ຜູ້ນໍາ ສປ.ຈີນ ຖອດຖອນນາຍທະຫານລະດັບສູງ 9 ຄົນ ລວມທັງຮອງປະທານຄະນະກຳມະການທະຫານສູນກາງ ເນື່ອງຈາກການສໍ້ລາດບັງຫລວງຮ້າຍແຮງ
ລາຍງານຈາກ CAN ແລະ ຊິນຮົວ ວັນທີ 17 ຕຸລາ 2025: ລັດຖະບານຈີນໄດ້ປະກາດປົດນາຍທະຫານລະດັບສູງ 9 ຄົນ, ລວມມີ ພົນເອກ ເຫີ ເຫວີ່ຍຕົງ (He Weidong) ຮອງປະທານຄະນະກຳມະການທະຫານສູນກາງ ແລະ ພົນເອກ ໝຽວ ຮວາ (Miao Hua) ອະດີດຜູ້ອຳນວຍການຝ່າຍການເມືອງກອງທັບ ພາຍຫຼັງການສືບສວນພົບພຶດຕິກຳສໍ້ລາດບັງຫລວງ ແລະ ລະເມີດວິໄນຂອງພັກ ຢ່າງຮ້າຍແຮງ.
ຕາມການລາຍງານລະບຸວ່າ: ນາຍທະຫານທັງ 9 ຄົນ ຖືກ ປົດອອກຈາກພັກຄອມມູນິດ ແລະ ປົດອອກຈາກການເປັນທະຫານ, ຫລັງຈາກ ຄະນະກຳມະການກວດສອບຂອງກອງທັບ ແລະ ພັກຄອມມູນິດ ພົບຫລັກຖານຊັດເຈນວ່າ ມີການກະທຳຜິດທາງອາຍາດ້ວຍການສວຍໃຊ້ຕຳແໜ່ງ, ລວມທັງມີການຮັບສິນບົນ ແລະ ການໃຊ້ອຳນາດໂດຍບໍ່ຊອບທຳ, ຈຳນວນເງິນທີ່ພົວພັນມີມູນຄ່າມະຫາສານ ແລະ ສ້າງຜົນກະທົບຢ່າງຮ້າຍແຮງຕໍ່ກອງທັບ.
ນອກຈາກ ເຫີ ເຫວີ່ຍຕົງ ແລະ ໝຽວ ຮວາ ແລ້ວ, ຜູ້ທີ່ຖືກປົດຍັງລວມມີ:
- ເຫີ ຫົງຈຸນ (He Hongjun): ອະດີດຮອງຜູ້ອຳນວຍການຝ່າຍການເມືອງ
- ຫວາງ ຊິ່ວປິນ (Wang Xiubin): ອະດີດຮອງຜູ້ອຳນວຍການສູນບັນຊາການຮ່ວມ
- ຫຼິນ ຊຽງຢາງ (Lin Xiangyang): ອະດີດຜູ້ບັນຊາການພາກຕາເວັນອອກ
- ຊິນ ຊູ່ທົງ (Qin Shutong): ອະດີດຜູ້ບັນຊາການການເມືອງຂອງກອງທັບບົກ
- ຢວນ ຮົ່ວຈື້ (Yuan Huazhi): ອະດີດຜູ້ບັນຊາການການເມືອງຂອງກອງທັບເຮືອ
- ຫວາງ ໂຮ່ວປິນ (Wang Houbin): ອະດີດຜູ້ບັນຊາການກອງກຳລັງຈະຫຼວດ
- ຫວາງ ຊຸນນິງ (Wang Chunning): ອະດີດຜູ້ບັນຊາການກອງກຳລັງປ້ອງກັນຄວາມໝັ້ນຄົງ
ຖະແຫລງການຈາກກະຊວງປ້ອງກັນປະເທດຈີນລະບຸວ່າ: ການປົດຄັ້ງນີ້ ແມ່ນການຕັດສິນໃຈຂອງຄະນະກຳມະການທະຫານສູນກາງ ເພື່ອຢືນຢັນຄວາມເຂັ້ມງວດ ແລະ ເດັດຂາດຂອງພັກຄອມມູນິດ ຈີນ ໃນການຕ້ານການສໍ້ລາດບັງຫລວງທຸກຂັ້ນ, ພ້ອມເນັ້ນຢໍ້າວ່າ “ກອງທັບບໍ່ແມ່ນບ່ອນເຊື່ອງຊ້ອນສຳລັບຜູ້ສໍ້ລາດບັງຫລວງ ບໍ່ວ່າຕຳແໜ່ງຈະສູງພຽງໃດ.”
ການເຄື່ອນໄຫວດັ່ງກ່າວນີ້ເກີດຂຶ້ນກ່ອນກອງປະຊຸມສະມັດຊາໃຫຍ່ຂອງພັກຄອມມູນິດຈີນ (ຊຸດທີ 20) ທີ່ຈະຈັດຂຶ້ນໃນອາທິດໜ້າ, ເຊິ່ງຄາດວ່າພັກຈະເນັ້ນຢໍ້າການປະຕິຮູບ ແລະ ເສີມສ້າງ “ຄວາມບໍລິສຸດຂອງກອງທັບ” ຕາມແນວທາງຂອງປະທານາທິບໍດີ ສີ ຈິ້ນຜິງ
