ກຳປູເຈຍ ສົ່ງມອບຄົນສັນຊາດຫວຽດນາມ 48 ຄົນ ກັບຄືນປະເທດ ເນື່ອງຈາກລັກລອບເຮັດວຽກຜິດກົດໝາຍ

ສໍານັກຂ່າວຫວຽດນາມ vtv.vn ລາຍງານວັນທີ 18 ຕຸລາ 2025: ທີ່ດ່ານຊາຍແດນສາກົນ Cửa khẩu Quốc tế Tịnh Biên ແຂວງອານຢາງ ປະເທດຫວຽດນາມ ທາງການຫວຽດນາມ ນໍາໂດຍຄະນະບັນຊາການກອງທັບປ້ອງກັນຊາຍແດນແຂວງອານຢາງ ຮ່ວມກັບໜ່ວຍງານທີ່ກ່ຽວຂ້ອງ ໃນການມອບ-ຮັບ ພົນລະເມືອງຫວຽດນາມ 48 ຄົນ ເປັນຍິງ 6 ຄົນ ຈາກຣາຊະອານາຈັກກຳປູເຈຍ ເຊິ່ງຖືກດຳເນີນການເນລະເທດ ເນື່ອງຈາກລະເມີດກົດໝາຍວ່າດ້ວຍການພັກເຊົາ ແລະ ການເຮັດວຽກຂອງຄົນຕ່າງປະເທດໃນກຳປູເຈຍ.

ຈາກການກວດສອບເບື້ອງຕົ້ນ, ຜູ້ທີ່ຖືກສົ່ງກັບຄືນມີອາຍຸລະຫວ່າງ 17 ຫາ 45 ປີ ແລະ ຖືສັນຊາດຫວຽດນາມ ໂດຍມີພູມລຳເນົາຢູ່ໃນ 19 ແຂວງ/ເມືອງ ຂອງຫວຽດນາມ.

ທາງການຫວຽດນາມລະບຸວ່າ: ຜູ້ທີ່ຖືກສົ່ງກັບຄືນສ່ວນໜຶ່ງຖືກຈັບກຸມໂດຍໜ່ວຍງານກຳປູເຈຍທີ່ກ່ຽວຂ້ອງກັບຄະດີ “ການລັກລອບພັກເຊົາ/ເຮັດວຽກຜິດກົດໝາຍ” ແລະ “ການຫລອກລວງອອນລາຍ”.

ໃນຂັ້ນຕອນການຮັບຕົວ, ໜ່ວຍງານຫວຽດນາມໄດ້ຈັດການກວດສອບເອກະສານ, ພົບວ່າ ມີພຽງ 7 ຄົນ ໃນ 48 ຄົນ ທີ່ມີໜັງສືເດີນທາງ. ສ່ວນທີ່ເຫລືອແມ່ນຖືກກວດພົບວ່າລັກລອບເຂົ້າປະເທດກຳປູເຈຍແບບຜິດກົດໝາຍ.

ຫລັງຈາກການສົ່ງມອບ ໜ່ວຍງານຫວຽດນາມຈະດຳເນີນການກວດສຸຂະພາບ, ແຍກກຸ່ມຜູ້ທີ່ຖືກດຳເນີນຄະດີ ແລະ ຜູ້ທີ່ເຂົ້າຂ່າຍຖືກສືບສວນ ພ້ອມທັງປະສານງານກັບຄືນພູມລຳເນົາຕໍ່ໄປ.

ພາບຈາກ General Department of Immigration – GDI

ຂໍ້ມູນຈາກ https://vtv.vn/tiep-nhan-48-cong-dan-viet-nam-do-phia-campuchia-trao-tra-100251018190555292.htm