ສຳເລັດກອງປະຊຸມຄະນະກຳມະການຊາຍແດນ ລາວ-ມຽນມາ ຄັ້ງທີ 13

ກອງປະຊຸມຄະນະກຳມະການຊາຍແດນ ລາວ-ມຽນມາ ຂັ້ນແຂວງ, ເຂດ, ຄັ້ງທີ 13 ໄດ້ຈັດຂຶ້ນໃນແຕ່ວັນທີ 15-16 ຕຸລາ 2025 ນີ້, ທີ່ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ, ຄະນະຝ່າຍລາວນໍາໂດຍ ພັນເອກ ແສງເພັດ ແສງມະນີ ຫົວໜ້າການທະຫານກອງບັນຊາການ, ມີ ພົນຈັດຕະວາ ຈັນພອນເພັດ ຄຳສີ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງບໍ່ແກ້ວ, ຄະນະຝ່າຍມຽນມານຳໂດຍ ທ່ານ ພັນເອກ ຈໍມິນທູນ ຜູ້ບັນຊາການ ແຂວງທ່າຂີ້ເຫລັກ ກອງທັບພາກສາມຫລ່ຽມ ປະເທດມຽນມາ, ມີຄະນະກຳມະການຊາຍແດນແຫ່ງຊາດ, ຄະນະກົມພົວພັນຕ່າງປະເທດ, ກົມທະຫານຊາຍແດນ, ສອງກອງບັນຊາການທະຫານ-ຕຳຫລວດ ບໍ່ແກ້ວ-ຫລວງນ້ຳທາ, ກອງພົນທີ 3 ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ກອງປະຊຸມໄດ້ຮັບຟັງການລາຍງານຈາກຄະນະທັງສອງຝ່າຍໃນການຈັດຕັ້ງປະຕິບັດການປະສານງານທີ່ຜ່ານມາ, ທັງເປັນການແລກປ່ຽນຄວາມຄິດເຫັນ, ຂໍ້ມູນຂ່າວສານ ແລະ ປຶກສາຫາລືການແກ້ໄຂບັນຫາຢາເສບຕິດຮ່ວມກັນລະຫວ່າງສອງປະເທດ ລາວ-ມຽນມາ ເຊິ່ງໄລຍະຜ່ານມາ ເຫັນວ່າທັງສອງຝ່າຍໄດ້ຕັ້ງໜ້າ ແລະ ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍ ແຜນການຮ່ວມມືລະຫວ່າງຊາດເປັນປະຈຳ ທັງໄດ້ມີການສະກັດກັ້ນ, ແກ້ໄຂຈັບກຸ່ມຜູ້ກະທຳຜິດຄ້າຂາຍຢາເສບຕິດ, ເຂົ້າ-ອອກເມືອງຜິດກົດໝາຍ, ການກໍ່ອາສະຍາກຳຂ້າມຊາດ, ຄ້າມະນຸດໄດ້ຢ່າງຕໍ່ເນື່ອງ ເຮັດໃຫ້ບໍລິເວນຊາຍແດນມີຄວາມເປັນລະບຽບຮຽບຮ້ອຍດີ, ປະຊາຊົນທັງສອງປະເທດ ຮັບຮູ້ໄດ້ເຖິງຄວາມເອົາໃຈໃສ່ ໃນການຕ້ານ ແລະ ສະກັດກັ້ນຂະບວນການຄ້າຢາເສບຕິດຂອງສອງປະເທດ.

ສອງກອງທັບ ເຊື່ອໝັ້ນວ່າການຮ່ວມມືຂອງຄະນະກຳມະການຊາຍແດນ ລາວ-ມຽນມາ ນັບມື້ກ້າວເຂົ້າສູ່ລວງເລິກ ມີຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ແລກປ່ຽນປະສົບການ, ແລກປ່ຽນຂໍ້ມູນຂ່າວສານຮ່ວມກັນ ເຮັດໃຫ້ບັນຫາປະກົດການຫຍໍ້ທໍ້ເຂດຊາຍແດນຫຼຸດໜ້ອຍຖອຍລົງ ທັງເປັນແບບຢ່າງໃຫ້ແກ່ຄະນະອື່ນໆ ນຳໄປຈັດຕັ້ງປະຕິບັດໃຫ້ເກີດຜົນຕໍ່ໄປ. ຄະນະຜູ້ແທນທັງສອງຝ່າຍຍັງໄດ້ລົງນາມເຊັນບົດບັນທຶກຮ່ວມກັນຕື່ມອີກ.

ທີ່ມາ: ໜັງສືພິມກອງທັບ