ສຳມະນາວິທະຍາສາດ ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ

ວັນທີ 16 ຕຸລາ 2025 ຜ່ານມາ ກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ຈັດສຳມະນາວິທະຍາສາດ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຊາດ 5 ປີ ຄັ້ງທີ IX (2021-2025), ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະ ກິດ-ການເງິນ ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030) ໂດຍການເປັນປະທານຂອງ ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ສະພາແຫ່ງຊາດ, ມີບັນດາຜູ້ຕາງໜ້າອົງການສາກົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ລີເບີ ລີບົວປາວ ໄດ້ໃຫ້ຮູ້ວ່າ: ການຈັດສຳມະນາວິທະຍາສາດຄັ້ງນີ້, ເພື່ອກະກຽມໃຫ້ແກ່ກອງປະຊຸມຄົບຄະນະກໍາມາທິການແຜນການ, ການເງິນ ແລະ ການກວດສອບປະຈໍປີ 2025, ພ້ອມທັງຮັບຟັງການລາຍງານ ແລະ ການສົນທະນາກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຊາດ 5 ປີ ຄັ້ງທີ IX (2021-2025), ຕິດພັນກັບວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030), ປຶກສາຫາລື, ສົນທະນາແລກປ່ຽນບົດຮຽນລະຫວ່າງສະພາແຫ່ງຊາດ ກັບຂະແໜງ ການທີ່ກ່ຽວຂ້ອງຂອງ ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ນັກລົງທຶນ ກ່ຽວກັບປະສິດທິພາບ ແລະ ປະສິດທິຜົນການລົງທຶນ ເພື່ອຊຸກຍູ້ການພັດທະນາ ແລະ ການເຕີບໂຕເສດຖະກິດ-ສັງຄົມ ແລະ ເພື່ອຕິດຕາມກວດກາ, ປະເມີນຜົນ, ສະຫລຸບ ຕີລາຄາຜົນສໍາເລັດ, ບັນຫາຄົງຄ້າງ ແລະ ສິ່ງທ້າທ້າຍ ກ່ຽວກັບການລົງທຶນ ເພື່ອຊຸກຍູ້ການພັດທະນາ ແລະ ການເຕີບໂຕເສດຖະກິດ-ສັງຄົມ ຕິດພັນກັບກົດໝາຍ ແລະ ມະຕິກອງປະຊຸມສະພາແຫ່ງຊາດ ທີ່ກ່ຽວຂ້ອງກັບການລົງທຶນ ເອກະຊົນ ພາຍໃນ ແລະ ຕ່າງປະ ເທດ ແລະ ບັນດາແຫລ່ງທຶນ ເພື່ອການພັດທະນາ; ຮັບຟັງການລາຍງານໂດຍຫຍໍ້ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາ ໃນກອງປະຊຸມສະໄໝສາມັນເທື່ອ ທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ປະກອບມີ: ບົດລາຍງານການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ ແລະ ແຜນເງິນຕາ ປີ 2025, ການຈັດຕັ້ງປະຕິບັດ ແຜນການ 5 ປີ ຄັ້ງທີ IX (2021-2025), ວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ແລະ ທິດທາງແຜນການ 5 ປີ ຄັ້ງທີ X (2026-2030); ບົດລາຍງານອົງການກວດກາແຫ່ງລັດ ກ່ຽວກັບຜົນການກວດກາ ໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ; ບົດລາຍງານອົງການກວດສອບແຫ່ງລັດ ກ່ຽວກັບການສະຫລຸບຂາດຕົວການຈັດຕັ້ງປະຕິບັດງົບປະມານແຫ່ງລັດ ໄລຍະ 5 ປີ ຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ.