ຜູ້ແທນອົງຄະນະພັກ ແຂວງໄຊຍະບູລີ ເລືອກເອົາ ສະຫາຍ ເພັງນິລັນ ຄຳພັນເພັງ ເປັນເລຂາຄະນະບໍລິຫານງານພັກແຂວງ
ວັນທີ 16 ຕຸລາ 2025 ຜ່ານມາແຂວງໄຊຍະບູລີ ສຳເລັດກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກ ຄັ້ງທີ VIII ໂດຍການເປັນປະທານຂອງ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ເຈົ້າແຂວງໄຊຍະບູລີ, ເຂົ້າຮ່ວມໂດຍ ສະຫາຍ ຄຳພັນ ພົມມະທັດ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັນສູນກາງ, ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ ຮອງປະທານສະພາແຫງຊາດ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມຄັ້ງປະຖົມມະລຶກ ໄດ້ເລືອກເອົາຄະນະປະຈໍາພັກແຂວງ 11 ສະຫາຍ (ຍິງ 02 ສະຫາຍ), ເລືອກເອົາ:
1. ສະຫາຍ ເພັງນິລັນ ຄຳພັນເພັງ ເປັນເລຂາຄະນະບໍລິຫານງານພັກແຂວງ;
2. ສະຫາຍ ດວງຕາ ໄຊວຸດ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ;
3. ສະຫາຍ ປອ ສີສອນພັນ ບຸນສີ ເປັນຮອງເລຂາຄະນະບໍລິຫານງານພັກແຂວງ,
ເລືອກເອົາປະທານ ແລະ ຮອງປິທານຄະນະກວດກາພັກແຂວງ:
1. ສະຫາຍ ຄຳເຫຼັກ ແກ້ວວິໄລພອນ ເປັນປະທານ ຄະນະກວດກາພັກແຂວງ;
2. ສະຫາຍ ໜູໄຊ ນໍກີຢາ ເປັນຮອງປະທານຄະນະກວດກາພັກແຂວງ;
3. ສະຫາຍ ສີທອນ ພັນທະວົງ ເປັນຮອງປະທານຄະນະກວດກາພັກແຂວງ;
4. ສະຫາຍ ທອງສຸກ ເຊັງທໍ ເປັນຮອງປະທານຄະນະກວດກາພັກແຂວງ.
ພ້ອມນີ້ ກອງປະຊຸມຍັງໄດ້ປ່ອນບັດຄັດເລືອກເອົາຜູ້ແທນສົມບູນ 27 ສະຫາຍ (ຍິງ 04 ສະຫາຍ) ແລະ ສຳຮອງ 05 ສະຫາຍ (ຍິງ 01 ສະຫາຍ) ເພື່ອເຂົ້າຮ່ວມກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ.
ສະຫາຍ ຄຳພັນ ພົມມະທັດ ໄດ້ເນັ້ນໃຫ້ຄະນະບໍລິຫານງານພັກຊຸດໃໝ່ ຢຶດໝັ້ນ ແລະ ເຂົ້າໃຈເລິກເຊິ່ງຈິດໃຈສ້າງການຫັນປ່ຽນຢ່າງແຂງແຮງ ແລະ ຮອບດ້ານ, ຖືສໍາຄັນການຮັກສາຄວາມສະຫງົບຮຽບຮ້ອຍຕາມຊາຍແດນ, ສະກັດກັ້ນເຄືອຄ່າຍຄ້າຂາຍເຖື່ອນ, ການບຸກລຸກດິນ-ປ່າຂອງລັດທຸກປະເພດ, ສະກັດກັ້ນ ແລະ ທັບມ້າງການເຄື່ອນໄຫວຄ້າມະນຸດ, ການຂົນຍ້າຍ-ຊື້ຂາຍຢາເສບຕິດ ແລະ ອາດສະຍາກໍາອື່ນໆ; ການພັດທະນາເສດຖະກິດເອກະລາດເປັນເຈົ້າຕົນເອງ ຕ້ອງຕິດພັນກັບການຮັບປະກັນການສະໜອງບັນດາປັດໄຈພື້ນຖານແກ່ການຜະລິດພາຍໃນ; ຮັບປະກັນສົ່ງອອກ-ນໍາເຂົ້າທີ່ມີຄວາມດຸ່ນດ່ຽງ ແລະ ສະເໝີພາບ; ເປັນເຈົ້າການໃນການກໍານົດກົນໄກ ແລະ ການຂັບເຄື່ອນການລົງທຶນໃນບັນດາໂຄງການ ທີ່ຈະນໍາຜົນປະໂຫຍດສູງສຸດແກ່ປະເທດຊາດ; ຮັບປະກັນມີແຫຼ່ງລາຍຮັບພາຍໃນທີ່ນັບມື້ນັບເພີ່ມຂຶ້ນ, ສາມາດສະສາງໜີ້ສິນ, ສະສົມທຶນແກ່ການພັດທະນາຢ່າງຍືນຍົງ ແລະ ທີ່ສໍາຄັນຮັບປະກັນບັນດາປັດໄຈອັນຈໍາເປັນໃຫ້ປະຊາຊົນມີວຽກເຮັດງານທໍາ-ມີຄວາມໝັ້ນຄົງໃນຊີວິດການເປັນຢູ່; ສະກັດກັ້ນການແກ້ໄຂບັນຫາການສໍ້ລາດບັງຫຼວງໃນຖັນແຖວພະນັກງານ-ສະມາຊິກພັກ; ເພີ່ມການກວດກາຄວາມຮັບຜິດຊອບຂອງການຈັດຕັ້ງໃນການນໍາພາເຊື່ອມຊຶມ, ຜັນຂະຫຍາຍມະຕິກອງປະຊຸມໃຫຍ່, ຮີບຮ້ອນສ້າງແຜນດໍາເນີນງານຂອງຄະນະບໍລິຫານງານພັກແຂວງໂດຍກໍານົດລະດັບບູລິມະສິດໃນການນໍາພາ-ຊີ້ນໍາປະຕິບັດວຽກງານຕົວຈິງຕາມບັນດາຂົງເຂດທີ່ກອງປະຊຸມໃຫຍ່ຮັບຮອງ, ບົນພື້ນຖານນັ້ນປຶກສາຫາລືຕົກລົງແບ່ງງານໃຫ້ແຕ່ລະສະຫາຍໃນຄະນະພັກຢ່າງຈະແຈ້ງ, ກໍານົດຄວາມຮັບຜິດຊອບລວມໝູ່ ແລະ ຄວາມຮັບຜິດຊອບຂອງແຕ່ລະສະຫາຍຕໍ່ຜົນໄດ້ຜົນເສຍໃນການປະຕິບັດ, ເຜີຍແຜ່, ປະຊາສໍາພັນຢ່າງກວ້າງຂວາງທົ່ວເຖິງ ເພື່ອໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເອກະພາບ, ເຊື່ອໝັ້ນ, ສະໜັບສະໜູນ, ກະຕຸ້ນສະຕິເປັນເຈົ້າຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງຂອງປະຊາຊົນ.
