ໄຟອຳນາດ ໝົດອຳນາດ ບັນຫາພື້ນຖານຂອງການຈະລາຈອນໃນຕົວເມືອງ
ໂດຍ: ຜາຕຸງ 18.10.25
ໄຟອຳນາດ ຫຼື ທີ່ຮູ້ຈັກກັນໃນນາມ “ໄຟແດງ” ຕາມທາງສາມແຍກສີ່ແຍກໃນຕົວເມືອງແມ່ນສັນຍາລັກແຫ່ງອຳນາດໃນການຮັກສາລະບຽບການສັນຈອນທາງບົກໃຫ້ມີຄວາມເປັນລະບຽບ ປອດໄພແກ່ຜູ້ໃຊ້ລົດໃຊ້ຖະໜົນ ແຕ່ໃນເມື່ອເວລາໃດກໍຕາມຫາກ ໄຟແດງ ອ່ອນລົງ ຫຼື ໝົດແສງສະຫວ່າງໃນຕົວແລ້ວກໍໝາຍເຖິງສັກສີແຫ່ງອຳນາດທີ່ສັ່ງໄດ້ເດັດຂາດນັ້ນກໍ ອ່ອນລົງ ແລະ ໃນທີ່ສຸດກໍຈະໝົດອຳນາດໄປໃນຕົວ ຜູ້ຄົນທີ່ສັນຈອນໄປມາຜ່ານ ສາມແຍກ ສີ່ແຍກນັ້ນກໍຈະບໍ່ເປັນລະບຽບ ແຍ້ງຊີງກັນໄປມາ ອາດພາໃຫ້ ມີຄວາມສູນເສຍຕໍ່ຊີວິດ ແລະ ຊັບສິນ ຈາກການເກີດອຸປະຕິເຫດໄດ້.
ຜາຕຸງຍົກເອົາບັນຫານີ້ຂຶ້ນມາເວົ້າ ກໍເພື່ອເປັນການແລກປ່ຽນນຳພວກທ່ານຜູ້ຮູ້ທັງຫຼາຍວ່າ ການທີ່ປະໃຫ້ໄຟແດງ ຫຼື ໄຟອຳນາດບໍ່ຮຸ່ງ ແລະ ມອດເປັນເວລາດົນນັ້ນອາດນຳມາສູ່ຄວາມສັບສົນວຸ່ນວາຍ ກາຍມາເປັນແຫຼ່ງເກີດ ອຸປະຕິເຫດໄດ້ໂດຍງ່າຍແມ່ນບໍ? ອັນທີ່ຈິງແລ້ວລະບົບໄຟແດງ ຫຼື ໄຟອຳນາດ ຖືໄດ້ວ່າເປັນຕົວແທນຂອງເຈົ້າໜ້າທີ່ຜູ້ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຕາມທາງແຍກຕ່າງໆນັ້ນລະ ມີໜ້າທີ່ກຳນົດໃຫ້ລົດຢຸດ ແລະ ກຳນົດໃຫ້ລົດເຄື່ອນຍ້າຍໄປຕາມທິດຢ່າງປອດໄພ.
ສຳລັບຢູ່ນະຄອນຫຼວງວຽງຈັນຊຶ່ງເປັນຈຸດສູນກາງທາງດ້ານເສດຖະກິດ-ການຄ້າຂອງປະເທດແລ້ວ ລະບົບໄຟອຳນາດຍິ່ງເປັນສິ່ງທີ່ຈຳເປັນໃນການຮັກສາຄວາມເປັນລະບຽບຮຽບຮ້ອຍ ສ້າງຄວາມປອດໄພຕາມທ້ອງຖະໜົນ, ແຕ່ກໍປາກົດເຫັນວ່າ ລະບົບໄຟອຳນາດຢູ່ຫຼາຍຈຸດໄດ້ຕົກເຂົ້າສູ່ລະບົບອຳມະພາດ ອຳມະພຶກ ບໍ່ສາມາດເປັ່ງແສງລັດສະໝີແຫ່ງຄວາມສັກສິດອອກມາໄດ້ແລ້ວ ເປັນຕົ້ນ ລະບົບໄຟອຳນາດຢູ່ເສັ້ນທາງ ດົງປ່າແຫຼບ ຈຸດແຈວັດ ບ້ານດົງປ່າແຫຼບ ໃນຈຸດນີ້ເປັນອຳມະພຶກມາດົນແລ້ວຄື ລະບົບແສງໄຟບໍ່ແຈ້ງໄສເບິ່ງເຫັນໄດ້ຢາກວ່າທາງໃດໄຟຂຽວ, ໄຟເຫຼືອງ ຫຼື ໄຟແດງ ເຮັດໃຫ້ລົດໄປມາທັງສາມທາງຕ່າງກໍຄິດວ່າເປັນໄຟຂຽວຂ້ຽວຍາດຊີງກັນໄປ ໂດຍສະເພາະແມ່ນລົດທີ່ແລ່ນໄປແຕ່ເບື້ອງໂຮງກາຍຍະສິນແຫ່ງຊາດ ມັກຂະມະກັບລົດທີ່ມາຈາກເບື້ອງໜອງບົວງທອງ ອີກໜຶ່ງມາດອກໄຟແດງທີ່ຕິດຢູ່ຫຼັກຕ່ຳກໍເປ່ເພເສຍຫາຍໃຊ້ການບໍ່ໄດ້.
