ສານ ສ.ເກົາຫລີ ອະນຸມັດໝາຍຈັບພົນລະເມືອງທີ່ເດີນທາງກັບມາຈາກກໍາປູເຈຍ ຈໍານວນ 48 ຄົນ ຂໍ້ຫາພົວພັນແກ໊ງສະແກມເມີ

ວັນອັງຄານ ທີ 21 ຕຸລາ 2025 ນະຄອນໂຊລ — ສຳນັກງານຕຳຫລວດແຫ່ງຊາດ ນະຄອນໂຊລ ລາຍງານວ່າ: ສານເມືອງ ອຶຍຈອງບູ ໃນແຂວງ ຍອງກີ ໄດ້ອະນຸມັດໝາຍຈັບພົນລະເມືອງ ສ.ເກົາຫລີ ຈຳນວນ 48 ຄົນ ທີ່ຖືກຄວບຄຸມຕົວກັບຄືນມາຈາກ ນະຄອນຫລວງພະນົມເປັນ ປະເທດກຳປູເຈຍ ໂດຍມີຂໍ້ກ່າວຫາວ່າ ກ່ຽວຂ້ອງກັບເຄືອຂ່າຍອາຊະຍາກຳອອນລາຍ (ສະແກມເມີ) ຂ້າມຊາດໃນກຳປູເຈຍ.

ລາຍງານລະບຸວ່າ: ໜຶ່ງໃນຜູ້ທີ່ຖືກຈັບຕົວກັບຄືນມານັ້ນ ໄດ້ຖືກຄວບຄຸມຕົວ ຕັ້ງແຕ່ເດີນທາງມາຮອດ ສ.ເກົາຫລີ ເນື່ອງຈາກມີໝາຍຈັບຢູ່ກ່ອນແລ້ວ, ໃນຂະນະທີ່ອີກ 10 ຄົນ ກໍາລັງເຂົ້າສູ່ຂະບວນການພິຈາລະນາອອກໝາຍຈັບເພີ່ມຕື່ມໃນພາຍຫລັງ. ທັງນີ້, ຜົນການກວດສານເສບຕິດຂອງກຸ່ມພົນລະເມືອງດັ່ງກ່າວ (ຈຳນວນ 64 ຄົນ) ອອກມາວ່າ ບໍ່ພົບສານເສບຕິດ.

ດ້ານຕຳຫລວດ ສ.ເກົາຫລີ ເປີດເຜີຍວ່າ: ການເດີນທາງໄປນະຄອນຫລວງພະນົມເປັນຂອງຄະນະເຮັດວຽກພິເສດລັດຖະບານ ສ.ເກົາຫລີ ເມື່ອອາທິດຜ່ານມາ ມີເປົ້າໝາຍເພື່ອປຶກສາຫາລືກັບ ທ່ານ ຮຸນ ມາເນດ ນາຍົກລັດຖະມົນຕີກຳປູເຈຍ ແລະ ເຈົ້າໜ້າທີ່ລະດັບສູງຂອງກຳປູເຈຍ ເພື່ອຍົກລະດັບການປາບປາມອາຊະຍາກຳອອນລາຍ ເຊິ່ງໃນເຄືອຂ່າຍນັ້ນມີພົນລະເມືອງ ສ.ເກົາຫລີ ເຂົ້າໄປພົວພັນ ທັງແບບສະໝັກໃຈ ແລະ ບໍ່ສະໝັກໃຈ.

ສຳລັບພາບລວມຂອງບັນຫາ ຕຳຫລວດ ສ.ເກົາຫລີ ປະເມີນວ່າ: ຂະບວນການສະແກມເມີ ໃນກຳປູເຈຍ ມີຂະໜາດໃຫຍ່ ເຊິ່ງອາດມີແຮງງານຈາກຫລາຍປະເທດ ປະມານ 200,000 ຄົນ ແລະ ໃນນັ້ນມີຊາວ ສ.ເກົາຫລີ ໃຕ້ລວມຢູ່ປະມານ 1,000 ຄົນ.