ກຽມພື້ນຟູ ແລະ ບູລະນະຮັກສາທາງຫລວງແຫ່ງຊາດເລກ 9 (ສະຫວັນນະເຂດ-ຫວຽດນາມ) ມູນຄ່າ 3,231 ຕື້ກວ່າກີບ

ວັນທີ 20 ຕຸລາ 2025 ທີ່ນະຄອນຫລວງວຽງຈັນ, ໄດ້ມີພິທີເຊັນສັນຍາ ພື້ນຟູ ແລະ ບູລະນະຮັກສາທາງຫລວງເລກ 9 ໂດຍການເຂົ້າຮ່ວມຂອງ ທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີຮອງລັດຖະມົນຕີ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ອັກຄະລະ ອິນທະວົງສາ ຫົວໜ້າໂຄງການ ຟື້ນຟູ ແລະ ບູລະນະຮັກສາທາງຫລວງແຫ່ງຊາດເລກ 9 ໄດ້ກ່າວວ່າ: ເສັ້ນທາງຫຼວງແຫ່ງຊາດເລກ 9 ໄດ້ກໍສ້າງສໍາເລັດໃນປີ 1988 ມາຮອດປັດຈຸບັນໄດ້ມີການຟື້ນຟູແລ້ວ 4 ໄລຍະ ແລະ ໄລຍະທີ 4 ແມ່ນຊ່ວງປີ 2015-2018 ອອກແບບຮັບນໍ້າໜັກ 11 ໂຕນ/ເພົາ; ໃນການຟື້ນຟູແຕ່ລະຄັ້ງແມ່ນໄດ້ ນໍາໃຊ້ງົບປະມານເປັນຈໍານວນຫຼວງຫຼາຍ. ຮອດປັດຈຸັນ ເສັ້ນທາງບາງຊ່ວງແມ່ນໝົດອາຍຸການນໍາໃຊ້ແລ້ວ, ພ້ອມນີ້ ປະລິມາການສັນຈອນກໍເພີ່ມຂຶ້ນໃນແຕ່ລະປີ ເຊິ່ງຈໍາເປັນຕ້ອງໄດ້ຟື້ນຟູດ່ວນ.

ທາງເລກ 9 ຊຶ່ງແມ່ນທາງຫຼວງອາຊຽນ ເລກທີ 16 ແມ່ນໜຶ່ງ ໃນ 8 ເສັ້ນທາງຫຼວງອາຊຽນ ທີ່ຜ່ານປະເທດລາວ ເປັນເສັ້ນທາງຍຸດທະສາດຮັບໃຊ້ການຂົນສົ່ງຜ່ານແດນຂອງອະນຸພາກພື້ນ ໂດຍສະເພາະການຂົນສົ່ງລະຫວ່າງ ລາວ-ຫວຽດນາມ-ໄທ, ຜ່ານການຄົ້ນຄວ້າໂດຍທຽບໃສ່ບັນຫາໃນປັດຈຸບັນ ດ້ານງົບປະມານໃນການນໍາໃຊ້ ບູລະນະຮັກສາ ແລະ ສ້ອມແປງທາງຫຼວງແຫ່ງຊາດເລກ 9 ແມ່ນເຫັນວ່າເພີ່ມຂຶ້ນຫຼາຍໃນແຕ່ລະປີ ແລະ ການສະໜອງງົບປະມານໃນແຕ່ລະປີກໍບໍ່ພຽງພໍຕໍ່ການບູລະນະຮັກສາ ແລະ ສ້ອມແປງ ຈຶ່ງເຮັດໃຫ້ເສັ້ນທາງມີການຊຸດໂຊມ, ເປ່ເພ ສະສົມຫຼາຍຂຶ້ນ.

