ຍີ່ປຸ່ນ ສະໜັບສະໜູນຊ່ວຍເຫລືອ ດ້ານການສຶກສາໃນແຂວງຜົ້ງສາລີ ມູນຄ່າ 77,500 ໂດລາ

ວັນທີ 20 ຕຸລາ 2025 ຜ່ານມານີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫລືອ ມູນຄ່າປະມານ 77,500 ໂດລາ ໃນການສະໜັບສະໜູນໂຄງການດ້ານການສຶກສາໃນແຂວງຜົ້ງສາລີ ພາຍໃຕ້​ໂຄງ​ການ​ເສີມ​ສ້າງ​ຄວາມ​ໝັ້ນ​ຄົງ​ຂອງ​ມະ​ນຸດ​ຂັ້ນຮາກ​ຖານ (GGP). ໂດຍການເຊັນສັນຍາລົງນາມ ລະຫວ່າງ ທ່ານ ໂຄອິຊຶມິ ຊຶໂຕະມຸ ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ​ ແລະ ທ່ານບຸນເຊີນ ບຸນທະລາ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງສຳພັນແຂວງຜົ້ງສາລີ, ມີ ພົນຕີ ສົມພອນ ມິດຕະພອນ ເຈົ້າແຂວງຜົ້ງສາລີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການຈະໃຫ້ການສະໜັບສະໜູນທຶນເພື່ອກໍ່ສ້າງອາຄານຮຽນ ແລະ ຫ້ອງນ້ຳໃໝ່ ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກທີ່ຈຳເປັນໃຫ້ແກ່ໂຮງຮຽນປະຖົມບ້ານລາວແສນ ເມືອງສຳພັນ ແຂວງຜົ້ງສາລີ ເພື່ອຍົກລະດັບໂອກາດໃນການເຂົ້າເຖິງການສຶກສາຊັ້ນປະຖົມຂອງເດັກນ້ອຍໃນທ້ອງຖິ່ນ.

ທ່ານ ໂຄອິຊຶມິ ໄດ້ໃຫ້ຄຳເຫັນວ່າ: “ຂ້າພະເຈົ້າເຂົ້າໃຈວ່າ ພາຍຫຼັງທີ່ກໍ່ສ້າງໂຮງຮຽນປະຖົມ ລາວແສນສຳເລັດແລ້ວ ເດັກນ້ອຍຈະໄດ້ມີຫ້ອງຮຽນທີ່ພຽງພໍໃນອາຄານຮຽນຫຼັງໃໝ່ທີ່ປອດໄພ ແລະ ສາມາດເອົາໃຈໃສ່ໃນການຮ່ຳຮຽນໄດ້ຢ່າງເຕັມທີ່. ພ້ອມກັນນັ້ນ, ການກໍ່ສ້າງຫ້ອງນ້ຳທີ່ຖືກຕ້ອງຕາມມາດຕະຖານຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ ເພື່ອປັບປຸງສະພາບສຸຂານາໄມໃນໂຮງຮຽນປະຖົມລາວແສນ ກໍເປັນເປົ້າໝາຍຫຼັກໜຶ່ງຂອງໂຄງການດັ່ງກ່າວ. ຂ້າພະເຈົ້າຄາດຫວັງວ່າ ປະຊາຊົນບ້ານລາວແສນ ເມືອງສຳພັນ ແລະ ແຂວງຜົ້ງສາລີ ຈະເປັນເຈົ້າການໃນການບົວລະບັດ ແລະ ຮັກສາສິ່ງອໍານວຍຄວາມສະດວກດັ່ງກ່າວ ເພື່ອໃຫ້ເປັນປະໂຫຍດຕໍ່ເດັກນ້ອຍໃນໄລຍະຍາວ.”

ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP) ແມ່ນການສະໜອງທຶນທີ່ຈຳເປັນໃຫ້ແກ່ໂຄງ ການຂະໜາດນ້ອຍທີ່ໃຫ້ຜົນປະໂຫຍດໂດຍກົງແກ່ປະຊາຊົນຜູ້ອາໄສ ແລະ ມີຈຸດປະສົງເພື່ອການພັດທະນາເສດ ຖະກິດ-ສັງຄົມຂອງປະເທດລາວ ໂດຍອີງຕາມຄວາມຕ້ອງການພື້ນຖານຂອງມະນຸດເປັນຫຼັກ.

ໄລຍະຜ່ານມາ ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນໃຫ້ແກ່ແຂວງຜົ້ງສາລີ ລວມເປັນມູນຄ່າຫລາຍກວ່າ 780,000 ໂດລາ ໃນດ້ານການສຶກສາ ແລະ ສາທາລະນະສຸກ.  ປະເທດຍີ່​ປຸ່​ນຈະສືບຕໍ່ໃຫ້ການຊ່ວຍເຫລືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບ​ປະ​ກັນ “​ບໍ່​ໃຫ້​ມີ​ໃຜ​ຖື​ກ​ຖິ້ມ​ໄວ້​ທາງຫຼັງ” ຜ່ານການ​ແກ້​ໄຂ​ຄວາມ​ແຕກ​ໂຕນ​​ດ້ານການພັດທະນາເສດຖະກິດ-ສັງຄົມໃນພາກພື້ນ.

ທີ່ມາ: ໜັງສືພິມປະຊາຊົນ