ຕົວເມືອງນະຄອນຫຼວງວຽງຈັນ ຈະມີຄວາມສະຫງົບປອດໄພ ສະອາດງາມຕາ ແມ່ນໜ້າທີ່ຂອງທຸກຄົນ

ຕົວເມືອງນະຄອນຫຼວງວຽງຈັນ ຈະມີຄວາມສະຫງົບປອດໄພ ສະອາດງາມຕາ ແມ່ນໜ້າທີ່ຂອງທຸກຄົນ

ໂດຍ: ຜາຕຸງ

ຄືຫຼາຍຄົນຮູ້ແລ້ວວ່າ ໃນທ້າຍປີນີ້ຈະມີເຫດການສຳຄັນທາງປະຫວັດສາດຫຼາຍຢ່າງໃຫ້ທຸກຄົນ ຕົ້ນຕໍແມ່ນຊາວນະຄອນຫຼວງວຽງຈັນໄດ້ເອົາໃຈໃສ່ແລະປະຕິບັດໃຫ້ມີຜົນສຳເລັດຕາມຄາດໝາຍ ໂດຍສະເພາະແມ່ນ ການຫຼີ້ນບຸນນະມັດສະການພຣະທາດຫຼວງວຽງຈັນ ແຕ່ວັນ ທີ 1-5 ພະຈິກ2025, ງານມະຫາກຳກິລາແຫ່ງຊາດຄັ້ງທີ XII ຫຼື ວຽງຈັນເກມ ແຕ່ວັນທີ 15 – 25 ພະຈິກ 2025 ຕໍ່ຈາກນັ້ນກໍ່ເຂົ້າສູ່ ການເລີ່ມຕົ້ນລົງເກັບກຳຂໍ້ມູນພາກສະໜາມການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົວປະເທດຄັ້ງທີ V ປີ 2025 ທີ່ຈະເລີ່ມຕົ້ນໃນວັນທີ 3 ພະຈິກ ຫາວັນທີ 28 ທັນວາ 2025, ງານສະເຫຼີມລະຫຼອງວັນຊາດ ທີ 2 ທັນວາ ຄົບຮອບ 50ປີ ແລະ ອັດທ້າຍກໍ່ແມ່ນ ວັນຄ້າຍວັນເກີດ ຂອງປະທານໄກສອນ ພົມວິຫານຄົບຮອບ 105ປີ.

ເຫດການທັງໝົດນີ້ ມັນຮຽກຮ້ອງໃຫ້ ບັນດາການນໍາພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ, ນັກ ທຸລະກິດ, ພໍ່ຄ້າຊາວຂາຍ, ນັກຮຽນຮູ້, ນັກສຶກສາ ຕະຫຼອດຮອດພໍ່ແມ່ພີ່ນ້ອງປະຊາຊົນລາວບັນດາ ເຜົ່າ ແລະ ທຸກຊັ້ນທຸກຄົນໃນສັງຄົມ ຄວນເຫັນໄດ້ເຖິງຄວາມໝາຍຄວາມສໍາຄັນຂອງແຕ່ລະເຫດການ, ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ເເລ້ວໃຫ້ການຮ່ວມມື ແລະ ປະກອບສ່ວນເຂົ້າໃນທຸກຂະບວນການໃຫ້ໄດ້ຮັບການຈັດຕັ້ງປະຕິບັດເປັນຢ່າງດີ ມີຜົນສຳເລັດຕາມລະດັບຄາດໝາຍຢ່າງຮອບດ້ານ, ໜຶ່ງນັ້ນ ສິ່ງສຳຄັນທີ່ສຸດແມ່ນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ວຽກງານອານາໄມຮັກສາຄວາມສະອາດ ຈົບງາມ ແລະ ອື່ນໆ.

