ສະຫາຍ ພຸດພັນ ແກ້ວວົງໄຊ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກແຂວງຫົວພັນ
ກອງປະຊຸມໃຫຍ່ ອົງຄະນະພັກ ແຂວງຫົວພັນ ສະໄໝທີ XI ໄດ້ອັດລົງດ້ວຍຜົນສຳເລັດໃນຕອນເຊົ້າວັນທີ 18 ຕຸລາ 2025 ພາຍຫລັງທີ່ດຳເນີນມາເປັນເວລາ 1 ວັນເຄິ່ງ ພາຍໃຕ້ການເປັປະທານຂອງ ສະຫາຍ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ. ເປັນກຽດເຂົ້າຮ່ວມຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ.
ກອງປະຊຸມໃຫຍ່ ອົງຄະນະພັກ ແຂວງຫົວພັນ ສະໄໝທີ XI ມີຜູ້ແທນສົມບູນເຂົ້າຮ່ວມທັງໝົດ 307 ສະຫາຍ, ຍິງ 41 ສະຫາຍ, ເຊິ່ງເປັນຕົວແທນໃຫ້ສະມາຊິກພັກທັງໝົດ 23,347 ສະຫາຍ ໂດຍກອງປະຊຸມຄັ້ງປະຖົມມະລຶກໄດ້ເປັນເອກະສັນຄັດເລືອກເອົາ ສະຫາຍ ພຸດພັນ ແກ້ວວົງໄຊ ເປັນເລຂາຄະນະບໍລິຫານງານພັກແຂວງຫົວພັນ ສະໄໝທີ XI.
ກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານພັກ ແຂວງຫົວພັນ ໄດ້ເລືອກເອົາຄະນະປະຈໍາພັກແຂວງ ຈຳນວນ 11 ສະຫາຍ, ເຊິ່ງໄດ້ເລືອກເອົາ ສະຫາຍ ພຸດພັນ ແກ້ວວົງໄຊ ເປັນເລຂາຄະນະບໍລິຫານງານພັກແຂວງ, ສະຫາຍ ພອນສຸກ ອິນທະວົງ ແລະ ສະຫາຍ ຄອນປະພັນ ເລືອງສີຈັນທອງ ເປັນຮອງເລຂາ; ເລືອກເອົາ ສະຫາຍ ອ່ອນພັນ ທອງທິດາ ເປັນປະທານກວດກາ, ສະຫາຍ ສິງວົງໄຊ ສຸລິວົງພັນ, ສະຫາຍ ວົງເພັດ ຈັນທະມອນ ແລະ ສະຫາຍ ຄຳແພງ ອິນທະວີ ເປັນຮອງປະທານກວດກາ.
ໃນໂອກາດດັ່ງກ່າວ, ສະຫາຍ ສະເຫລີມໄຊ ກົມມະສິດ ກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ໄດ້ໂອ້ລົມ ຕໍ່ ກອງປະຊຸມໃຫຍ່ ອົງຄະນະພັກ ແຂວງຫົວພັນ ຄັ້ງທີ XI ເຊິ່ງສະຫາຍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ການນຳພາ-ຊີ້ນຳ ຂອງຄະນະພັກຊຸດເກົ່າທີ່ໄດ້ມີການນຳພາ-ຊີ້ນຳພະນັກງານ, ສະມາຊິກພັກ, ປະຊາຊົນບັນດາເຜົ່າ ປະຕິບັດໜ້າທີ່ຂອງຕົນ ເຊິ່ງຍາດໄດ້ຜົນງານທີ່ສຳເລັດໃນຫລາຍດ້ານ. ພ້ອມກັນນັ້ນ, ສະຫາຍ ຍັງໄດ້ສະແດງຄວາມເປັນຫ່ວງເປັນໃຍ ຕໍ່ດ້ານອ່ອນ ແລະ ຂໍ້ຄົງຄ້າງ ເຊິ່ງໄດ້ຮຽກຮ້ອງໃຫ້ຄະນະພັກຊຸດໃໝ່ ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ.ຈາກນັ້ນ, ສະຫາຍ ຍັງໄດ້ໃຫ້ທິດຊີ້ນຳວຽກງານໃນແຕ່ລະດ້ານ ແລະ ມີຄວາມເຊື່ອໝັ້ນ ຕໍ່ຄະນະບໍລິຫານງານພັກແຂວງຊຸດໃໝ່ ທີ່ຈະຕ້ອງສືບຕໍ່ນຳພາ-ຊີ້ນຳ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຂອງອົງຄະນະພັກແຂວງຫົວພັນ ສະໄໝທີ XI ໃຫ້ຍາດໄດ້ຜົນສໍາເລັດຫລາຍດ້ານໃຫ້ຫລາຍຂຶ້ນກວ່າເກົ່າ.
