ຫວຽດນາມ ຈະສະໜັບສະໜູນທຶນການສຶກສາດ້ານເຕັກໂນໂລຊີ ໃຫ້ ສປປ ລາວ 50 ທຶນ

ວັນທີ 1 ຕຸລາ 2025 ທີ່ຜ່ານມານີ້, ຄະນະຜູ້ແທນ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ນໍາໂດຍ ທ່ານ ບັນດິດ ສຈ. ບໍ່ວຽງຄຳ ວົງດາລາ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງໄປເຄື່ອນໄຫວວຽກງານ ທີ່ ນະຄອນໂຮຈິມິນ, ສສ ຫວຽດນາມ
ສອງຝ່າຍ ຍັງໄດ້ປຶກສາຫາລືແລກປ່ຽນທິດທາງແຜນການຮ່ວມມືໃນຕໍ່ໜ້າ ເປັນຕົ້ນ:
ດ້ານການຄົ້ນຄວ້າວິທະຍາສາດເຕັກໂນໂລຊີ: ຈະສືບຕໍ່ການຮ່ວມມືໃນການແລກປ່ຽນຊ່ຽວຊານ, ນັກຄົ້ນຄວ້າດ້ານວິທະຍາສາດ, ແລກປ່ຽນເຕັກໂນໂລຊີ ແລະ ນະວັດຕະກໍາອັນໃໝ່ເຊິ່ງກັນ ແລະ ກັນ.
ດ້ານການພັດທະນາຊັບພະຍາກອນມະນຸດ:
1. ໄລຍະສັ້ນ ສອງຝ່າຍຈະເພີ່ມການຮ່ວມມືໃນການຈັດຝຶກອົບຮົບ ສ້າງຄວາມພ້ອມທາງດ້ານການຄຸ້ມຄອງ ແລະ ໝູນໃຊ້ລະບົບອຸປະກອນຫ້ອງທົດລອງ, ດ້ານຂໍ້ມູນຂ່າວສານ ແລະ ການສື່ສານ ຕ້ານໄພພິບັດ (ແຜ່ນດິນໄຫວ ແລະ ອື່ນໆ ທີ່ກ່ຽວຂ້ອງ) ໃຫ້ມີປະສິດຕິພາບ;
– ສືບຕໍ່ຝຶກອົບຮົມໄລຍະສັ້ນໃນຫົວຂໍ້ຕ່າງໆ ເພື່ອຍົກສູງຄວາມສາມາດໃນການຕີລາຄາ, ການກວດສອບ, ການປະເມີນ ເເລະ ການຖ່າຍທອດເຕັກໂນໂລຊີ, ເນັ້ນໃສ່ການນຳໃຊ້ເຕັກໂນໂລຊີ ແລະ ການພັດທະນາເຕັກໂນໂລຊີລະດັບສູງ;
2. ໄລຍະຍາວ ທາງສະພາບັນດິດວິທະຍາສາດ ແລະ ເຕັກໂນໂລຊີ ສສ ຫວຽດນາມ ຕາງໜ້າໂດຍ ມະຫາວິທະຍາໄລ ວິທະຍາສາດ ແລະ ເຕັກໂນໂລຊີ ຮ່າໂນ້ຍ (USTH) ຈະສືບຕໍ່ຮ່ວມມືກັບ ສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສປປ ລາວ ເພື່ອຊ່ວຍສ້າງບຸກຄະລາກອນໃນລະດັບປະລິນຍາຕີ ຮູບແບບ 2+2 ຈຳນວນ 3 ສາຂາ ວິຊາ ຄື: ວິທະຍາສາດເຕັກໂນໂລຊີຂໍ້ມູນຂ່າວສານ, ຄວາມປອດໄພໄຊເບີ ແລະ ໄອຊີທີ;
– ຝ່າຍຫວຽດນາມ ຈະສະໜັບສະໜູນທຶນການສຶກສາຈໍານວນ 30 ທຶນ ໃຫ້ເເກ່ນັກສຶກສາ ຂອງສະຖາບັນເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ສປປ ລາວ ເພື່ອເຂົ້າສຶກສາໃນຫລັກສູດແລກປ່ຽນ
– ຈະສະໜັບສະໜູນ 20 ທຶນການສຶກສາສໍາລັບຄູອາຈານ ເພື່ອເພີ່ມຄວາມສາມາດໃນການສອນໃຫ້ຄູອາຈານລາວ ທີ່ຈະສິດສອນໃນຫລັກສູດແລກປ່ຽນ, ສະໜັບສະໜູນໃນການຂຽນແຜນການຮຽນ-ການສອນລາຍວິຊາ Outcome Based Education (OBE) ໃນການພັດທະນາຫຼັກສູດ 5 ສາຂາວິຊາ ຄື: ສາຂາຄວາມປອດໄພໄຊເບີ, ສາຂາເຕັກໂນໂລຊີຂໍ້ມູນຂ່າວສານ, ສາຂາວິສະວະກໍາເຄືອຂ່າຍໂທລະຄົມມະນາຄົມ, ສາຂາປັນຍາປະດິດ (AI) ແລະ ສາຂາຖານຂໍ້ມູນ ແລະ ບໍລິຫານເຊີເວີ.
ນອກນັ້ນ, ສອງຝ່າຍ ຍັງໄດ້ປຶກສາຫາລື ດ້ານການແລກປ່ຽນ ແລະ ຖອດຖອນບົດຮຽນນະໂຍບາຍຮ່ວມກັນ, ໃນນີ້ແມ່ນເນັ້ນໃສ່ການຖອດຖອນບົດຮຽນທາງດ້ານການຄຸ້ມຄອງ, ສົ່ງເສີມ ເຕັກໂນໂລຊີ ເເລະ ນະວັດຕະກຳ, ທຸລະກິດແບບສະຕາດອັບ (startup), ພັດທະນາ, ຄຸ້ມຄອງ ແລະ ດຶງດູດນັກລົງທຶນທາງດ້ານເຕັກໂນໂລຊີລະດັບສູງ; ສອງຝ່າຍ ຍັງຈະສືບຕໍ່ຮ່ວມກັນສ້າງເປັນໂຄງການ ເພື່ອສະເໜີເປັນໂຄງການຊ່ວຍເຫລືອ ຫລື ຮ່ວມກັນຈັດຕັ້ງປະຕິບັດ ເຊັ່ນ:
1) “ສ້າງສູນຂໍ້ມູນຂ່າວສານ ແລະ ການສື່ສານ ກ່ຽວກັບໄພພິບັດ (ແຜ່ນດິນໄຫວ)” ເພື່ອຂະຫຍາຍລະບົບການຈັດເກັບຂໍ້ມູນ ກ່ຽວກັບທໍລະນີວິທະຍາ, ສະພາບແວດລ້ອມຂອງທໍາມະຊາດ ແລະ ອື່ນໆ ກ້າວໄປສູ່ການສ້າງເປັນລະບົບຖານຂໍ້ມູນ ແລະ ສ້າງເປັນສູນຂໍ້ມູນຂ່າວສານ ແລະ ການວິເຄາະ, ນໍາໃຊ້ປະໂຫຍດຈາກຂໍ້ມູນ ຊ່ວຍເຂົ້າໃນວຽກງານການຄົ້ນຄວ້າ, ການແຈ້ງເຕືອນທາງໄພພິບັດຕ່າງໆ;
2) “ໂຄງການສ້າງສູນບົ່ມເພາະ ແລກປ່ຽນຄວາມຮູ້ແຫ່ງຊາດດ້ານເຕັກໂນໂລຊີ ແລະ ນະວັດຕະກຳ” ເພື່ອນຳສະເໜີລັດຖະບານສອງຝ່າຍບັນຈຸເຂົ້າແຜນງົບປະມານຈັດຕັ້ງປະຕິບັດໄລຍະປີ 2027 – 2028 ໃນກອງປະຊຸມ ຄັ້ງທີ 48 ຂອງຄະນະຮ່ວມມືທະວິພາຄີຮ່ວມມືສອງຝ່າຍລະຫວ່າງລັດຖະບານລາວ – ຫວຽດນາມ ປີ 2026
3) ໂຄງການອື່ນໆ ທີ່ສອງຝ່າຍເຫັນວ່າ ມີຄວາມຕ້ອງການຮ່ວມກັນພັດທະນາ.
ພ້ອມດຽວກັນນີ້, ສອງຝ່າຍຍັງໄດ້ລົງນາມບົດບັນທຶກຮ່ວມກັນ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດການຮ່ວມມືໃນຕໍ່ໜ້າ ແລະ ບົດບັນທຶກຊ່ວຍຈໍາ (MOU) ເພື່ອຮ່ວມມືກັນໃນການຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ເຕັກໂນໂລຊີອັດສະລິຍະ ເຂົ້າໃນການເຝົ້າລະວັງແຜ່ນດິນໄຫວ, ການຕິດຕາມແຜ່ນດິນໄຫວ, ມົນລະພິດທາງອາກາດ ແລະ ອື່ນໆທີ່ກ່ຽວຂ້ອງ.