ລັດວິສາຫະກິດ ກໍ່ສ້າງທາງເລກ 8 ໄດ້ສະເໜີເຈດຈໍານົງ ຫາ ກະຊວງ ຍທຂ, ກົມຂົວທາງໄດ້ຄົ້ນຄວ້າ, ຫຼັງຈາກນັ້ນ, ກະຊວງ ຍທຂ ໄດ້ມີໜັງສືລາຍງານ ຫາ ທ່ານ ນາຍົກລັດຖະມົນຕີ ໂດຍມີທິດຊີ້ນໍາ ດ້ານຫຼັກການ ເຫັນດີ ໃຫ້ກະຊວງ ຍທຂ ເກັບຄ່າບໍລິການຜ່ານທາງຫຼວງແຫ່ງຊາດເລກ 9 ໂດຍໃຫ້ເກັບສະເພາະ ລົດບັນທຸກ 12 ໂຕນ ຂຶ້ນໄປ. ສໍາລັບເງິນໄດ້ຈາກຄ່າຜ່ານທາງດັ່ງກ່າວ, ແມ່ນນໍາໃຊ້ເຂົ້າໃນການສ້ອມແປງ ແລະ ບູລະນະສະເພາະທາງ ຫລວງແຫ່ງຊາດເລກ 9. ແຕ່ກ່ອນຈະເລີ່ມຈັດຕັ້ງປະຕິບັດໃຫ້ລາຍງານຕໍ່ຄະນະອໍານວຍຄວາມສະດວກທາງດ້ານການຄ້າ ໃຫ້ເບິ່ງດ້ານຕ່າງໆ ຕື່ມ ເຊັ່ນ: ການກໍານົດຈຸດເກັບເງິນ ໃຫ້ເໝາະສົມວ່າຈະກໍານົດຈຸດໃດແດ່. 1) ອັດຕາການເກັບເງິນໃຫ້ເໝາະສົມ; 2) ລະບົບການເກັບຕ້ອງເປັນລະບົບທັນສະໄໝ ຜ່ານລະບົບທະນາຄານ ແລະ 3) ພາຍຫຼັງມີຄວາມພ້ອມຮອບດ້ານແລ້ວ, ໃຫ້ເຮັດວຽກງານປະຊາສໍາພັນ ໃຫ້ຜູ້ປະກອບການ ແລະ ສັງຄົມ ຮັບຊາບຢ່າງທົ່ວເຖິງ ແລ້ວຈຶ່ງເລີ່ມຈັດຕັ້ງປະຕິບັດ.

ໂຄງການຟື້ນຟູ ແລະ ບູລະນະຮັກສາທາງຫລວງແຫ່ງຊາດເລກ 9 ເລີ່ມແຕ່ ວົງວຽນໄດໂນເສົາ ນະຄອນໄກສອນພົມວິຫານ ຫາ ຊາຍແດນ ລາວ-ຫວຽດນາມ ເມືອງເຊໂປນ ແຂວງສະຫວັນນະເຂດ ໃນຮູບແບບສັນຍາປະສົມປະສານ ລະຫວ່າງ (OPBRC) ແລະ (PRTC) ຄວາມຍາວ 233.30 ກມ, ການອອກແບບ ບູລະນະຮັກສາ ແລະ ສ້ອມແປງ ນໍາໃຊ້ມາດຕະຖານຕໍ່ສຸດເປັນທາງຊັ້ນ III ຮັບນໍ້າໜັກໄດ້ 11 ໂຕນ/ເພົາ, ໜ້າທາງປູອັດສະຟານ ຄວາມໜາ 8-10 ຊັງຕີແມັດ, ໜ້າທາງກວ້າງ 9-12 ແມັດ.

ສໍາລັບຈຸດເກັບເງິນ ໜ້າທາງປູດ້ວຍເບຕົງ ຄວາມໜາ 30 ຊັງຕີແມັດ, ໜ້າທາງກວ້າງ 34 ແມັດ; ລັດວິສາຫະກິດ ກໍ່ສ້າງ ທາງເລກ 8 ເປັນຜູ້ຮັບເໝົາຟື້ນຟູ ແລະ ບູລະນະຮັກສາທາງຫລວງແຫ່ງຊາດເລກ 9 ໃນໄລຍະ 10 ປີ ໄລຍະຟື້ນຟູ 3 ປີ, ໃນມູນຄ່າປະເມີນເບື້ອງຕົ້ນບໍ່ເກີນ 3,231,638,898,461 ກີບ, ໃນນີ້ ປະກອບມີ 4 ໜ້າວຽກໃຫຍ່ ຄື:

1. ໜ້າວຽກສຳຫລວດ, ທົດລອງວັດສະດຸໂຄງສ້າງທາງເດີມ, ອອກແບບ ແລະ ແບບແຕ້ມສຸດທ້າຍ

2. ໜ້າວຽກ ກໍ່ສ້າງ ແລະ ຟື້ນຟູ ໄລຍະເວລາ 3 ປີ

3. ໜ້າວຽກ ບູລະນະຮັກສາ ໄລຍະເວລາ 7 ປີ

4. ໜ້າວຽກກໍ່ສ້າງດ່ານເກັບເງິນ ຈໍານວນ 4 ຈຸດ ພ້ອມທັງຕິດຕັ້ງອຸປະກອນທັນສະໄໝ.

ທີ່ມາ: ກະຊວງໂຍທາທິການ ແລະ ຂົນສົ່ງ