ທັບນັກກິລາຊາວໜຸ່ມລາວ ໄດ້ຮັບການໂອ້ລົມກ່ອນເດີນທາງເຂົ້າຮ່ວມງານມະຫາກຳກິລາຊາວໜຸ່ມອາຊີ ຄັ້ງທີ 3 ທີ່ບາເຣນ

ໃນຕອນເຊົ້າຂອງວັນພະຫັດ ທີ 16 ຕຸລາ 2025, ໄດ້ມີພິທີໂອ້ລົມໃຫ້ກຳລັງໃຈແກ່ຄະນະນັກກິລາຊາວໜຸ່ມລາວ ທີ່ຫ້ອງປະຊຸມຄະນະກຳມະການໂອແລມປິກແຫ່ງຊາດລາວ, ກ່ອນຈະເດີນທາງເຂົ້າຮ່ວມງານມະຫะກຳກິລາຊາວໜຸ່ມອາຊີ ຄັ້ງທີ 3 (3rd Asian Youth Games) ເຊິ່ງຈະຈັດຂຶ້ນທີ່ປະເທດບາເຣນ ໃນລະຫວ່າງວັນທີ 22-31 ຕຸລາ 2025 ນີ້.

ພິທີໂອ້ລົມໃຫ້ກຽດຈາກ ທ່ານ ສີຈັນ ຈິດຕະປັນຍາ, ຫົວໜ້າກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ (ສສກ) ແລະ ທ່ານ ແສງພອນ ພົນອາມາດ, ຮອງປະທານ-ເລຂາທິການ ຄະນະກຳມະການໂອແລມປິກແຫ່ງຊາດລາວ ເຊິ່ງໄດ້ໃຫ້ການຊີ້ນຳ ແລະ ກຳລັງໃຈຢ່າງອົບອຸ່ນແກ່ນັກກິລາຊາວໜຸ່ມລາວທຸກຄົນ ໂດຍໄດ້ເນັ້ນໜັກໃຫ້ ນັກກິລາ ເພີ່ມທະວີຄວາມເອົາໃຈໃສ່ໃນການເຂົ້າຮ່ວມແຂ່ງຂັນໃນງານຄັ້ງນີ້ ເຖິງວ່າພວກເຮົາຈະພົບກັບອຸປະສັກໃດໆກໍຕາມ ເພາະງານກິລາລະດັບອາຊີ ແນ່ນອນເລີຍວ່າລ້ວນແລ້ວແຕ່ມີນັກກິລາລະດັບໂລກຈຳນວນຫຼາຍຄົນ ສະນັ້ນ ຂໍໃຫ້ທຸກຄົນຈົ່ງພະຍາຍາມສ້າງຜົນງານໃຫ້ອອກມາດີທີ່ສຸດ ເພື່ອເກັບກ່ຽວປະສົບການ ກຽມເຂົ້າຮ່ວມງານກິລາຊີເກມ ຄັ້ງທີ 34 ທີ່ປະເທດໄທ ຮັບກຽດເປັນເຈົ້າພາບ ໃນເດືອນທັນວານີ້.

ຄະນະນັກກິລາຊາວໜຸ່ມລາວຊຸດນີ້ ລວມມີທັງໝົດ 26 ຄົນ, ປະກອບດ້ວຍ ຫົວໜ້າຄະນະນັກກິລາ ແລະ ກອງເລຂາ 4 ຄົນ, ນັກກິລາ 14 ຄົນ (ຍິງ 7 ຄົນ) ແລະ ຄູຝຶກອີກ 8 ຄົນ ແລະ ຈະເຂົ້າຮ່ວມແຂ່ງຂັນທັງໝົດ 7 ປະເພດກິລາດ້ວຍກັນຄື: ຢູໂດ (Judo), ຈູຈິດສູ (Jujitsu), ອີສະປອດ (Esports), ປິ່ງປ່ອງ (Table Tennis), ແລ່ນ-ລານ(Athletics), ລອຍນໍ້າ (Swimming) ແລະ ດອກປີກໄກ່ (Badminton)

ຄະນະນັກກິລາຊາວໜຸ່ມລາວ ແມ່ນອອກເດີນທາງໄປຍັງປະເທດບາເຣນ ໃນວັນທີ 18 ຕຸລາ 2025ນີ້.

ທີ່ມາ: ກົມກິລາລະດັບສູງ ກະຊວງສຶກສາທິການ ແລະ ກິລາ