ລັດຖະບານໄທ ໃຫ້ການຊ່ວຍເຫລືອ ສປປ ລາວ 4 ໂຄງການ

ວັນທີ 16 ຕຸລາ 2025 ຢູ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ແລະ ຄະນະ ໄດ້ຕ້ອນຮັບ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ພ້ອມດ້ວຍພັນລະຍາ ແລະ ຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ.

ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ລົງເລິກປຶກສາຫາລືການພົວພັນຮ່ວມມືໃນດ້ານຕ່າງໆ ເປັນ ຕົ້ນ ການຮ່ວມມືດ້ານການເມືອງ ແລະ ຄວາມໝັ້ນຄົງ, ການປັກຫລັກໝາຍຊາຍແດນ, ການຮ່ວມມືດ້ານຮັກສາຄວາມສະຫງົບຮຽບຮ້ອຍຕາມ ບໍລິເວນຊາຍແດນສອງປະເທດ, ການຮ່ວມມືດ້ານແຮງງານ, ການຮ່ວມມືປາບປາມການສໍ້ໂກງທາງອອນລາຍ, ການຮ່ວມມືໃນການປ້ອງກັນໝອກຄວັນ, ການຮ່ວມມືດ້ານເສດຖະກິດການຄ້າ, ການພັດທະນາພື້ນຖານໂຄງລ່າງ, ການຮ່ວມມືທາງດ້ານພະລັງງານ, ການ ທ່ອງທ່ຽວ, ການຮ່ວມມືເພື່ອການພັດທະນາ ກໍຄື ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ລວມທັງການຈັດບັນດາກິດຈະກໍາສະເຫລີມສະຫລອງ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ໄທ ຄົບຮອບ 75 ປີ ທີ່ມີຜົນສຳເລັດ ແລະ ອື່ນໆ. ນອກຈາກນີ້, ສອງຝ່າຍຍັງໄດ້ປຶກສາຫາລືກ່ຽວກັບ ພິທີເປີດນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ໃນທ້າຍປີນີ້ ແລະ ການຢ້ຽມຢາມລັດຖະກິດທີ່ ສປປ ລາວ ຂອງປະມຸກລັດ ໃນໂອກາດທີ່ເໝາະສົມ ແລະ ອື່ນໆ.

ໃນໂອກາດຢ້ຽມຢາມຄັ້ງນີ້, ລັດຖະບານໄທ ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ ຈໍານວນ 4 ໂຄງການ ຄື:

  1. ໂຄງການເສີມຂະຫຍາຍ ແລະ ຍົກລະດັບ ການຮ່ວມມືກັບປະເທດເພື່ອນບ້ານໃນການສະກັດກັ້ນຢາເສບຕິດ ແລະ ທໍາລາຍເຄືອຂ່າຍການຄ້າຢາເສບຕິດລະຫວ່າງປະເທດ ມູນຄ່າ 10,15 ລ້ານບາດ.
  2. ການມອບວັດສະດຸອຸປະກອນສໍາລັບການຮຽນ-ການສອນ ໃຫ້ແກ່ວິທະຍາໄລເຕັກນິກວິຊາຊີບສະຫວັນນະເຂດ ພາຍໃຕ້ໂຄງການສ້າງທັກສະແຮງງານ/ວິຊາຊີບ ສປປ ລາວ ມູນຄ່າ 1,495,930 ບາດ.
  3. ການມອບເຊຣອມແກ້ພິດງູ ໃຫ້ແກ່ໂຮງໝໍເມືອງໂພນໂຮງ, ແຂວງວຽງຈັນ ມູນຄ່າ 875,000 ບາດ.
  4. ການໃຫ້ຄວາມຊ່ວຍເຫລືອທາງວິຊາການແກ່ ສປປ ລາວ ສໍາລັບວຽກອອກແບບລາຍລະອຽດໂຄງການພັດທະນາລະບົບນໍ້າປະປາ ໄລຍະທີ 2 ໃນ ສປປ ລາວ ມູນຄ່າ 30 ລ້ານບາດ.

ນອກນີ້, ຍັງມີການແລກປ່ຽນເອກະສານ ຈໍານວນ 1 ສະບັບ ຄື: ການແລກປ່ຽນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ທະນາຄານເພື່ອການສົ່ງອອກ ແລະ ນໍາເຂົ້າ ແຫ່ງປະເທດໄທ ກັບ ທະນາຄານສົ່ງເສີມກະສິກໍາ ຈໍາກັດ.