ສະພາຍີ່ປຸ່ນ ແຕ່ງຕັ້ງທ່ານ ນາງ ຊານາເອະ ທາຄາອິຈິ ຂຶ້ນເປັນນາຍົກຍິງຄົນທໍາອິດຂອງປະເທດ

ສໍານັກຂ່າວຣອຍເຕີລາຍງານ ວັນທີ 21 ຕຸລາ 2025 : ສະພາຜູ້ແທນລາຊະດອນຍີ່ປຸ່ນໄດ້ລົງມະຕິເລືອກ ທ່ານນາງ ຊານາເອະ ທາຄາອີຈິ ຈາກພັກເສລີປະຊາທິປະໄຕ (LDP) ຂຶ້ນດໍາລົງຕໍາແໜ່ງ ນາຍົກລັດຖະມົນຕີທີ່ເປັນເພດຍິງຄົນທໍາອິດ ຂອງປະເທດ ດ້ວຍຄະແນນສຽງ 237 ສຽງ ຈາກທັງໝົດ 465 ການເລືອກຕັ້ງຄັ້ງນີ້ມີຂຶ້ນ ຫລັງຈາກອະດີດນາຍົກລັດຖະມົນຕີ ຟູມິໂອະ ຄິຊິດະ ລາອອກ.
ທ່ານນາງ ທາກາອີຊິ ໄດ້ຮັບສຽງສະໜັບສະໜູນສ່ວນຫລາຍຈາກສະພາຜູ້ແທນລາຊະດອນ ຫລັງຈາກທີ່ພັກ LDP ໄດ້ຈັດຕັ້ງພັນທະມິດກັບພັກ Japan Innovation Party ເພື່ອສ້າງຕັ້ງລັດຖະບານໃໝ່ ແລະ ສ້າງສະຖຽນລະພາບທາງການເມືອງ.
ຫລັງຈາກໄດ້ຮັບເລືອກຕັ້ງ ທ່ານນາງ ຊານາເອະ ທາຄາອິຈິ ໄດ້ກ່າວວ່າ: ຈະສຸມໃສ່ ການຟື້ນຟູເສດຖະກິດ, ເສີມສ້າງຄວາມໝັ້ນຄົງ ແລະ ຍົກສູງບົດບາດຂອງຍີ່ປຸ່ນໃນເວທີໂລກ, ພ້ອມທັງກຽມຈັດຕັ້ງຄະນະລັດຖະມົນຕີຊຸດໃໝ່ໂດຍທັນທີ.
ນີ້ຖືເປັນບາດກ້າວສໍາຄັນຂອງແມ່ຍິງໃນເວທີການເມືອງຍີ່ປຸ່ນ ແລະ ຍັງເປັນສັນຍາລັກຂອງການປ່ຽນ ແປງໃນປະຫວັດສາດການເມືອງຂອງປະເທດ ທີ່ມີຜູ້ນໍາເປັນເພດຊາຍມາຕະຫລອດໄລຍະ100 ກວ່າປີ.
