ທ້າຍຝົນຕົ້ນແລ້ງ ຮ່ວມແຮງຮ່ວມໃຈ ສ້າງຜົນງານທ້າຍປີໃຫ້ບັນລຸເປົ້າໝາຍ
ໂດຍ: ທິດກໍ່າ
ບຸນອອກພັນສາປະວໍລະນາໄດ້ຜ່ານພົ້ນໄປຕາມຮີດຄອງປະເພນີທີ່ສືບທອດກັນມາແຕ່ບູຮານນະການ. ບຸນອອກພັນສາຍັງສະແດງໃຫ້ເຫັນເຖິງສັນຍາລັກຂອງລະດູການ ຄືຈາກລະດູຝົນກ້າວສູ່ລະດູແລ້ງ ນັບແຕ່ເດືອນຕຸລາໄປຮອດເດືອນພຶດສະພາຂອງທຸກໆປີ. ນອກຈາກນັ້ນ ຫລັງອອກພັນສາໄປແລ້ວ ປະຊາຊົນລາວບັນດາເຜົ່າກໍເລີ່ມຫັນໜ້າສຸມໃສ່ເກັບກູ້ຜົນຜະລິດເຊັ່ນ: ເກັບກ່ຽວເຂົ້າໄຮ່ເກັບກູ້ເຜືອກມັນ, ຕໍ່ໃສ່ເຂົ້ານາປີ ແລະ ຜົນຜະລິດອື່ນໆ. ປີນີ້ຕ້ອງຍອມຮັບວ່າຟ້າຝົນຕົກດີໃນທົ່ວປະເທດ, ສະເພາະຢູ່ນະຄອນຫລວງວຽງຈັນ ນັບແຕ່ເດືອນພຶດສະພາຈົນຮອດເດືອນຕຸລາ ຝົນຍັງຕົກເປັນປົກກະຕິ ອັນເປັນເງື່ອນໄຂໃຫ້ຊາວກະສິກອນໄດ້ທໍາການຜະລິດເຂົ້ານາປີ ແລະ ປູກພືດພັນທັນຍາຫານຢ່າງເຕັມສ່ວນ.
ຢ່າງໃດກໍດີ, ມາຮອດໄລຍະປັດຈຸບັນປີ 2025 ແມ່ນຍັງເຫລືອພຽງສາມເດືອນກໍຈະໝົດໄປຕາມການເວລາ. ສະນັ້ນ ໃນສາມເດືອນທີ່ວ່າມານີ້ ມັນເປັນໂອກາດດີນາທີທອງສໍາລັບການຊອກຢູ່ຫາກິນ, ການປະກອບກິດຈະກໍາການງານຕ່າງໆຂອງຜູ້ປະກອບການໃນທຸກສາຂາອາຊີບ ເພາະວ່າມັນເປັນລະດູແລ້ງ ການໄປມາສະດວກສະບາຍ. ຕະຫລອດເກົ້າເດືອນທີ່ຜ່ານມາ ເຖິງວ່າພວກເຮົາຍັງປະສົບບັນຫາວິກິດທາງດ້ານເສດຖະກິດ-ການເງິນ ໂດຍສະເພາະເງິນເຟີ້, ສິນຄ້າແພງ ຄ່າແຮງຕໍ່າ, ແຕ່ຫລາຍຂະແໜງການ ບໍ່ວ່າທາງພາກລັດ ແລະ ເອກະຊົນ, ບຸກຄົນນິຕິບຸກຄົນຕ່າງກໍໄດ້ສ້າງຜົນງານຂອງຕົນຢ່າງໂດດເດັ່ນ ອັນເປັນການປະກອບສ່ວນໃຫ້ຕົນເອງ ແລະ ມີພັນທະຕໍ່ປະເທດຊາດ ໂດຍສະເພາະຜົນງານ 6 ເດືອນຕົ້ນປີ ຕົວຢ່າງໃນ 6 ເດືອນຕົ້ນປີ ດ່ານສາກົນຂົວມິດຕະພາບ-1 ກໍສາມາດເກັບລາຍໄດ້ເຖິງ 4 ຕື້ກີບ, ແຂວງເຊກອງກໍບັນລຸການສົ່ງອອກສິນຄ້າບັນລຸເຖິງ 121.16 ລ້ານໂດລາສະຫະລັດ.
ໃນເດືອນກັນຍາຜ່ານມາ ການສົ່ງອອກສິນຄ້າຂອງ ສປປ ລາວເຮົາກໍບັນລຸ 709 ລ້ານໂດລາສະຫະລັດ. ໃນໂອກາດສະເຫລີມສະຫລອງວັນຊາດຈີນຄົບຮອບ 76 ປີຜ່ານມາ (1/10/1948 – 1/10/2025) ທີມກິລາເຕະບານເຍົາວະຊົນລາວ WIG NAGA ໄດ້ເດີນທາງໄປຮ່ວມແຂ່ງກິລາເຕະບານ ໃນລາຍການ FLYING CUP 2025 ເພື່ອລະນຶກວັນດັ່ງກ່າວ ກໍສາມາດຍາດໄດ້ແຊ້ມຮຸ້ນອາຍຸບໍ່ເກີນ 9 ປີ ແລະ 11 ປີ. ນີ້ຄືແບບຢ່າງກາຍເປັນຜົນງານອັນໂດດເດັ່ນຂອງບັນດາຂະແໜງການ ແລະ ບາງກົມກອງທ້ອງຖິ່ນ ນັບທັງພາກລັດ ແລະ ເອກະຊົນທີ່ສາມາດເຮັດໄດ້ນັບແຕ່ຕົ້ນປີ 2025 ເປັນຕົ້ນມາ.
ເຖິງຢ່າງໃດກໍດີ, ໃນໄຕມາດສຸດທ້າຍຂອງປີ 2025 ມັນເປັນໂອກາດດີນາທີທອງ ເພື່ອພ້ອມກັນອອກແຮງສ້າງຜົນງານຕ້ອນຮັບວັນສໍາຄັນຂອງຊາດ ໂດຍສະເພາະວັນຊາດທີ 2 ທັນວາ ຄົບຮອບ 50 ປີ (2/12/1975 – 2/12/2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ (13/12/1920 – 13/12/2025). ສ່ວນປັດໄຈ ແລະ ເງື່ອນໄຂທີ່ຈະເຮັດໃຫ້ພວກເຮົາບັນລຸເປົ້າໝາຍໃນການສ້າງຜົນງານທ້າຍປີ ມັນກໍແມ່ນບຸກທະລຸໃນໜ້າທີ່ວິຊາສະເພາະທີ່ຕົນຮັບຜິດຊອບ, ສຸມໃສ່ການຜະລິດກະສິກໍາ, ອຸດສາຫະກໍາ, ສ້າງລາຍຮັບເຂົ້າລັດໃຫ້ນັບມື້ນັບຫລາຍ ອັນເປັນການປະກອບສ່ວນພັດທະນາສ້າງສາປະເທດຊາດໃຫ້ກ້າວໄປຢ່າງບໍ່ຢຸດຢັ້ງ.
