ຮອງລັດຖະມົນຕີ ກະຊວງ ຍທຂ ລົງຊຸກຍູ້ການຈັດຕັ້ງປະຕິບັດໂຄງການນໍ້າປະປາ ແລະ ສຸຂາພິບານ ເມືອງສະໜາມໄຊ ແລະ ເມືອງສາມັກຄີໄຊ
ວັນທີ 21 ຕຸລາ 2025 ທ່ານ ງາມປະສົງ ເມືອງມະນີ ຮອງລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ລົງຊຸກຍູ້ການຈັດຕັ້ງປະຕິບັດໂຄງການນໍ້າປະປາ ແລະ ສຸຂາພິບານ ເມືອງສະໜາມໄຊ ແລະ ເມືອງສາມັກຄີໄຊ ແລະ ແລະ ໂຄງການກໍ່ສ້າງຕາຝັ່ງເຈື່ອນ-ຄູກັນນໍ້າ ເມືອງສາມັກຄີໄຊ.
ປັດຈຸບັນດາໂຄງການມີຄວາມຄືບໜ້າໃນການຈັດຕັ້ງປະຕິບັດດັ່ງນີ້:
1. ໂຄງການນ້ຳປະປາ ເມືອງສາມັກຄີໄຊ: ໂຄງການກໍ່ສ້າງລະບົບນ້ຳປະປາ ແລະ ສຸຂາພິບານ ຢູ່ເມືອງສາມັກຄີໄຊ, ແຂວງອັດຕະປື ໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 23 ທັນວາ 2019 ຫາ 23 ທັນວາ 2022 ໄລຍະເວລາການກໍ່ສ້າງແມ່ນ 36 ເດືອນ. ໂຄງການດັ່ງກ່າວມີກຳລັງຜະລິດ 10,300 ມ³/ມື້, ສາມາດສະໜອງນໍ້າປະປາໃຫ້ປະຊົນຊົມໃຊ້ໄດ້ 16 ບ້ານ ແລະ ຂະຫຍາຍໄດ້ຕື່ມອີກ 4 ບ້ານ.
ສຳລັບໜ້າວຽກຫລັກການກໍ່ສ້າງລວມມີ ການປັບປຸງ ແລະ ຂະຫຍາຍລະບົບສາຍທໍ່ແມ່ ແລະ ທໍ່ແຈກ 113,431 ແມັດ ແລະ ປັບປຸງ ແລະ ຂະຫຍາຍລະບົບສາຍທໍ່ບໍລິການ 123,512 ແມັດ ພ້ອມຕິດຕັ້ງກົງເຕີ້ນ້ຳເຂົ້າເຮືອນ 3,000 ກົງເຕີ້. ມາຮອດວັນທີ 25 ພຶດສະພາ 2025 ຈັດຕັ້ງປະຕິບັດວຽກສຳເລັດໂດຍລວມ 99.49%, ຊ້າກວ່າແຜນ 0.51% ແລະ ໄດ້ອອກໃບມອບຮັບຊົ່ວຄາວແລ້ວໃນວັນທີ 27 ມິຖຸນາ 2025. ປັດຈຸບັນຢູ່ໃນຊ່ວງຄ້ຳປະກັນວຽກ 1 ປີ.

2. ໂຄງການນ້ຳປະປາ ເມືອງສະໜາມໄຊ: ໂຄງການກໍ່ສ້າງລະບົບນ້ຳປະປາ ແລະ ສຸຂາພິບານ ເມືອງສະໜາມໄຊ ແຂວງອັດຕະປື, ໄດ້ເລີ່ມຈັດຕັ້ງປະຕິບັດຕັ້ງແຕ່ວັນທີ 25 ພະຈິກ 2020 ຫາ 25 ພະຈິກ 2022 ໄລຍະເວລາການກໍ່ສ້າງແມ່ນ 24 ເດືອນ. ໂຄງການດັ່ງກ່າວມີກຳລັງຜະລິດ 3,400 ມ³/ມື້, ສາມາດສະໜອງນໍ້າປະປາໃຫ້ປະຊົນຊົມໃຊ້ໄດ້ 10 ບ້ານ, ລວມທັງບ້ານຈັດສັນໃໝ່ 3 ບ້ານ. ສຳລັບໜ້າວຽກຫຼັກການກໍ່ສ້າງລວມມີ ການວາງລະບົບສາຍທໍ່ແມ່ ແລະ ທໍ່ແຈກ 43,260 ແມັດ; ລະບົບສາຍທໍ່ບໍລິການ 120,711 ແມັດ; ພ້ອມຕິດຕັ້ງກົງເຕີ້ນ້ໍາເຂົ້າເຮືອນ 2,230 ກົງເຕີ້. ມາຮອດວັນທີ 15 ຕຸລາ 2025 ການຈັດຕັ້ງປະຕິບັດວຽກສໍາເລັດໂດຍລວມ 95.44%, ຊ້າກວ່າແຜນ 4.56%.
