ຈັບຕົວຊາຍຊາວອິນເດຍ ພ້ອມຂອງກາງ ເຮໂຣອິນ 8 ກິໂລກຣາມ ຢູ່ສະໜາມບິນສາກົນວັດໄຕ
October 23, 2025 - 9:08 AM
ວັນທີ 22 ຕຸລາ 2025 ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ກົມພາສີ ກະຊວງການເງິນ, ໄດ້ສົມທົບກັບເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນສະໜາມບິນວັດໄຕ, ເຈົ້າໜ້າທີ່ຕຳຫຼວດກວດຄົນເຂົ້າ-ອອກເມືອງ ແລະ ພາກສ່ວນເອັກສະເຣຂອງສະໜາມບິນວັດໄຕອາຄານສາກົນ, ໄດ້ພ້ອມກັນການກວດກາກະເປົ໋າເດີນທາງຂອງຄົນສັນຊາດ ປະເທດອິນເດຍ, ອາຍຸ 39 ປີ, ເພດຊາຍ 1 ຄົນເຊິ່ງສົງໄສວ່າມີສານເສບຕິດ.
ຜ່ານການກວດກາຕົວຈິງພົບເຫັນຢາເສບຕິດປະເພດເຮໂຣອິນ ນໍ້າໜັກລວມ 8 ກິໂລກຣາມທີ່ໄດ້ຊຸກເຊື່ອງໃສ່ໃນກະເປົ໋າເດີນທາງທີ່ຈະເດີນທາງອອກໄປປະເທດ ປາຍທາງປະເທດອິນເດຍ.
ດັ່ງນັ້ນ, ເຈົ້າໜ້າທີ່ພາສີຢຶດຂອງກາງ ແລ້ວສົ່ງມອບຄະດີດັ່ງກ່າວ, ພ້ອມຂອງກາງ ແລະ ຜູ້ຖືກຫາໃຫ້ເຈົ້າໜ້າ ເພື່ອນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ.
ທີ່ມາ: ຂ່າວສານກະຊວງການເງິນ
