ລັດຖະບັນຍັດວ່າດ້ວຍການປັບປຸງ ມາດຕາ 34 ແລະ ມາດຕາ 38 ຂອງກົດໝາຍວ່າດ້ວຍການປະກັນສັງຄົມ
ປະທານປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະບັນຍັດ:
ມາດຕາ 1 ຈຸດປະສົງ
ລັດຖະບັນຍັດສະບັບນີ້ ກຳນົດເນື້ອໃນການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 54/ສພຊ, ລົງວັນທີ 27 ມິຖຸນາ 2018 ເພື່ອເຮັດໃຫ້ການປະຕິບັດວຽກງານຮີບດ່ວນຂອງການ ປັບປຸງກົງຈັກການຈັດຕັ້ງໃນທົ່ວປະເທດ ໃຫ້ທັນຕາມກຳນົດເວລາ ແນໃສ່ຮັບປະກັນການຈັດຕັ້ງປະຕິບັດວຽກ ງານປະກັນສັງຄົມ ມີຄວາມຄ່ອງຕົວ, ສອດຄ່ອງກັບ ແນວທາງ ນະໂຍບາຍ, ສະພາບການຂະຫຍາຍຕົວຂອງ ເສດຖະກິດ-ສັງຄົມ ແລະ ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານ.
ມາດຕາ 2 ການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍການປະກັນສັງຄົມ ການປັບປຸງເນື້ອໃນບາງມາດຕາຂອງກົດໝາຍວ່າດ້ວຍການປະກັນສັງຄົມ ມີດັ່ງນີ້:
1. ມາດຕາ 34 ເງື່ອນໄຂຮັບການອຸດໜູນບຳນານ
ຜູ້ທີ່ຮັບການອຸດໜູນບໍານານ ມີເງື່ອນໄຂ ດັ່ງນີ້:
1.1. ເພດຊາຍ ແລະ ເພດຍິງ ຕ້ອງມີປີການ ຊາວຫ້າປີ ຂຶ້ນໄປ ແລະ ມີອາຍຸກະສຽນ ຫ້າສິບເຈັດປີ ຫາ ຫົກສິບປີ ສໍາລັບເພດຊາຍ, ຫ້າສິບຫ້າປີ ຫາ ຫົກສິບປີ ສໍາລັບເພດຍິງ, ສໍາລັບຜູ້ມີປີການ ຊາວສາມປີ ຂຶ້ນໄປ ແຕ່ບໍ່ເຖິງ ຊາວຫ້າປີ ສາມາດຮັບອຸດໜູນບ້ານານໄດ້ ແຕ່ໃຫ້ຫຼຸດອັດຕາສ່ວນຮ້ອຍອຸດໜູນບໍານານລົງໜຶ່ງ ສ່ວນ ຮ້ອຍ (1%) ຕໍ່ ໜຶ່ງປີການທີ່ຫຼຸດ;
ສໍາລັບອາຍຸກະສຽນ ແລະ ປີການຂອງທະຫານ, ຕຳຫຼວດ ໃຫ້ປະຕິບັດຕາມກົດໝາຍວ່າດ້ວຍນາຍ ທະຫານກອງທັບປະຊາຊົນລາວ ແລະ ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນ.
1.2 ເຂົ້າການປະຕິວັດກ່ອນປີ 1975, ເສຍກຳລັງແຮງງານປະເພດ ໜຶ່ງ ຫາ ສີ, ເຮັດວຽກກັບທາດ ເບື່ອ, ເຄມີ ແລະ ສານພິດທີ່ເປັນອັນຕະລາຍຕໍ່ສຸຂະພາບແຕ່ ຫ້າປີ ຂຶ້ນໄປ ຕາມການຢັ້ງຢືນທາງການແພດ, ມີອາຍຸ ກະສຽນ ຫ້າສິບຫ້າປີ ຂຶ້ນໄປ ສໍາລັບເພດຊາຍ, ຫ້າສິບປີຂຶ້ນໄປ ສໍາລັບເພດຍິງ ແລະ ມີປີການແຕ່ ຊາວປີ ຂຶ້ນໄປ ແລະ ໃຫ້ຈັດເຂົ້າຢູ່ໃນກຸ່ມຜູ້ຮັບບ້ານານ ໄລຍະທີສາມ;
1.3 ເຮັດວຽກໃນລະບອບເກົ່າກ່ອນປີ 1975 ໃຫ້ຄິດໄລ່ປີການ ສາມປີໃດ ເທົ່າກັບ ໜຶ່ງປີການ ແລະ ໃຫ້ຈັດເຂົ້າເປັນ ໄລຍະທິສອງ;
1.4 ມີການຢັ້ງຢືນພັກຮັບບຳນານຢ່າງຖືກຕ້ອງ ຈາກຂະແໜງການທີ່ກ່ຽວຂ້ອງ.
2 ມາດຕາ 38 ການຄິດໄລ່ເງິນອຸດໜູນເທື່ອດຽວ
ຜູ້ບໍ່ຄົບເງື່ອນໄຂຮັບການອຸດໜູນບຳນານ ຈະໄດ້ຮັບເງິນອຸດໜູນເທື່ອດຽວ ຊຶ່ງຄິດໄລ່ເທົ່າກັບ ແປດສິບ ຫ້າສ່ວນຮ້ອຍ (85%) ຂອງເງິນປະກັນຕົ້ນເດືອນສຸດທ້າຍ ຄູນ ໜຶ່ງເດືອນເຄິ່ງ ແລະ ຄູນ ໃຫ້ຈຳນວນປີການຂອງ ຜູ້ກ່ຽວ.
ມາດຕາ 3 ການປ່ຽນແທນເນື້ອໃນບາງມາດຕາຂອງກົດໝາຍ
ລັດຖະບັນຍັດສະບັບນີ້ ປ່ຽນແທນເນື້ອໃນມາດຕາ 34 ແລະ ມາດຕາ 38 ຂອງກົດໝາຍວ່າດ້ວຍການ ປະກັນສັງຄົມ ສະບັບເລກທີ 54/ສພຊ, ລົງວັນທີ 27 ມິຖຸນາ 2018.
ມາດຕາ 4 ການຈັດຕັ້ງປະຕິບັດ
ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດລັດຖະບັນຍັດ ສະບັບນີ້.
ມາດຕາ 5 ຜົນສັກສິດ
ລັດຖະບັນຍັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນ ປະທານປະເທດ ລົງລາຍເຊັນ ເປັນຕົ້ນໄປ.

