ສ.ເກົາຫລີ ຮັບພົນລະເມືອງ 64 ຄົນຢູ່ກໍາປູເຈຍກັບປະເທດ ທຸກຄົນຕ້ອງເຂົ້າຮັບການສອບສວນໃນຖານະ “ຜູ້ຕ້ອງສົງໄສ” ອາດຊະຍາກໍາສະແກມເມີ
ວັນທີ 18 ຕຸລາ 2025, ລັດຖະບານ ສ.ເກົາຫລີ ຮັບພົນລະເມືອງ 64 ຄົນ ທີ່ຕົກຄ້າງຢູ່ກໍາປູເຈຍ ໂດຍທຸກຄົນຈະຕ້ອງເຂົ້າຮັບການສອບສວນທາງອາຍາກັບທາງການໃນຖານະ “ຜູ້ຕ້ອງສົງໄສ” ເມື່ອເດີນທາງກັບປະເທດ ຖືເປັນມາດຕະການເດັດຂາດຂອງ ສ.ເກົາຫລີ ທີ່ເລັ່ງປາບປາມອາດຊະຍາກໍາຂ້າມຊາດຄືສະແກມເມີ.
ສໍານັກຂ່າວ Yonhap News ລາຍງານວ່າ: ລັດຖະບານ ສ.ເກົາຫລີ ສົ່ງເຮືອບິນສາຍການບິນ The Korean Air ຈາກສະໜາມບິນນາໆຊາດອິນຊອນ ບິນໄປສະໜາມບິນນາໆຊາດເຕໂຊໃນປະເທດກໍາປູເຈຍ ເພື່ອຮັບພົນລະເມືອງ 64 ຄົນທີ່ຕົກຄ້າງຢູ່ກໍາປູເຈຍກັບປະເທດເມື່ອເວລາ 8:35 ໂມງ ຕາມເວລາທ້ອງຖິ່ນ.
ແຕ່ມີລາຍງານວ່າ: ເມື່ອຂຶ້ນເຮືອບິນ ພົນລະເມືອງທັງໝົດຖືກເຈົ້າໜ້າທີ່ຄວບຄຸມທັນທີ ໂດຍທາງການຕັ້ງຂໍ້ກ່າວຫາວ່າ: ພວກເຂົາມີສ່ວນກ່ຽວຂ້ອງກັບອາດຊະຍາກໍາສະແກມເມີໃນກໍາປູເຈຍ ເຊິ່ງອໍານາດການຈັບກຸມເປັນໄປຕາມກົດໝາຍ ຈາກການຢູ່ໃນເຮືອບິນທີ່ເປັນສາຍການບິນປະຈໍາປະເທດ ຖືວ່າຢູ່ພາຍໃຕ້ອະທິປະໄຕຂອງ ສ.ເກົາຫລີ.
ເຈົ້າໜ້າທີ່ຕໍາຫລວດຄວບຄຸມພົນລະເມືອງ 59 ຄົນ. ຂະນະທີ່ອີກ 5 ຄົນຖືກແຍກອອກມາ ໂດຍທາງການຈະສົ່ງພົນລະເມືອງທັງໝົດສອບສວນໃນສະຖານີຕໍາຫລວດທົ່ວປະເທດ ເພື່ອສືບຫາວ່າ: ພວກເຂົາມີສ່ວນກ່ຽວຂ້ອງກັບອາດຊະຍາກໍາສະແກມເມີຫລາຍພຽງໃດ.
ຖືວ່າ ການສົ່ງພົນລະເມືອງກັບຄັ້ງນີ້ ຄືໜຶ່ງໃນປະຕິບັດການຄັ້ງໃຫຍ່ທີ່ສຸດຂອງ ສ.ເກົາຫລີ ທີ່ພະຍາຍາມແກ້ໄຂບັນຫາອາດຊະຍາກໍານອກປະເທດ ໂດຍໃຊ້ກໍາລັງເຈົ້າໜ້າທີ່ 190 ຄົນ ເພື່ອຄວບຄຸມພົນລະເມືອງເດີນທາງກັບ.
ອ້າງອີງ:
