ເຈົ້າໜ້າທີ່ສືບສວນຫວຽດນາມ ເຂົ້າສອບສວນການ “ປອມແປງ” ຊີ້ນຄວາຍລາຄາຖືກ ເປັນຊີ້ນງົວທີ່ມີລາຄາສູງ
ສຳນັກຂ່າວ VTV24 ຂອງຫວຽດນາມລາຍງານວັນທີ 16 ຕຸລາ 2025 ວ່າ: ເຈົ້າໜ້າທີ່ຕຳຫຼວດນະຄອນຫຼວງຮ່າໂນ້ຍ ໄດ້ປະສານສົມທົບກັບໜ່ວຍງານທີ່ກ່ຽວຂ້ອງ ດໍາເນີນການສືບສວນ ແລະ ດໍາເນີນຄະດີຕໍ່ກຸ່ມຄົນທີ່ມີການກະທຳຜິດກ່ຽວກັບການຜະລິດ ແລະ ຈໍາໜ່າຍອາຫານປອມແປງຢ່າງຮ້າຍແຮງ.
ກຸ່ມຄົນດັ່ງກ່າວໄດ້ນຳໃຊ້ກົນອຸບາຍໂດຍການຊື້ຊີ້ນຄວາຍແຊ່ແຂງທີ່ມີຄຸນນະພາບຕ່ຳ (ນຳເຂົ້າຈາກຕ່າງປະເທດ, ລາຄາປະມານ 120.000 ດົງ/ກິໂລ) ແລ້ວ “ສັກ” ຜົງເສີມ ແລະ ສານສັງເຄາະ ເພື່ອສ້າງ ເສັ້ນໄຂມັນ ໃຫ້ຄືກັບຊີ້ນງົວ Wagyu ຊັ້ນສູງ. ປອມແປງບັນຈຸພັນ ແລະ ປ້າຍຍີ່ຫໍ້ (ເຊັ່ນ: Hidasan) ເພື່ອຂາຍໃນລາຄາທີ່ສູງເກີນຈິງ ເຖິງ 400.000 ຫາ 600.000 ດົງ/ກິໂລ.
ຕາມການສືບສວນເບື້ອງຕົ້ນ, ນັບຕັ້ງແຕ່ເດືອນພຶດສະພາ(5) ປີ 2024 ເປັນຕົ້ນມາ, ກຸ່ມຄົນດັ່ງກ່າວໄດ້ຜະລິດ ແລະ ຈໍາໜ່າຍຊີ້ນປອມແປງອອກສູ່ຕະຫຼາດໃນຫຼາຍພື້ນທີ່ ເຊັ່ນ: ຮາໂນ່ຍ, ດານັງ, ຢາຈາງ ແລະ ນະຄອນໂຮ່ຈີມິນ ມີຫຼາຍກວ່າ 14 ໂຕນ, ໃນການກວດຄົ້ນ ເຈົ້າໜ້າທີ່ໄດ້ຍຶດຊີ້ນຄວາຍ ແລະ ຊີ້ນງົວປອມແປງ ລວມທັງໝົດ 65 ໂຕນ ແລະ ຜົງເສີມ 17 ໂຕນ ທີ່ສົງໄສວ່າອາດຈະເປັນອັນຕະລາຍຕໍ່ສຸຂະພາບ. ຜົນການກວດສອບ ຊີ້ນ “ງົວ” ຈາກ 29 ຕົວຢ່າງ ທີ່ນຳມາວິໄຈນັ້ນ ພົບວ່າມີ 24 ຕົວຢ່າງ ແມ່ນມີ DNA ເປັນຊີ້ນຄວາຍ.
ປັດຈຸບັນ, ເຈົ້າໜ້າທີ່ໄດ້ດໍາເນີນການ ສັ່ງຟ້ອງຄະດີອາຍາ ແລະ ອອກຄໍາສັ່ງກັກຂັງ 4 ຜູ້ຕ້ອງຫາ ໃນຂໍ້ຫາ “ຜະລິດ ແລະ ຈໍາໜ່າຍອາຫານປອມແປງ” ເພື່ອດໍາເນີນການສືບສວນຂະຫຍາຍຜົນ ແລະ ແກ້ໄຂຕາມກົດໝາຍຢ່າງເຂັ້ມງວດ. ການກະທຳດັ່ງກ່າວບໍ່ພຽງແຕ່ເປັນການຫຼອກລວງທາງດ້ານການຄ້າເທົ່ານັ້ນ ແຕ່ຍັງເປັນໄພຄຸກຄາມໂດຍກົງຕໍ່ຄວາມປອດໄພ ແລະ ສຸຂະພາບຂອງຜູ້ບໍລິໂພກອີກດ້ວຍ.
