ໂຈນບຸກເຂົ້າຫໍພິພິທະພັນລູຟ ໃນປາຣີ ລັກເອົາເຄື່ອງເພັດອັນລໍ້າຄ່າ ໃນຕອນກາງເວັນ

ສຳນັກຂ່າວຣອຍເຕີ ລາຍງານ: ວັນທີ 19 ຕຸລາ 2025 ເກີດເຫດໂຈລະກໍາຜົນງານສິນລະປະລະດັບໂລກ ຈາກກຸ່ມຄົນຮ້າຍຢ່າງໜ້ອຍ 4 ຄົນ ບຸກເຂົ້າໄປໃນຫໍພິພິທະພັນລູຟ (Louvre Museum) ນະຄອນຫລວງປາຣີ ປະເທດຝຣັ່ງ ເຊິ່ງໄດ້ກວາດເອົາເຄື່ອງຂອງມີຄ່າ ແລະ ເຄື່ອງປະດັບລາຊະວົງຝຣັ່ງ ຈໍານວນ 8 ຊິ້ນ ແລ້ວຫລົບໜີໄປຢ່າງໄຮ້ຮ່ອງຮອຍ.

ຕາມລາຍງານຂອງເຈົ້າໜ້າທີ ເຫດການເກີດຂຶ້ນປະມານ 9.30 ໂມງເຊົ້າ (ຕາມເວລາທ້ອງຖິ່ນ) ຄົນຮ້າຍໄດ້ໃຊ້ລົດບັນທຸກທີ່ຕິດຕັ້ງເຄຣນຍົກ, ຍົກຕົວຂຶ້ນໄປທາງປ່ອງຢ້ຽມຊັ້ນເທິງຂອງອາຄານ Galerie d’Apollon ທີ່ເປັນຫ້ອງວາງສະແດງເຄື່ອງເພັດບູຮານ ແລ້ວໃຊ້ເຄື່ອງຕັດແກ້ວ ແລະ ອຸປະກອນເຈາະໂລຫະ ເຂົ້າໄປກວາດເອົາວັດຖຸມີຄ່າ ໃນເວລາບໍ່ເຖິງ 7 ນາທີ.

ວັດຖຸທີ່ຖືກຂະໂມຍໄປ ເປັນເຄື່ອງເພັດຈາກລາຊະວົງຝຣັ່ງໃນສະຕະວັດທີ 19 ລວມທັງມົງກຸດ ແລະ ສາຍຄໍຂອງພະລາຊິນີອູເຊນີ (Empress Eugénie) ແລະ ພະລາຊິນີ ມາຣີ-ອາເມລີ (Queen Marie-Amélie) ທີ່ບໍ່ສາມາດຕີລາຄາໄດ້ ເນື່ອງຈາກເປັນສົມບັດທາງປະຫວັດສາດຂອງຊາດ. ປະເທດຝຣັ່ງ ຈຶ່ງຈຳເປັນຕ້ອງປິດຫໍພິພິທະພັນຊົ່ວຄາວ ເພື່ອເກັບກຳຫລັກຖານ ແລະ ອົບພະຍົບນັກທ່ອງທ່ຽວອອກຈາກພື້ນທີ່.

ປະທານາທິບໍດີ ເອມມານູແອນ ມາຄຣົງ (Emmanuel Macron) ວ່າ: “ນີ້ແມ່ນການໂຈມຕີຕໍ່ມໍລະດົກທາງວັດທະນະທຳຂອງຊາດຝຣັ່ງ, ພວກເຮົາຈະເຮັດທຸກວິທີທາງເພື່ອນໍາຈັບຕົວຜູ້ກະທຳຜິດ ແລະ ນຳເອົາສົມບັດຂອງພວກເຮົາກັບຄືນມາ.”

ໄອຍະການນະຄອນຫລວງປາຣີ ໄດ້ເປີດການສອບສວນໃນຂໍ້ຫາ “ອາຊະຍາກຳໂດຍອົງກອນ” ແລະ ມອບໝາຍໃຫ້ໜ່ວຍສືບສວນພິເສດຕິດຕາມເບາະແສຂອງກຸ່ມຜູ້ກໍ່ເຫດ ເຊິ່ງຄາດວ່າເປັນມືອາຊີບທີ່ໄດ້ກະກຽມແຜນການໄວ້ລ່ວງໜ້າຢ່າງລະອຽດ.

ເຫດການນີ້ໄດ້ສ້າງຄວາມສັ່ນສະເທືອນໃນວົງການສິລະປະທົ່ວໂລກ ແລະ ຢໍ້າເຖິງຄຳຖາມກ່ຽວກັບມາດຕະການຮັກສາຄວາມປອດໄພຂອງພິພິທະພັນລະດັບໂລກໂດຍສະເພາະ Louvre Museum ທີ່ມີຜູ້ເຂົ້າຊົມຫລາຍກວ່າ 8.7 ລ້ານຄົນຕໍ່ປີ.