ຫຼາຍບັນຫາ ແລະ ປາກົດການຫຍໍ້ທໍ້ໃນສັງຄົມ ເກີດຈາກຄວາມເຫັນແກ່ຕົວຂອງຄົນບາງກຸ່ມ
ໂດຍ: ອ້າຍທິດດີ
ເພື່ອນຜູ້ອ່ານເຄີຍໄດ້ສັງເກດບໍວ່າ: ມະນຸດເຮົານີ້ກໍແປກປະຫຼາດ ບໍ່ສົມກັບຄຳວ່າ: ເປັນສັດປະເສີດ ອັນມີມັນສະໝອງ ມີແນວຄິດທີ່ປະເສີດເລີດລ້ຳ ຈາກເດຍລະສານທົ່ວໄປ ຈາກແນວຄິດ ມັນສະໝອງອັນປະເສີດເລີດລ້ຳຄືແນວນີ້ຈຶ່ງເຮັດໃຫ້ຄົນເຮົາຈຳນວນບໍ່ໜ້ອຍມັກບຽດບຽນມະນຸດດ້ວຍກັນ, ຊອກຫາຄວາມສຸກ ບົນຄວາມທຸກຂອງຜູ້ອື່ນ.
ມັນສະແດງອອກພົ້ນເດັ່ນ ກໍແມ່ນພວກຄ້າ-ຂາຍ ຢາເສບຕິດ ນັບແຕ່ ລາຍນ້ອຍເຖິງລາຍໃຫຍ່ ຮັ່ງມີຂຶ້ນທັນຕາ ໄວວາ ມີຊັບສິນ ເງິນຄຳ ມາກມາຍກ່າຍກອງ ແຕ່ວ່າກົງກັນຂ້າມພັດມີທີ່ທີ່ເສບກາຍເປັນທາດຂອງຢາເສບຕິດຈຳນວນຫຼວງຫຼາຍ ລວມເຖິງ ພໍ່-ແມ່ ແລະຍາດພີ່ນ້ອງຂອງຜູ້ຕົກເປັນທາດຂອງຢາເສບຕິດຕ້ອງທົນທຸກທໍລະມານ ເໝືອນຕາຍທັງເປັນ ມີບາງກໍລະນີ ກໍຖືກຄາຕະກຳລົ້ມຫາຍຕາຍຈາກດັ່ງທີ່ເປັນຂ່າວຜ່ານ ມາວ່າ: ລູກທໍລະພີ ຂ້າທັງພໍ່ແລະແມ່ ເມື່ອຂໍເງິນໄປຊື້ຢາບໍ່ໃຫ້ ບໍ່ໄດ້ດັ່ງໃຈ ກາຍເປັນຂ່າວສ້າງຄວາມຫົດຫູ່ໃຈຂອງຜູ້ຄົນທັງຫຼາຍໃນສັງຄົມ.
ຖັດມາກໍແມ່ນພວກຄ້າມະນຸດ ອັນນີ້ຖືວ່າໂຫດຮ້າຍແລະຮຸນແຮງແທ້ໆ ຕົວະໄປເຮັດວຽກລົງທະເລ ມີບາງຄົນຖືກຂ້າຕາຍ, ພວກນາຍໜ້າຕົວະຍິງລາວໄປແຕ່ງງາານກັບຄົນຕ່າງປະເທດໂດຍທີ່ບໍ່ເກີດຈາກຄວາມຮັກແຕ່ຢ່າງໃດ ເຊິ່ງເປັນຂ່າວໂດ່ງດັງໃນສັງຄົມອອນລາຍ, ພວກຕົວະຕົ້ມໃຫ້ລົງທຶນຮ່ວມຄ້າ ຂາຍ ດັ່ງກໍລະນີໃນອະດີດເຊັ່ນ ບໍລິສັດ PS, ເຈທິບ ນອກນີ້ຍັງມີ ພວກແກ້ງ ຄໍເຊັນເຕີທີ່ຕົວະຜ່ານສື່ອອນລາຍ ຕໍ່ມາແມ່ນພວກສໍ້ຫຼວງບັງລາດ, ສໍ້ລາດບັງຫຼວງ ແບບໜ້າຕາເສີຍ; ພວກສວຍໃຊ້ໜ້າທີ່ຕຳແໜ່ງຮ່ວມຫົວກັບນາຍທຶນຈຳນວນໜຶ່ງ ສໍ້ໂກງເງິນຫຼວງຜ່ານໂຄງການກໍສ້າງຂະໜາດໃຫຍ່ ດັ່ງກໍລະນີສໍ້ໂກງໃນໂຄງການສາຍສົ່ງໄຟຟ້າດັ່ງທີ່ເປັນຂ່າວໂດ່ງດັງ, ພວກຊຸມນີ້ໄດ້ກໍ່ໂທດກຳຕໍ່ປະເທດຊາດ ແລະປະຊາຊົນ ປະຊາຊົນເປັນຜູ້ຮັບເຄາະກຳໃຊ້ໜີ້ສິນທີ່ພວກເຂົາກໍຂຶ້ນໂດຍການຈ່າຍເງິນພາສີ ແທນທີ່ເງິນນັ້ນຈະຖືກນຳໄປພັດທະນາສ້າງສາປະເທດຊາດ ຊຶ່ງຄົນຈຳນວນນີ້ເຂົ້າສູ່ວັງການເບື້ອງຕົ້ນກໍເປັນ ທ້າວຄຳຄື ຈາກນັ້ນມາພັດ ກາຍເປັນ ທ້າວຄຳຜານໄປໃນຕົວ.
