ກັກຕົວ 2 ແມ່ຕູ້ ອາຍຸ 70 ປີ ສັນຊາດຟີລິບປິນ ພ້ອມຂອງກາງຢາເສບຕິດ ຢາໄອ ແລະ ເຮໂລອິນ ຢູ່ສະໜາມບິນວັດໄຕ

ວັນທີ 18 ຕຸລາ 2025 ເວລາ 19:10 ນາທີ ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ແລະ ປາບປາມການຄ້າຂາຍເຖື່ອນ ໄດ້ສົມທົບກັບເຈົ້າໜ້າທີ່ພາສີປະຈຳດ່ານພາສີສາກົນສະໜາມບິນວັດໄຕ, ເຈົ້າໜ້າທີ່ຕຳຫລວດກວດຄົນເຂົ້າ-ອອກເມືອງ ແລະ ພາກສ່ວນເອັກສະເລຂອງສະໜາມບິນວັດໄຕອາຄານສາກົນ, ໄດ້ກວດກາກະເປົາເດີນທາງຂອງ ແມ່ຕູ້ ອາຍຸ 70 ປີ 2 ຄົນ ສັນຊາດປະເທດຟີລິບປິນ ທີ່ສົງໄສວ່າມີສານເສບຕິດ.
ຜ່ານການກວດກາພົບເຫັນຢາເສບຕິດ: ຢາໄອ 5 ກິໂລກຣາມ, ເຣໂລອິນ 1 ກິໂລກຣາມ ແລະ ໂຄເຄນ ກິໂລກຣາມ ນໍ້າໝັກລວມ 6.2 ກິໂລກຣາມ ຊຸກເຊື່ອງໃສ່ໃນກະເປົາເດີນທາງ ທີ່ຈະເດີນທາງອອກໄປ ມະນີລາ ປະເທດຟີລິບປິນ ດັ່ງນັ້ນ, ເຈົ້າໜ້າທີ່ພາສີຈຶ່ງໄດ້ສືບສວນ-ສອບສວນ ເອົາຄໍາໃຫ້ການເບື້ອງຕົ້ນພ້ອມເຮັດບົດບັນທຶກຢຶດຂອງກາງແລ້ວສົ່ງມອບຄະດີດັ່ງກ່າວຂອງກາງພ້ອມຜູ້ຖືກຫາມອບໃຫ້ເຈົ້າໜ້າທີ່ຕໍາຫລວດ ກົມຕຳຫລວດສະກັດກັ້ນ ແລະ ຕ້ານຢາເສບຕິດເພື່ອນໍາໄປດໍາເນີນຄະດີຕາມລະບຽບກົດໝາຍ.
ທີ່ມາ: ກະຊວງການເງິນ
