ເລື່ອງຈິງຍິ່ງກວ່ານິທານ! ຈາກອະດີດຄົນຂໍທານໂປລິໂອ ກາຍເປັນທ່ານໝໍ ທີ່ສ້າງແຮງບັນດານໃຈໃນປະເທດຈີນ.
ສຳນັກຂ່າວຕ່າງປະເທດ ລາຍງານວ່າ: ຫລີ່ ຊວງເຢ້ຍ (Li Chuangye) ຊາຍຊາວຈີນອາຍຸ 37 ປີ ທີ່ປ່ວຍເປັນອຳມະພາດສະໝອງຕັ້ງແຕ່ເດັກນ້ອຍ ໄດ້ປ່ຽນຊີວິດຈາກການຖືກບັງຄັບໃຫ້ຂໍທານ ສູ່ການເປັນແພດຜູ້ສຳເລັດການສຶກສາຈາກຄະນະແພດສາດ ພ້ອມທັງສ້າງແຮງບັນດານໃຈດ້ວຍການປີນຍອດພູສູງທົ່ວປະເທດຈີນ.

ຫລີ່ ເກີດໃນຄອບຄົວທີ່ຍາກຈົນໃນມົນທົນເຫີໜານ ແລະ ປ່ວຍເປັນພະຍາດໂປລິໂອຕັ້ງແຕ່ອາຍຸ 1 ປີ ເຮັດໃຫ້ກ້າມຊີ້ນຂາອ່ອນແຮງ ແລະ ບໍ່ສາມາດຍ່າງໄດ້ຕາມປົກກະຕິ. ເມື່ອອາຍຸ 9 ປີ, ລາວໄດ້ເຂົ້າຮັບການຜ່າຕັດແຕ່ບໍ່ປະສົບຜົນສຳເລັດ. ຕໍ່ມາ, ລາວຖືກຫລອກລວງໃຫ້ເຂົ້າກຸ່ມຂໍທານ ແລະ ຕ້ອງໃຊ້ຊີວິດພະເນຈອນຢູ່ຕາມທ້ອງຖະໜົນດົນເຖິງ 7 ປີ ໂດຍມີລາຍໄດ້ພຽງເລັກໜ້ອຍ ປະມານ 100 ຢວນຕໍ່ເດືອນ.
ເມື່ອອາຍຸ 16 ປີ ຫລີ່ ຖືກປ່ອຍຕົວອອກຈາກກຸ່ມຂໍທານ ແລະ ເລີ່ມຕົ້ນຊີວິດໃໝ່. ເຖິງວ່າຕອນນັ້ນຍັງອ່ານໜັງສືບໍ່ອອກ, ລາວຕັດສິນໃຈເຂົ້າຮຽນໃນລະດັບປະຖົມສຶກສາ ແລະ ໃຊ້ຄວາມພະຍາຍາມຢ່າງໜັກ ຈົນສາມາດຮຽນຈົບມັດທະຍົມປາຍ. ຈາກນັ້ນ ລາວໄດ້ຕັ້ງເປົ້າໝາຍຈະເປັນແພດ ເພື່ອຊ່ວຍເຫລືອຜູ້ທີ່ປະເຊີນຄວາມທຸກຍາກເຊັ່ນດຽວກັບຕົນເອງ.
ໃນປີ 2013 ຫລີ່ ສອບເສັງເຂົ້າຮຽນໃນຄະນະແພດສາດໄດ້ສຳເລັດ ແລະ ຫລັງຈາກຈົບການສຶກສາໃນປີ 2019 ລາວໄດ້ເຮັດວຽກເປັນບັນນາທິການດ້ານການແພດ ກ່ອນຈະຍ້າຍມາຝຶກປະຕິບັດຕົວຈິງທີ່ຄລີນິກໃນທ້ອງຖິ່ນ ຂະນະທີ່ກຳລັງກຽມສອບເສັງເອົາໃບປະກອບວິຊາຊີບແພດ.
ອາຈານຜູ້ສອນລະບຸວ່າ ຫລີ່ ເປັນນັກສຶກສາທີ່ມີຄວາມຂະຫຍັນ ແລະ ມຸ່ງໝັ້ນສູງ ເຖິງແມ່ນວ່າສະພາບຮ່າງກາຍຈະບໍ່ເອື້ອອຳນວຍ, ແຕ່ລາວສາມາດເຮັດໜ້າທີ່ທາງການແພດໄດ້ຢ່າງມີປະສິດທິພາບ.
ນອກຈາກອາຊີບແພດແລ້ວ ຫລີ່ ຍັງມີອີກໜຶ່ງຄວາມຫລົງໄຫລ ຄື ການປີນພູ, ລາວເລີ່ມປີນພູຕັ້ງແຕ່ປີ 2016 ແລະ ໄດ້ພິຊິດຍອດພູຊື່ດັງຫລາຍແຫ່ງໃນຈີນ ລວມທັງພູ Huangshan ແລະ ອີກ 5 ຍອດທີ່ສຳຄັນ ໃນໄລຍະເວລາພຽງ 17 ວັນ ໂດຍໃຊ້ພຽງແຕ່ມື ແລະ ແຂນ ແທນການໃຊ້ຂາ.
ຫລີ່ ກ່າວກັບ BBC ວ່າ: “ຂ້ອຍຢາກພິສູດໃຫ້ເຫັນວ່າ ຂໍ້ຈຳກັດທາງຮ່າງກາຍ ບໍ່ສາມາດຢຸດຢັ້ງຄວາມຝັນຂອງເຮົາໄດ້.”

ເລື່ອງລາວຂອງລາວໄດ້ຮັບຄວາມສົນໃຈຢ່າງກວ້າງຂວາງໃນສື່ຈີນ ແລະ ກາຍເປັນແຮງບັນດານໃຈໃຫ້ຜູ້ຄົນຈຳນວນຫ]າຍທີ່ກຳລັງປະເຊີນອຸປະສັກໃນຊີວິດ.
