ຍີ່ປຸ່ນກຽມຈັດຕັ້ງລັດຖະບານປະສົມ ເປີດທາງໃຫ້ ທ່ານນາງ ທາຄາອິຈິ ຫົວໜັກພັກ LDP ຂຶ້ນເປັນນາຍົກລັດຖະມົນຕີຍິງ ຄົນທໍາອິດຂອງຍີ່ປຸ່ນ

ໂຕກຽວ, 19 ຕຸລາ 2025 – ສຳນັກຂ່າວຣອຍເຕີລາຍງານວ່າ: ພັກເສລີປະຊາທິປະໄຕ (LDP) ຂອງຍີ່ປຸ່ນ ໄດ້ບັນລຸຂໍ້ຕົກລົງກັບພັກນະວັດຕະກຳຍີ່ປຸ່ນ (Ishin no Kai) ເພື່ອຈັດຕັ້ງລັດຖະບານປະສົມ ຫລັງຈາກການເຈລະຈາທາງການເມືອງມາຫລາຍອາທິດ.

ຂໍ້ຕົກລົງນີ້ເປັນການເປີດທາງໃຫ້ ທ່ານນາງ ຊານາເອະ ທາຄາອິຈິ ກາຍເປັນນາຍົກລັດຖະມົນຕີຍິງຄົນທຳອິດຂອງຍີ່ປຸ່ນ ໃນສະພາໄດເອັດ (Diet) ເຊິ່ງຈະລົງຄະແນນສຽງເລືອກຕັ້ງນາຍົກລັດຖະມົນຕີຄົນໃໝ່ໃນວັນອັງຄານທີ່ຈະມາເຖິງນີ້.

ພັກອິຊິນໄດ້ຕົກລົງທີ່ຈະສະໜັບສະໜູນ ທ່ານນາງ ທາຄາອິຈິ ໃນການລົງຄະແນນສຽງຂອງລັດຖະສະພາ ແຕ່ຈະບໍ່ເຂົ້າຮ່ວມຄະນະລັດຖະມົນຕີໃນທັນທີ ເຊິ່ງໝາຍຄວາມວ່າລັດຖະບານຊຸດໃໝ່ອາດມີຂໍ້ຈໍາກັດທາງດ້ານສະຖຽນລະພາບໃນໄລຍະທຳອິດ.

ຂໍ້ຕົກລົງນີ້ຍັງລວມເຖິງມາດຕະການທາງເສດຖະກິດບາງຢ່າງ ເຊັ່ນ: ການຫລຸດຜ່ອນພາສີອາຫານຊົ່ວຄາວ ແລະ ຂໍ້ຈຳກັດການບໍລິຈາກທາງການເມືອງ ເພື່ອໃຫ້ໄດ້ຮັບການສະໜັບສະໜູນຈາກພັກອິຊິນ.

ຖ້າການລົງຄະແນນສຽງໃນລັດຖະສະພາປະສົບຜົນສຳເລັດ ທ່ານນາງ ທາຄາອິຈິ ຈະສ້າງປະຫວັດສາດໃຫ້ແກ່ຍີ່ປຸ່ນໃນຖານະນາຍົກລັດຖະມົນຕີຍິງຄົນທຳອິດ ແລະ ຖືເປັນສັນຍານຂອງການປ່ຽນແປງຄັ້ງໃໝ່ພາຍໃນພັກ LDP ທີ່ຄອງອຳນາດມາຍາວນານຂອງປະເທດ.

ອ້າງອີງຈາກ Reuters