ນອກນັ້ນຢູ່ຈຸດສີ່ແຍກໄຟແດງໃກ້ວົງວຽນຄ້ອຍໄຟຟ້າໂພນຕ້ອງກໍເປັນອຳມະພາດມາເປັນອາທິດແລ້ວ (ແຕ່ຕົ້ນເດືອນ ຮອດວັນທີ 17 ຕຸລາ 2025) ແຕ່ກໍຍັງບໍ່ມີທ່າທີວ່າມື້ໃດຈະກັບມາສ່ອງແສງແຫ່ງອຳນາດໄດ້ໃໝ່ ນອກຈາກທີ່ຍົກມານີ້ແລ້ວຍັງມີອີກຫຼາຍໆຈຸດໄຟແດງຢູ່ນະຄອນຫຼວງວຽງຈັນກໍຕົກຢູ່ໃນສະພາບດຽວກັນ, ອັນນີ້ແມ່ນຍ້ອນສາເຫດໃດແທ້ແລະບໍ່ມີໃຜສາມາດຮູ້ໄດ້ ມີພຽງແຕ່ເຈົ້າໜ້າທີ່ຜູ້ຮັບຜິດຊອບສະເພາະເທົ່ານັ້ນທີ່ຮູ້ໄດ້ ແມ່ນບໍເນາະ?
ແນວໃດກໍດີ ເວົ້າເຖິງລະບົບໄຟອຳນາດ ນີ້ຕາມຄວາມເຂົ້າໃຈຂອງຄົນທົ່ວໄປແລ້ວກໍອາດມີໜ່ວຍງານສທີ່ຮັບຜິດຊອບໃນການກວດກາຕິດຕາມ ແລະ ກໍມີບ້ວງງົບປະມານສະເພາະສຳລັບການສ້ອມແປງປ່ຽນຖ່າຍ ຊຶ່ງໜ່ວຍງານນີ້ຈະເຮັດໜ້າທີ່ ຕິດຕາມກວດກາ ສ້ອມແປງ, ຕິດຕັ້ງ, ປ່ຽນຖ່າຍ ເມື່ອເຫັນວ່າຮອກກຳນົດເວລາອາຍຸການຂອງດອກໄຟທີ່ນຳໃຊ້ແມ່ນບໍນໍ່, ແຕ່ຜ່ານມາຍັງເຫັນວ່າວຽກງາານນີ້ຖືກປ່ອຍປະລະເລີຍບໍ່ໄດ້ຮັບການເອົາໃຈໃສ່ແກ້ໄຂໄດ້ດີເທົ່າທີ່ຄວນ ໄຟແດງຂາດ ໄຟອຳນາດເພ ກໍຍັງປ່ອຍປະເປັນເວລາດົນ ຈົນມີຫາງສຽງຈົ່ມວ່າຂອງສັງຄົມຢ່າງເນືອງນັນແລ້ວຈຶ່ງລົງມືແກ້ໄຂ ຫຼື ເປັນຍ້ອນໜ່ວຍງາານນີ້ມີວຽກຫຼາຍຢ່າງ ຫຼືວ່າງົບປະມານຊື້ອຸປະກອນມາປ່ຽນຖ່າຍບໍ່ພຽງພໍບໍ ນີ້ກໍອາດເປັນໄປໄດ້.
ບັນຫາໄຟແດງ ຫຼື ໄຟອຳນາດໃນຕົວເມືອງເຮົາຈະຖືເປັນພຽງສິ່ງເລັກໆນ້ອຍໆບໍ? ແນວໃດກໍຕາມ ສິ່ງເລັກນ້ອຍນີ້ກໍບໍ່ຄວນເບິ່ງຂ້າມເພາະມັນໝາຍເຖິງຄວາມປອດໄພອັນໃຫຍ່ຫຼວງຂອງຄົນຈຳນວນຫຼາຍໃນສັງຄົມ ຢ່າລືມວ່າ ສິ່ງເລັກນ້ອຍນີ້ມັນມີອຳນາດມະຫາສານໃນການຈັດລະບຽບໃຫ້ລົດລາພາຫະນະໄປຖືກທິດຖືກທາງ ຫຼຸດຜ່ອນອຸປະຕິເຫດລົງໄດ້ ໃນຫຼາຍປະເທດເຂົາເຈົ້າຈະຖືສຳຄັນຫຼາຍສຳລັບລະບົບໄຟອຳນາດ ແລ້ວເຮົາເດຈະປ່ອຍປະໄປຕາມມີຕາມເກີດບໍ, ອາດເມື່ອຍໃຈກັບໄຟແດງແດ່ ແຕ່ທັງໝົດນີ້ ຝາກເປັນຂໍ້ແລກປ່ຽນນຳກັນເນາະ.
