ປກສ ເມືອງໄຊທານີ ສຶກສາອົມຮົມປ່ອຍຕົວເປົ້າໝາຍມົ້ວສຸມ ແລະ ຫຼິ້ການພະນັນທີ່ຕ້ອງຫ້າມ 45 ຄົນ
ວັນທີ 14 ຕຸລາ 2025 ຜ່ານມານີ້ ກອງບັນຊາການ ປກສ ເມືອງໄຊທານີ ໄດ້ສຶກສາອົມຮົມປ່ອຍຕົວກຸ່ມຫຼິ້ນການພະນັນທີ່ຕ້ອງຫ້າມ ເປັນກຽດເຂົ້າຮ່ວມຂອງ ພັນໂທ ຄໍາມະນີ ແກ້ວສີຫາ ຄະນະພັກຮາກຖານ ຫົວໜ້າພະແນກຕໍາຫຼວດ, ມີຮອງພະແນກ, ຮອງ ປກສ ກຸ່ມ, ນາຍບ້ານ, ວິຊາການທີ່ກ່ຽວຂ້ອງ ພ້ອມດ້ວຍພໍ່ແມ່ຜູ້ປົກຄອງ ແລະຜູ້ຖືກສຶກສາອົບຮົມປ່ອຍຕົວເຂົ້າຮ່ວມ.
ພັນໂທ ຄໍາມະນີ ແກ້ວສີຫາ ກ່າວວ່າ: ໃນວັນທີ 13 ຕຸລາ 2025, ເຈົ້າໜ້າທີ່ພະແນກຕໍາຫຼວດ ປກສ ເມືອງໄຊທານີ ໄດ້ສົມທົບກັບ ຫ້ອງການ ປກສ ກຸ່ມດົງໂດກ ແລະ ການຈັດຕັ້ງບ້ານສະພັງເມິກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ເຂົ້າແກ້ໄຂເປົ້າໝາຍມົ້ວສຸມ, ຫຼິ້ນການພະນັນທີ່ຕ້ອງຫ້າມ ຢູ່ບ້ານສະພັງເມິກ (ເຮືອນເຊົ່າ) ສາມາດກັກຕົວຜູ້ຖືກສົງໄສໄດ້ທັງໝົດ 45 ຄົນ ຍິງ 4 ຄົນ; ໃນນີ້, ຄົນຕ່າງປະເທດ 6 ຄົນ ຍິງ 1 ຄົນ ພ້ອມເຄື່ອງຂອງກາງມີໂຕະສະນຸກເກີ 1 ໜ່ວຍ, ຕູ້ເກມ 8 ໜ່ວຍ, ຫຼຽນຊິບຈໍານວນຫຼາຍ ແລະລາຍການອື່ນໆອີກຈໍານວນໜຶ່ງ.
ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່ຕໍາຫຼວດ ຈຶ່ງຮູ້ວ່າມີກຸ່ມໄວລຸ່ນ 40 ຄົນ, ຍິງ 3 ຄົນ ແມ່ນເຂົ້າມາຫຼິ້ນ ແລ້ວຖືກເຈົ້າໜ້າທີ່ຕໍາຫຼວດກັກຕົວ ເພື່ອມາສຶກສາອົມຮົມປ່ອຍຕົວ; ສ່ວນອີກ 5 ຄົນ ເປັນເຈົ້າຂອງກິດຈະການ ທີ່ມາເຊົ່າສະຖານທີ່ດັ່ງກ່າວເປີດບ່ອນມົ້ວສຸມ, ຫຼິ້ນການພະນັນທີ່ຕ້ອງຫ້າມ ສະນັ້ນ, ຈຶ່ງໄດ້ດໍາເນີນການສືບສວນ-ສອບສວນ ຫາຄວາມຈິງຂອງການດໍາເນີນກິດຈະການ ແລະເພື່ອນຮ່ວມງານມາດໍາເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ.
ພັນໂທ ຄໍາມະນີ ແກ້ວສີຫາ ໄດ້ໂອ້ລົມຕໍ່ຜູ້ທີ່ຖືກສຶກສາອົບຮົມປ່ອຍຕົວ ແລະຜູ້ປົກຄອງວ່າ: ພາຍຫຼັງໄດ້ຮັບການປ່ອຍຕົວແລ້ວຕ້ອງໄດ້ກັບເນື້ອກັບຕົວເປັນຄົນດີ ບໍ່ໄປພົວພັນມົ້ວສຸມ, ຫຼິ້ນການພະນັນທີ່ຕ້ອງຫ້າມ, ໃຫ້ການຮ່ວມມືທີ່ດີ ແລະບໍ່ມີແນວຄິດອະຄະຕິຕໍ່ເຈົ້າໜ້າທີ່ຕໍາຫຼວດ; ຕໍ່ກັບຜູ້ປົກຄອງ ພາຍຫຼັງທີ່ໄດ້ມາເຊັນຄໍ້າປະກັນເອົາລູກ-ຫຼານແລ້ວ ຕ້ອງໄດ້ໃຫ້ຄວາມໃກ້ຊິດຕິດແທດ, ເອົາໃນໃສ່ສຶກສາອົມຮົມລູກ-ຫຼານຂອງຕົນ ໃຫ້ເປັນຄົນດີຂອງຄອບຄົວ ແລະສັງຄົມ.