ເມື່ອຫາກເວົ້າເຖິງ ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບແລ້ວ ຖືໄດ້ວ່າ ວຽກງານນີ້ມັນເປັນຂອງທົ່ວປວງຊົນ, ປະຊາຊາທຸກທົ່ວໜ້າແຕ່ລະຄົວເຮືອນລ້ວນແຕ່ມີພັນທະໃນການຮັກສາຄວາມສະ ຫງົບຄວາມເປັນລະບຽບຮຽບຮ້ອຍໃນແຕ່ລະຄຸ້ມບ້ານ ກຳຈັດປັດເປົ່າບັນດາປາກົດການຫຍໍ້ທໍ້ໂດຍສະເພາະແມ່ນ ບັນຫາຢາເສບຕິດ, ຂີ້ລັກງັດແງະ, ປຸ້ນຈີ້ຊີງຊັບ ແລະອື່ນໆ ສຳຄັນແມ່ນອົງການປົກຄອງ ເຈົ້າໜ້າທີ່ ປກສ-ປກຊ ແຕ່ລະບ້ານຄວນເປັນເຈົ້າການໂຄສະນາບັນຫາໃຫ້ສັງຄົມເຫັນໄດ້ເຖິງຄວາມສຳຄັນຂອງວຽກງານນີ້ໃຫ້ເລິກເຊິ່ງ, ກວ້າງຂວາງ ແລ້ວພ້ອມກັນຈັດຕັ້ງປະຕິບັດໃຫ້ມີປະສິດຕິພາບ,ປະສິດຕິຜົນສູງ,

ຄຽງຄູ່ກັນນີ້ ກໍເລັ່ງໃສ່ວຽກງານອານາໄມ ປະດັບປະດາຕົວເມືອງໃຫ້ມີຄວາມສະອາດຈົບງາມ ເປັນລະບຽບຮຽບຮ້ອຍ ເນື່ອງຈາກວ່າໄລຍະການຈັດງານເທດສະການແຕ່ລະຢ່າງນັ້ນແນ່ນອນວ່າຈະມີຄົນຈຳນວນຫຼາຍ ການປະພຶດການກະທຳຂອງແຕ່ລະຄົນມັນຈະບໍ່ຄືກັນ ຊົມເຊີຍຫຼາຍຄົນທີ່ເຫັນຄວາມສຳຄັນຂອງຄວາມສະອາດງາມຕາ ຖຶ້ມຂີ້ເຫຍື່ອຖືກທີ່ຖືກທາງ, ແຕ່ອາດຈະມີຫຼາຍຄົນທີ່ມັກງ່າຍຖິ້ມຂີ້ເຫຍື້ອຊະຊາຍ ເຮັດໃຫ້ຕົວເມືອງຮົກເຮື້ອ ສ້າງມົນລະພິດທາງອາກາດສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນ, ດັ່ງນັ້ນໜ່ວຍງານທີ່ກ່ຽວຂ້ອງຄວນໄດ້ກະກຽມທຸກເງື່ອນໄຂໄວ້ແຕ່ດຽວນີ້ໄປ ເພື່ອຮອດຍາມມາຈະບໍ່ຫຍຸ້ງຍາກ,

ແນວໃດກໍ່ດີ ສິ່ງທີຍົກຂຶ້ນມາແລກປ່ຽນນີ້ເບິ່ງແລ້ວຄືຈັ່ງວ່າເປັນບັນຫາເລັກນ້ອຍ ແຕ່ໃນຕົວຈິງແລ້ວມັນເປັນບັນຫາທີ່ໃຫຍ່ຫຼວງພໍສົມຄວນ ແລະ ກໍ່ບໍ່ແມ່ນບັນຫາໄກຕົວພວກເຮົາເລີຍ ຖ້າບໍ່ເອົາໃຈໃສ່ເຮັດແທ້ທຳຈິງແລ້ວ ມັນຈະກາຍເປັນບັນຫາອັນໃຫຍ່ຫຼວງຂອງສັງຄົມໄປໃນຕົວ ແລະ ການແກ້ໄຂກໍ່ຈະຍາກຂຶ້ນ ມັນບໍ່ແມ່ນບັນຫາທີ່ບຸກຄົນໃດບຸກຄົນໜຶ່ງ ກຸ່ມຄົນໃດກຸ່ມຄົນໜຶ່ງເປັນຜູ້ຮັບຜິດຊອບແກ້ໄຂດອກ ມັນຫາກແມ່ນພາລະໜ້ທີ່ຂອງໝົດທຸກຊັ້ນຄົນໃນສັງຄົມພ້ອມກັນເຮັດພ້ອມກັນປະຕິບັດດ ເພື່ອໃເຮັດໃຫ້ຕົວເມືອງນະຄອນຫຼວງວຽງຈັນສີຄວາມສະຫງົບປອດໄພ ເປັນລະບຽບຮຽບຮ້ອຍ ທັງມີຄວາມສະອາດງາມຕາ ແລະ ຍືນຍົງ ຕະຫຼອດໄປ