ປກສ ແຂວງຊຽງຂວາງ ກັກຄູ່ຜົວເມຍ ຄ້າຂາຍຢາເສບຕິດ ພ້ອມຂອງກາງ ເຮໂລອີນ 2 ແທ່ງ ແລະ ຢາບ້າ 6,000 ເມັດ

ປກສ ແຂວງຊຽງຂວາງ ລາຍງານວ່າ: ວັນທີ 9 ຕຸລາ 2025 ເວລາປະມານ 10:30 ນາທີ ເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບ ເມືອງຄູນ ແຂວງຊຽງຂວາງ ໄດ້ກັກຕົວຄູ່ຜົວເມຍຊື່ ທ້າວເພັງ ຊົ່ງ ອາຍຸ 49 ປີ ແລະ ນາງບີ່ ຢ່າງ ອາຍຸ 45 ປີ ປະຊາຊົນ ບ້ານນາງັນ ເມືອງພູຄູນ ແຂວງຫລວງພະບາງ ພ້ອມຂອງກາງ ຢາເສບຕິດ ປະເພດເຮໂລອິນ ຈໍານວນ 2 ແທ່ງ, ນໍ້າໜັກ 730 ກຣາມ ແລະ ຢາບ້າ 1 ແພັກ ເທົ່າກັບ 6,000 ເມັດ, ນໍ້າໜັກ 600 ກຣາມ ແລະ ລົດຍີ່ຫໍ້ ໂຕໂຢຕ້າ ຟໍຈູນເນີ ສີດໍາ ປ້າຍທະບຽນ ກອ 9268 ກໍາແພງນະຄອນ ມາສືບສວນສອບສວນ.

ຜ່ານການສອບສວນຂອງເຈົ້າໜ້າທີ່ພວກກ່ຽວໄດ້ຮັບສາລະພາບວ່າ: ຢາເສບຕິດທີ່ເຈົ້າໜ້າທີ່ກວດພົບໃນຄັ້ງນີ້ ແມ່ນຂອງພວກກ່ຽວແທ້, ເຊິ່ງໄດ້ຊື້ເຮໂລອິນ ຈໍານວນ 2 ແທ່ງ ໃນລາຄາ 3,000 ໂດລາ ແລະ ຢາບ້າ 1 ແພັກ ໃນລາຄາ 14,000,000 ກີບ ເພື່ອນໍາມາຂາຍຕໍ່ໃຫ້ຜູ້ຮ່ວມຂະບວນການນໍາກັນ ຢູ່ແຂວງຊຽງຂວາງ. ເຊິ່ງເຮໂລອິນ 2 ແທ່ງ ຂາຍໃນລາຄາ 100,000,000 ກີບ ແລະ ຢາບ້າ 1 ແພັກ ຂາຍໃນລາຄາ 21,000,000 ກີບ. ໃນຂະນະທີ່ຈະເອົາຢາເສບຕິດໄປຂາຍຕໍ່ ຈຶ່ງຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີສາກ່ອນ.

ປັດຈຸບັນ, ເຈົ້າໜ້າທີ່ກໍາລັງຂະຫຍາຍຜົນຫາກຸ່ມແກ້ງຮ່ວມຂະບວນການນໍາກັນ ມາດໍາເນີນຄະດີຕາມລະບຽບກົດໝາຍ.

ທີ່ມາ: ປກສ ແຂວງຊຽງຂວາງ