ເຊກອງ ເປີດບັ້ນການສໍາຫຼວດພົນລະເມືອງ ແລະທີ່ຢູ່ອາໄສທົ່ວປະເທດຄັ້ງທີ V
ວັນທີ 16 ຕຸລາ 2025 ແຂວງເຊກອງ ໄດ້ເປີດບັ້ນການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ປີ 2025ຂຶ້ນ ໂດຍພາຍໄຕ້ການເປັນປະທານ ຂອງທ່ານ ຂັນຕີ ສີລະວົງສາ ຮອງເລຂາພັກແຂວງ ປະທານອົງການປົກຄອງແຂວງ ຫົວໜ້າຄະນະຊີ້ນໍາການສໍາຫຼວດຂັ້ນແຂວງ, ມີທ່ານ ສີສະໝຸດ ຄໍາວານວົງສາ ຮອງຫົວໜ້າສູນສະຖິຕິແຫ່ງຊາດ ຄະນະຊີ້ນໍາລະດັບຊາດ ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V, ມີບັນດາພະນັກງານຫຼັກແຫຼ່ງຈາກພະແນກການ ແລະ ຂະແໜງ ການກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ຂັນຕີ ສີລະວົງສາ ໄດ້ກ່າວເປີດວ່າ: ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ແມ່ນການສໍາຫຼວດໜຶ່ງທີ່ມີຄວາມສຳຄັນ ແລະ ຈຳເປັນຕ້ອງໄດ້ຈັດຕັ້ງປະຕິບັດສຳລັບບັນດາປະເທດ ທີ່ຢູ່ໃນພາກພື້ນ ແລະ ສາກົນໃນທຸກໆ 10 ປີ ພາຍໃຕ້ຂໍ້ແນະນໍາຂອງໜ່ວຍງານສະຖິຕິຂອງອົງການສະຫະປະຊາຊາດ ຊຶ່ງລັດຖະບານແຫ່ງ ສປປ ລາວ ກໍໄດ້ດຳເນີນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ມາແລ້ວ 4 ຄັ້ງ ເລີ່ມແຕ່ປີ 1985 ເຖິງ ປີ 2015. ຈາກການສຳຫຼວດຄັ້ງທີ IV ລ່າສຸດ ໃນປີ 2015 ຊີ້ໃຫ້ເຫັນວ່າ: ພົນລະເມືອງລາວ ມີ 6,4 ລ້ານຄົນ ແລະ ຄາດຄະເນໃນປີ 2025 ພົນລະເມືອງລາວ ຈະມີປະມານ 7,8 ລ້ານຄົນ, ແຕ່ສະເພາະຢູ່ແຂວງເຊກອງ ຈາກຜົນຂອງການສໍາຫຼວດຄັ້ງທີ IV ມີພົນລະເມືອງ 114,880 ຄົນ, ອັດຕາການເຕີບໂຕ ເທົ່າກັບ 2,89%ຕໍ່ປີ ແລະ ຄາດຄະເນໃນປີ 2025 ພົນລະເມືອງຂອງແຂວງ ຈະມີປະມານ 141,663 ຄົນ.
ການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ນີ້ ແມ່ນມີຄວາມຈໍາເປັນ ແລະ ສໍາຄັນ ເພາະເປັນການເກັບກຳຂໍ້ມູນສະຖິຕິຕ່າງໆ ເພື່ອຢືນຢັນການບັນລຸເປົ້າໝາຍທີ່ສໍາຄັນ ແລະ ເຂົ້າໃຈເຖິງບັນຫາການປ່ຽນແປງຂອງພົນລະເມືອງລາວ. ໃນປັດຈຸບັນ ກໍຄືອານາຄົດ ເປັນຕົ້ນ: ອັດຕາການຕາຍ, ການຈະເລີນພັນ, ການມີວຽກເຮັດງານທໍາ, ການຍົກຍ້າຍ, ການເຂົ້າເຖິງການບໍລິການ ດ້ານການສຶກສາ ແລະ ສາທາລະນະສຸກ, ຄຸນນະພາບຂອງທີ່ຢູ່ອາໄສ ເພາະເງື່ອນໄຂເຫຼົ່ານີ້ ລ້ວນແຕ່ເປັນປັດໃຈອັນສຳຄັນທີ່ສົ່ງຜົນຕໍ່ການປ່ຽນແປງໂຄງປະກອບຂອງພົນລະເມືອງ, ການຂະຫຍາຍກາລະໂອກາດ ໃຫ້ແກ່ການແກ້ໄຂຄວາມທຸກຍາກ, ສ້າງຄວາມສົມດຸນ ຂອງຕະຫຼາດແຮງງານ, ການພັດທະນາຊັບພະຍາກອນມະນຸດ ແລະ ການພັດທະນານະວັດຕະກໍາເຕັກໂນໂລຊີ, ຄວາມໜາ ແໜ້ນ ຂອງພົນລະເມືອງ ທີ່ເພີ່ມຂຶ້ນ ກໍບົ່ງບອກເຖິງຄວາມສໍາຄັນ ຂອງການພັດທະນາຕົວເມືອງ ແລະ ສ້າງເງື່ອນໄຂການສະໜອງການບໍລິການໂຄງລ່າງພື້ນຖານ ຂອງລັດຖະບານ ໄດ້ຢ່າງມີປະສິດທິຜົນ; ດັ່ງນັ້ນ, ຮຽກຮ້ອງໃຫ້ຄະນະທິມງານເດີນສໍາຫຼວດ, ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ຕະຫຼອດຮອດພະນັກງານລັດຖະກອນ, ທະຫານ ຕໍາຫຼວດ ແລະ ພໍ່ຄ້າຊາວຂາຍ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສຢູ່ແຂວງເຊກອງ ຈົ່ງໃຫ້ການຮ່ວມໄມ້ຮ່ວມມືທີ່ດີຕໍ່ກັບການໃຫ້ຂໍ້ມູນຕ່າງໆແກ່ທິມງານເດີນສໍາຫຼວດ ເພື່ອຄວາມລະອຽດຊັດເຈນ ແລະ ບັນລຸຕາມຄາດໝາຍ.
ໃນໂອກາດນີ້, ຍັງໄດ້ຜ່ານບົດລາຍງານການກະກຽມ ສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຢູ່ຂັ້ນແຂວງ, ຈາກນັ້ນ ກໍໄດ້ມີການຕັດແຖບຜ້າເປີດປ້າຍ ເພື່ອຢັ້ງຢືນການເປີດບັ້ນສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ V ປີ 2025 ຢູ່ແຂວງເຊກອງ ຢ່າງເປັນທາງການ.
