່ລະບຽບການ
- ສືບຕໍ່ຕິດຕາມ ກວດກາເປັນປົກກະຕິ, ບັນຫາລົດເຖື່ອນ, ລັກລອບຕັດໄມ້ ແລະ ການຄ້ານອກລະບົບໃຫ້ສືບຕໍ່ແກ້ໄຂ ຫັນເຂົ້າສູ່ລະບຽບກົດໝາຍ.
ທີ່ມາ: ໜັງສືພິມຊຽງຂວາງມີໄຊ