ສຳລັບໜ້າວຽກກຳລັງຈັດຕັ້ງປະຕິບັດ ແລະ ສຳເລັດແລ້ວເປັນຕົ້ນ: ກໍ່ສ້າງຫົວງານ ແລະ ໂຮງງານ ລວມທັງສິ່ງອຳນວຍຄວາມສະດວກ; ຕິດຕັ້ງປໍ້າ ແລະ ບັນດາເຄື່ອງຈັກ; ກໍ່ສ້າງອ່າງນ້ຳສູງ 550 ມ3, ແລະ ວຽກຕ່າງໆບໍລິເວນຂອງອ່າງ; ຕິດຕັ້ງ ລະບົບໄຟຟ້າ, ຄວມຄຸມ ແລະ ຕິດຕາມ (PLC, CCTV); ກໍ່ສ້າງຫ້ອງນ້ຳສາທາລະນະ ແລະ ກໍ່ສ້າງຫ້ອງການສາຂານ້ຳປະປາ. ນອກນັ້ນຍັງມີວຽກທີ່ຈະຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດມີ ວາງທໍ່ ແລະ ຕິດຕັ້ງອຸປະກອນຕ່າງໆຕາມສາຍທໍ່; ສ້າງໂຮງງານ ລວມທັງສິ່ງອຳນວຍຄວາມສະດວກຕ່າງໆ; ຕິດຕັ້ງປ້ຳ ແລະ ບັນດາເຄື່ອງຈັກຕ່າງໆ ແລະ ກໍ່ສ້າງອ່າງນ້ຳສູງ 550 ມ3, ແລະ ວຽກຕ່າງໆໃນບໍລິເວນຂອງອ່າງ.

3. ໂຄງການກໍ່ສ້າງຕາຝັ່ງເຈື່ອນ-ຄູກັນນໍ້າຖ້ວມ ເມືອງສາມັກຄີໄຊ: ໂຄງການກໍ່ສ້າງຕາຝັ່ງເຈື່ອນ-ຄູກັນນໍ້າຖ້ວມ ເມືອງສາມັກຄີໄຊ ແຂວງອັດຕະປື ປະກອບມີ 4 ໂຄງການ, ເຊິ່ງແມ່ນບໍລິສັດລາດສະວົງພັດທະນາ ເປັນຜູ້ຮັບເໝົາກໍ່ສ້າງ. ມາຮອດປະຈຸບັນໂຄງການທັງ 4 ຊ່ວງມີຄວາມຄືບໜ້າດັ່ງນີ້:
• ຊ່ວງທີ 1 ຄວາມຍາວ 628 ແມັດ ສຳເລັດ 100%.
• ຊ່ວງທີ 2 ຄວາມຍາວ 618.5 ແມັດ ສຳເລັດແລ້ວ 99.65%.
• ຊ່ວງທີ 3 ຄວາມຍາວ 975 ແມັດ ຄວາມຄືບໜ້າ 28.41%.
• ຊ່ວງທີ 4 ຄວາມຍາວ 1,229.23 ແມັດ ຄວາມຄືບໜ້າ 26.22%.
ເຊິ່ງໂຄງການທັງໝົດແມ່ນໄດ້ເລີ່ມຈັດຕັ້ງປະຕິບັດມາແຕ່ປີ 2023 ແລະ ຈະສິ້ນສຸດໂຄງການໃນປີ 2028.
ທີ່ມາ: ກະຊວງ ໂຍທາທິການ ແລະ ຂົນສົ່ງ