ສ່ວນກໍລະນີ ເລັກໆນ້ອຍໆ ມະຍິກມະຍ່ອຍ ກໍມີພວກມ່ວນຊື່ນໂຮງແຊວເກີນຂອບເຂດຂອງຂໍ້ກຳນົດໃນລະບຽບກົດໝາຍບ້ານເມືອງຢູ່ອ້ອມຂ້າງອ້ອມແອວ ໂດຍບໍ່ຫົວຊາ ເຮັດໜ້າມຶນ ຮ້ອງລຳທຳເພັງ ຄັນສຽງດີ ສຽງມ່ວນກໍຍັງໄຄແດ່ ອັນນີ້ຈີກປາກຮ້ອງສຽງເຫຼີສຽງໄຫຼບໍ່ເຫັນອົກເຫັນໃຈຜູ້ອື່ນ, ຊ້ຳບໍ່ໜຳແມ່ນການນຳເອົາການປະຕິບັດແບບບໍ່ເຄີຍມີໃນຮີດຄອງປະເພນີລາວມາໃຊ້ຢ່າງເສີຍເມີຍຈົນກາຍເປັນຄວາມຊິນເຄີຍນັ້ນຄື: ການຈູດໝາກກະໂພກຍາມບຸນສິນກິນທານ ເປັນຕົ້ນແມ່ນບຸນອອກພັນສາ-ຊ່ວງເຮືອຜ່ານມານີ້ເອງ ໂດຍສະເພາະຢູ່ນະຄອນຫຼວງວຽງຈັນ.
ຜູ້ຈູດພັດຮ້ອງໂຮ ເບີກບານມ່ວນຊື່ນ ແຕ່ຄົນມີອາຍຸສູງ ຄົນມີພະຍາດປະຈຳຕົວລຳບາກຫຼາຍ, ສ່ວນສັດສາວາສິ່ງກໍແຕກຕື່ນແຕກຊະນະໂມໄປທົ່ວທີບ ມີບາງຄົນເສຍຮອດສັດທີ່ຕົນເອງຮັກຕົນເອງຫວງກໍມີ, ເລື່ອງນີ້ເວົ້າມາຫຼາຍປີ ແຕ່ຫ້າມບໍ່ໄດ້ ອັນນີ້ກໍໜ້າເຫັນໃຈເຈົ້າໜ້າທີ່ບ້ານເມືອງ ເພາະອຳນາດການປົກຄອງຂັ້ນໜ່ວຍ, ຂັ້ນບ້ານບໍ່ເຂັ້ມແຂງ, ບໍ່ເຂັ້ມງວດເທົ່າທີ່ຄວນ. ສະຫຼຸບວ່າ: ເຮົາຈະປະປ່ອຍໃຫ້ຄົນຈຳນວນໜຶ່ງມີຄວາມສຸກຢູ່ບົນຄວາມທຸກຂອງຄົນຈຳນວນຫຼາຍແບບນີ້ຕໍ່ໄປບໍ ຫຼືຈະແກ້ໄຂແນວໃດ? ສະເໜີແລກປ່ຽນນຳກັນນໍ!
