IMF ຊີ້ AI ດາບສອງຄົມ ໜຸນເສດຖະກິດເຕີບໃຫຍ່ ແຕ່ສ່ຽງເພີ່ມຄວາມເຫລື່ອມລໍ້າ

             ນາງ ຄຣິສຕາລິນາ ກໍເກຍວາ ຜູ້ອໍານວຍການກອງທຶນການເງິນສາກົນ (IMF) ກ່າວວ່າ: ເຕັກໂນໂລຊີປັນຍາປະດິດ (AI) ອາດຊ່ວຍເພີ່ມຜະລິດຕະພາບ ແລະ ຊຸກຍູ້ການເຕີບໃຫຍ່ທາງເສດຖະກິດ, ແຕ່ຂະນະດຽວກັນອາດເປັນປັດໄຈທີ່ສ້າງຄວາມເຫລື່ອມລໍ້າທັງພາຍໃນປະເທດ ແລະ ສາກົນ.

             ນາງ ກໍເກຍວາ ກ່າວລະຫວ່າງກອງປະຊຸມປະຈໍາປີຂອງ IMF ແລະ ທະນາຄານໂລກ ຢູ່ນະຄອນຫລວງວໍຊິງຕັນ ໃນວັນທີ 16 ຕຸລາວ່າ: ກະແສການລົງທຶນໃນ AI ກໍາລັງສ້າງຄວາມຄາດຫວັງຢ່າງມະຫາສານ ໂດຍປະເມີນວ່າ AI ຈະຊ່ວຍໜຸນການເຕີບໃຫຍ່ທາງເສດຖະກິດໂລກປະມານ 0.1-0.8%.

            ຜູ້ອໍານວຍການ IMF ລະບຸວ່າ: “ເຮົາກໍາລັງຕິດຢູ່ກັບລະດັບການເຕີບໃຫຍ່ປະມານ 3% ຖ້າ AI ສາມາດຊ່ວຍເພີ່ມການເຕີບໃຫຍ່ໄດ້ຕາມທີ່ຄາດຫວັງ ນັ້ນຈະເປັນຜົນທາງບວກຕໍ່ເສດຖະກິດໂລກ”.

            ນາງ ກໍເກຍວາ ຍັງກ່າວອີກວ່າ: IMF ໄດ້ພັດທະນາດັດຊະນີຄວາມພ້ອມດ້ານ AI (AI Preparedness Index) ເພື່ອຈັດອັນດັບປະເທດຕ່າງໆຕາມ 4 ເກນ ໄດ້ແກ່: ໂຄງລ່າງພື້ນຖານດິຈິຕອນ, ທັກສະແຮງງານ, ນະວັດຕະກໍາ ແລະ ລະດັບການປະຍຸກໃຊ້ເຕັກໂນໂລຊີ ເຊິ່ງພົບວ່າມີຄວາມແຕກຕ່າງລະຫວ່າງປະເທດທີ່ພ້ອມສຸດກັບປະເທດທີ່ລ້າຫລັງໃນດ້ານການເອົາ AI ມາໃຊ້.

              ນອກຈາກນີ້, ນາງ ກໍເກຍວາ ຍັງເປີດຕົວວາລະນະໂຍບາຍໂລກ (Global Policy Agenda) ເຊິ່ງເນັ້ນ 3 ບັນຫາສໍາຄັນໄດ້ແກ່ ການສົ່ງເສີມການເຕີບໃຫຍ່ຂອງເອກະຊົນ, ການສ້າງຫົດຢືດທາງການຄ້າ ແລະ ຫລຸຸດໜີ້ ແລະ ການຫລຸດຄວາມສົມດູນຂອງເສດຖະກິດໂລກ.

             ທັງນີ້, IMF ໄດ້ເຜີຍແຜ່ລາຍງານທ່າອ່ຽງເສດຖະກິດໂລກ (World Economic Outlook) ໃນວັນທີ 14 ຕຸລາ ລະບຸວ່າ: ໄດ້ເພີ່ມການຄາດຄະເນເສດຖະກິດໂລກປະຈໍາປີ 2025 ເປັນ 3.2%, ແຕ່ຄາດວ່າການເຕີບໃຫຍ່ຈະຫລຸດລົງເຫລືອ 3.1% ໃນປີ 2026 ຈາກແຮງກົດດັນດ້ານພາສີການຄ້າ.