ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ຕິດຕາມໂຄງການກໍ່ສ້າງຕ້ານເຈື່ອນພັດທະນາແຄມນໍ້າຂອງ ແລະ ນໍ້າຄານ ນະຄອນຫລວງພະບາງ

ວັນທີ 19 ຕຸລາ 2025 ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມດ້ວຍຄະນະໄດ້ລົງຕິດຕາມ ໂຄງການກໍ່ສ້າງຕ້ານເຈື່ອນພັດທະນາແຄມນໍ້າຂອງ ແລະ ນໍ້າຄານ ນະຄອນຫລວງພະບາງ.

ໂຄງການກໍ່ສ້າງຕ້ານເຈື່ອນພັດທະນາແຄມຂອງ ແລະ ນ້ຳຄານ ພາຍໃຕ້ໂຄງການຄຸ້ມຄອງຄວາມສ່ຽງໄພພິບັດນ້ຳຖ້ວມອາຊີຕາເວັນອອກສຽງໃຕ້, ມູນຄ່າກໍ່ສ້າງ 5,195,988.49 ໂດລາ ເງິນກູ້ຢືມຈາກທະນາຄານໂລກ ໄລຍະກໍ່ສ້າງ 2 ປີ ໃຫ້ສຳເລັດ(15 ພຶດສະພາ 2023 ຫາ 15 ພຶດສະພາ 2025),ໂຄງການແມ່ນໄດ້ຕໍ່ສັນຍາ ຈຳນວນ 2 ຄັ້ງ, ຕາມແຜນແມ່ນຈະໃຫ້ສໍາເລັດ ແລະ ມອບຮັບຊົ່ວຄາວ ພາຍໃນເດືອນ ພະຈິກ(11) 2025 ສັນຍາເລກທີ: AF/W01, ສັນຍາ ເລກທີ: 30321/DOW, ວັນທີ 1 ທັນວາ 2022 ວັນທີເຊັນສັນຍາ: 23 ມີນາ 2023 (ສັ່ງວຽກ 15 ພຶດສະພາ 2023) ຄວາມຄືບໜ້າຮອດປະຈຸບັນ 93.4%

ໂອກາດນີ້, ລັດຖະມົນຕີ ຍທຂ ໄດ້ເນັ້ນ ຄະນະນໍາພະແນກ ຍທຂ ແຂວງ ທີ່ໄດ້ເອົາໃຈໃສ່ຕິດຕາມໂຄງການດັ່ງກ່າວ ໃຫ້ມີຜົນສໍາເລັດຕາມລະດັບຄາດໝາຍ, ພ້ອມທັງເນັ້ນຢໍ້າໃຫ້ເອົາໃຈໃສ່ຊຸກຍູ້ຕິດ ຕາມການພັດທະນາໃຫ້ສາມາດສໍາເລັດໄວຕາມແຜນການ ຮັບປະກັນຄວາມສະອາດຈົບງາມໃນໄລຍະການກໍ່ສ້າງ ແລະ ຄວາມປອດໄພ ເນື່ອງຈາກນະຄອນຫລວງພະບາງມີນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ມາທ່ຽວເປັນຈໍານວນຫລາຍ.

ທີ່ມາ: ກະຊວງໂຍທາທິການ ແລະ ຂົນສົ່ງ