ສ.ເກົາຫລີ ປະຊຸມສຸກເສີນຢູ່ກໍາປູເຈຍ ຕາມຕິດສະຖານະການສະແກມເມີ ຜູ້ຊ່ຽວຊານຊີ້ປາບອາດຊະຍາກໍາຂ້າມຊາດ ຕ້ອງຮ່ວມມືກັບພາກພື້ນອິນໂດ-ປາຊີຟິກ
ກະຊວງການຕ່າງປະເທດ ສ.ເກົາຫລີ ຈັດກອງປະຊຸມສຸກເສີນຢູ່ສະຖານທູດກໍາປູເຈຍ ເພື່ອຕິດຕາມຄວາມຄືບໜ້າສະຖານະການສະແກມເມີ, ສ່ວນຜູ້ຊ່ຽວຊານກ່າວວ່າ: ສ.ເກົາຫລີ ຕ້ອງຮ່ວມມືກັບປະເທດທີ່ໄດ້ຮັບຜົນກະທົບເພື່ອປາບປາມອາດຊະຍາກໍາຂ້າມຊາດ.
ວັນທີ 21 ຕຸລາ 2025, ທີມກະຊວງການຕ່າງປະເທດ ສ.ເກົາຫລີ ຈັດກອງປະຊຸມສຸກເສີນ ຢູ່ສະຖານທູດ ສ.ເກົາຫລີ ໃນກໍາປູເຈຍ ເພື່ອຕິດຕາມສະຖານະການສະແກມເມີ ນໍາໂດຍທ່ານ ຄິມຈິນອາ (Kim Jina) ຮອງລັດຖະມົນຕີກະຊວງການຕ່າງປະເທດ ເຊິ່ງສັ່ງໃຫ້ເຈົ້າໜ້າທີ່ສະຖານທູດຫາລືກັບກໍາປູເຈຍຕໍ່ໄປ.
ໃນກອງປະຊຸມ, ທ່ານ ຄິມຈິນອາ ເນັ້ນເຖິງຄວາມຈໍາເປັນຕ້ອງຊ່ວຍເຫລືອພົນລະເມືອງ ແລະ ມີປະຕິບັດທາງບຸກ ເພື່ອປົກປ້ອງພົນລະເມືອງ ສ.ເກົາຫລີ ຢູ່ກໍາປູເຈຍ, ພ້ອມໃຫ້ຄໍາໝັ້ນສະໜັບສະໜູນດ້ວຍການເພີ່ມງົບປະມານ ແລະ ບຸກຄະລາກອນຊົ່ວຄາວ ເພື່ອສະສາງບັນຫາ ແລະ ບັນເທົາພາລະທັງໝົດ.
ຂະນະທີ່ທ່ານ ລີ ແຈຮາຢອນ (Lee Jae-hyon) ນັກວິຊາການຈາກ Asan Institute for Policy Studies ໃຫ້ຄວາມເຫັນວ່າ: ສ.ເກົາຫລີ ຕ້ອງປະສານງານຮ່ວມກັບປະເທດທີ່ຈະໄດ້ຮັບຜົນກະທົບເທົ່ານັ້ນ ຈຶ່ງຈະຢຸດໄພສະແກມເມີທີ່ກໍາລັງເພີ່ມຂຶ້ນໄດ້.
ທ່ານ ລີ ແຈຮາຢອນ ລະບຸວ່າ: ສ.ເກົາຫລີ ຕ້ອງເຮັດວຽກຮ່ວມກັບກໍາປູເຈຍ, ປະເທດອາຊຽນ ຫລື ປະເທດອື່ນໆໃນພາກພື້ນອິນໂດ-ປາຊີຟິກ ເພື່ອແກ້ໄຂບັນຫາອາດຊະຍາກໍາຂ້າມຊາດຮ້າຍແຮງ ເຊິ່ງມີກົນລວງທີ່ປ່ຽນແປງໄປເລື້ອຍໆ, ແຕ່ການແກ້ໄຂບັນຫາເປັນເລື່ອງຍາກ ເພາະບົດບາດຂອງຈີນໃນພາກພື້ນ.
ອ້າງອີງ:
