ເຕືອນສາວໆລະວັງຜິວພັງຈາກຂອງປອມ ຕໍາຫລວດໄທບຸກມ້າງໂກດັງໂລຊັ່ນກັນແດດປອມ ຫລາຍກວ່າ 2,500
ຂ່າວສົດອອນລາຍປະເທດໄທລາຍງານວັນທີ 18 ຕຸລາ 2025 ຕຳຫລວດ ບກ.ປອສ. (ກອງບັນຊາການປາບປາມການກະທຳຜິດກ່ຽວກັບອາຊະຍາກຳທາງເສດຖະກິດ) ຮ່ວມກັບບໍລິສັດຜູ້ຜະລິດໂລຊັນຍີ່ຫໍ້ດັງ “JABS” ເຂົ້າກວດຄົ້ນໂກດັງເກັບຄີມກັນແດດປອມຍີ່ຫໍ້ນີ້ ໃນພື້ນທີ່ຕຳບົນຄອງໜຶ່ງ ເມືອງຄອງຫລວງ ແຂວງປະທຸມທານີ ຢຶດຂອງກາງໄດ້ຫລາຍກວ່າ 2,500 ຂວດ ພ້ອມທັງຈັບກຸມເຈົ້າຂອງໂກດັງ ເປັນຊາຍອາຍຸ 43 ປີ ໄປດໍາເນີນຄະດີ.
ການຈັບກຸມຄັ້ງນີ້ສືບເນື່ອງມາຈາກ ບໍລິສັດ ຊີ.ພີ.ຄອນຊູເມີໂພຣດັກສ໌ ຈຳກັດ ຜູ້ຜະລິດ ແລະ ຈັດຈຳໜ່າຍຜະລິດຕະພັນຍີ່ຫໍ້ “JABS” ໄດ້ເຂົ້າແຈ້ງຄວາມຮ້ອງທຸກຕໍ່ ບກ.ປອສ. ວ່າ ມີຜູ້ລັກລອບຈຳໜ່າຍສິນຄ້າປອມຜ່ານແພລດຟອມອອນລາຍ ໂດຍໃຊ້ເຄື່ອງໝາຍການຄ້າຂອງບໍລິສັດ ເຮັດໃຫ້ເກີດຄວາມເສຍຫາຍຕໍ່ຊື່ສຽງ ແລະ ຜູ້ບໍລິໂພກອາດໄດ້ຮັບອັນຕະລາຍຈາກສ່ວນປະສົມທີ່ບໍ່ໄດ້ມາດຕະຖານ.
ເຈົ້າໜ້າທີ່ຈຶ່ງໄດ້ຮວບຮວມຫລັກຖານ ພ້ອມກັບຂໍອະນຸມັດໝາຍຄົ້ນຈາກສານຊັບສິນທາງປັນຍາ ແລະ ການຄ້າລະຫວ່າງປະເທດກາງ ກ່ອນເຂົ້າກວດຢຶດຂອງກາງ ແລະ ຄວບຄຸມຜູ້ຕ້ອງຫາໄວ້ດໍາເນີນຄະດີໃນຂໍ້ຫາ “ມີໄວ້ເພື່ອຈຳໜ່າຍສິນຄ້າທີ່ມີເຄື່ອງໝາຍການຄ້າປອມຂອງບຸກຄົນອື່ນທີ່ໄດ້ຈົດທະບຽນແລ້ວໃນລາຊະອານາຈັກ”.

ຕຳຫຼວດຝາກເຕືອນປະຊາຊົນໃຫ້ກວດສອບຄວາມໜ້າເຊື່ອຖືຂອງຮ້ານຄ້າອອນລາຍກ່ອນຊື້ສິນຄ້າ ໂດຍສະເພາະຜະລິດຕະພັນເຄື່ອງສຳອາງ ແລະ ຄີມກັນແດດ, ເຊິ່ງອາດມີຂອງປອມປົນຢູ່ໃນຕະຫລາດ. ຖ້າໃຊ້ສິນຄ້າທີ່ບໍ່ໄດ້ມາດຕະຖານອາດກໍ່ໃຫ້ເກີດອັນຕະລາຍຕໍ່ສຸຂະພາບຜິວໄດ້.
