ປະເທດສະເປນອອກກົດ “ຫ້າມຮັບລ້ຽງແມວດຳ” ຊົ່ວຄາວ ໄລຍະເທສະການຮາໂລວີນ ເນື່ອງຈາກຢ້ານຖືກນຳໄປໃຊ້ໃນພິທີກຳ
ເມືອງຕາຣາຊຊາ (Terrassa) ປະເທດສະເປນ ປະກາດຫ້າມປະຊາຊົນຮັບລ້ຽງ “ແມວດຳ” ຈາກສູນພັກເຊົາສັດຊົ່ວຄາວ ລະຫວ່າງວັນທີ 6 ຕຸລາ ເຖິງ 10 ພະຈິກ ເພື່ອປ້ອງກັນບໍ່ໃຫ້ແມວດຳຖືກນຳໄປໃຊ້ໃນພິທີກຳ ຫລື ຖືກທຳຮ້າຍໃນຊ່ວງເທສະການຮາໂລວີນ.
ເຈົ້າໜ້າທີ່ຝ່າຍສະຫວັດດີການສັດຂອງເມືອງໄດ້ລະບຸວ່າ: ທຸກໆປີມັກມີຄຳຮ້ອງຂໍຮັບລ້ຽງແມວດຳເພີ່ມຂຶ້ນຜິດປົກກະຕິໃນໄລຍະໃກ້ເທສະການຮາໂລວີນ, ຈຶ່ງມີຄວາມກັງວົນວ່າ ບາງຄົນອາດຈະບໍ່ໄດ້ຕັ້ງໃຈລ້ຽງແທ້ ແຕ່ອາດຈະນຳໄປໃຊ້ປະກອບສາກ, ຖ່າຍຮູບ ຫລື ກິດຈະກຳທີ່ສ່ຽງອັນຕະລາຍຕໍ່ສັດ.
ຮອງເຈົ້າເມືອງຕາຣາຊຊາ ເປີດເຜີຍວ່າ: ເຖິງແມ່ນວ່າຍັງບໍ່ມີລາຍງານເຫດການທຳຮ້າຍແມວດໍາ ໂດຍກົງ ແຕ່ທາງເທສະບານຕ້ອງປ້ອງກັນໄວ້ກ່ອນ ໂດຍຈະເປີດໃຫ້ຮັບລ້ຽງໄດ້ຕາມປົກກະຕິພາຍຫລັງຜ່ານຊ່ວງເທສະການໄປແລ້ວ.
ສຳລັບເມືອງຕາຣາຊຊາ ມີແມວໃນພື້ນທີ່ປະມານ 9,800 ໂຕ ແລະໃນສູນພັກເຊົາກໍມີແມວດຳປະມານ 12 ໂຕ. ພ້ອມດຽວກັນ ເທສະບານຍັງໄດ້ເນັ້ນຍ້ຳວ່າ: ແມວດຳບໍ່ຄວນຖືກເບິ່ງວ່າເປັນສັນຍາລັກຂອງຄວາມໂຊກຮ້າຍ ເພາະໃນວັດທະນະທຳບາງປະເທດເຊັ່ນ: ຍີ່ປຸ່ນ ແລະ ອີຢິບ ເຊື່ອວ່າແມວດຳຄື “ສັດນຳໂຊກ” ແລະເປັນສັນຍາລັກແຫ່ງຄວາມຈະເລີນຮຸ່ງເຮືອງ.
ທີ່ມາ: thairath.co.th
