ເດືອນກັນຍາ ສປປ ລາວ ສົ່ງອອກສິນຄ້າກະສິກໍາ ຜ່ານດ່ານສາກົນທ່າບົກ-ທ່ານາແລ້ງ 3,810 ໂຕນ ມູນຄ່າ 1.8 ລ້ານກວ່າໂດລາສະຫະລັດ

ກະຊວງກະສິກໍາ ແລະ ສິ່ງແວດລ້ອມ ລາຍງານວັນທີ 21 ຕຸລາ 2025 ນີ້ວ່າ: ການສົ່ງອອກລາຍການສິນຄ້າກະສິກໍາ ແລະ ປັດໄຈການຜະລິດ ຢູ່ດ່ານສາກົນທ່າບົກ-ທ່ານາແລ້ງ ແຕ່ວັນທີ 1-30 ກັນຍາ 2025 ຊຶ່ງມີບັນດາລາຍການທີ່ສໍາຄັນຄື: ຜົນຜະລິດພືດ, ປັດໄຈການຜະລິດ ແລະ ປະເພດເຄື່ອງປ່າຂອງດົງ ທີ່ສົ່ງອອກ ທັງໝົດ 3,810 ໂຕນ ລວມເປັນມູນຄ່າ 1,810,931 ໂດລາສະຫະລັດ. ໃນນັ້ນ, ມີລາຍການສິນຄ້າກະສິກໍາທີ່ສົ່ງອອກເປັນສ່ວນຫລາຍ ເຊັ່ນ: ແປ້ງມັນຕົ້ນ, ຢາງພາລາ, ໝາກກ້ວຍ, ຝຸ່ນປຸຍ, ໄມ້ເຟີນິເຈີ, ຍານຂາວ ແລະ ເຫັດຫລີ່ນຈື່ແຫ້ງ ສົ່ງໄປ 3 ປະເທດຄື:

1. ສົ່ງອອກໄປ ສປ ຈີນ ມີ: ແປ້ງມັນຕົ້ນ 2,061 ໂຕນ ມູນຄ່າ 916,997 ໂດລາສະຫະລັດ, ຢາງພາລາ 1,356 ໂຕນ ມູນຄ່າ 2,343,873 ໂດລາສະຫະລັດ, ໝາກກ້ວຍ 1,747 ໂຕນ ມູນຄ່າ 891,261 ໂດລາສະຫະລັດ, ຝຸ່ນປຸ໋ຍ ແມ່ນປະເພດປຸ໋ຍ 0-0-60 (K2O60%) 660 ໂຕນ ມູນຄ່າ 215,160 ໂດລາສະຫະລັດ

2. ສົ່ງອອກໄປ ປະເທດ ສະເປນ ມີ: ໄມ້ເຟີນີເຈີ 50 ໂຕນ ມູນຄ່າ 8,659 ໂດລາສະຫະລັດ, ຍານຂາວ 10 ໂຕນ ມູນຄ່າ 110,000 ໂດລາສະຫະລັດ

3. ສົ່ງອອກໄປ ປະເທດ ສ.ເກົາຫລີ ມີ: ເຫັດຫລີ່ນຈື່ແຫ້ງ 2 ໂຕນ ມູນຄ່າ 2,673 ໂດລາສະຫະລັດ

ທີ່ມາ: ຂ່າວສານກະສິກຳ ແລະ ສິ່ງແວດລ້ອມ