ບຸນນະມັດສະການ ພຣະທາດຫຼວງ ຕ້ອງຖອດຖອນບົດຮຽນບຸນອອກພັນສາມາປັບປຸງແກ້ໄຂ

ໂດຍ: ຜາຕຸງ

ບຸນອອກພັນສາ ຫາກໍຜ່ານພົ້ນໄປ ອີກບໍ່ພໍເທົ່າໃດກໍກະກຽມເຂົ້າສູ່ບຸນນະມັດສະການພຣະທາດຫຼວງວຽງຈັນ ທີ່ເປັນຈຸດສູນລວມໃຈຂອງຊາວພຸດທະສາສະນິກະຊົນຄົນລາວຊາວພຸດທົ່ວປະເທດ ຊຶ່ງບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນເພັງ 15 ຄ່ຳເດືອນ12ຂອງທຸກໆປີ ຕາມຮີດ 12 ຂອງປະເພນີລາວ ແລະ ບຸນນີ້ກໍມີການຄົບງັນຕາມປະເພນີທີ່ເຄີຍປະຕິບັດສືບທອດກັນມາແຕ່ດົນນານ ຈະມີການເລາະຫຼິ້ນກິດຈະກຳຫຼາຍໆຢ່າງໃຫ້ມວນຊົນໄດ້ຊົມ ຊຶ່ງປີນີ້ຈະຈັດຂຶ້ນແຕ່ວັນທີ 1-5 ພະຈິກ 2025,  ແນ່ນອນວ່າ ເມື່ອຮອດຍາມບຸນມາ ຈະມີມວນຊົນຄົນລາວຊາວພຸດ ແລະ ນັກທ່ອງທ່ຽວຈາກຕ່າງປະ ເທດ ເຂົ້າມາທ່ຽວຊົມ ມາສຳຜັດກັບຂະນົບທຳນຽມປະເພນີອັນດີງາມຂອງຊາດ ວິຖີການດຳລົງຊີວິດອັນເປັນເອກະລັກຂອງປະຊາຊົນລາວບັນດາເຜົ່າ ເປັນຈຳນວນຫຼາຍ ແລະ ຖ້າເບິ່ງຕາມຄວາເປັນຈິງແລ້ວ ອາດຈະເຮັດການຄຸ້ມຄອງໃຫ້ງານບຸນມີຄວາມເປັນລະບຽບຮຽບຮ້ອຍ ສະຫງົບ ແລະ ປອດໄພຮອບ ດ້ານນັ້ນ ອາດເປັນໄປໄດ້ຍາກຖ້າຫາກບໍ່ມີການກຽມຄວາມພ້ອມທຸກດ້ານແຕ່ຫົວທີ.

ຢູ່ໃນກອງປະຊຸມສະໄໝສາມັນຂອງລັດຖະບານປະຈຳເດືອນກັນຍາ ແລະ ທິດທາງແຜນການຈັດຕັ້ງປະຕິບັດໃນເດືອນຕຸລາ 2025ຂອງລັດຖະບານ ກໍໄດ້ຊີ້ນຳວ່າ: ບຸນນະມັດສະການພຣະທາດຫຼວງ, ໃຫ້ເອົາໃຈໃສ່ໃນການຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍ, ສະອາດ, ຈົບງາມ, ມີບັນຍາກາດຟົດຟື້ນມ່ວນຊື່ນ ບົນຈິດໃຈປະຢັດມັດທະຍັດ, ທັງຮັກສາໄດ້ວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ.

ນອກນີ້ຍັງມີຂໍ້ຫ້າມຕ່າງໆອີກ 17 ຂໍ້ ໃຫ້ຜູ້ເຂົ້າຮ່ວມ ແລະ ຜູ້ປະກອບການໄດ້ເອົາໃຈໃສ່ປະຕິບັດໃຫ້ເຄັ່ງຄັດ ໂດຍພື້ນຖານກໍຈະມີການຫ້າມ ຂາຍ ແລະ ນໍາເອົາສິ່ງເສບຕິດ, ດື່ມສິ່ງມືນເມົາ, ຫລິ້ນການພະນັນ ແລະ ອາລະວາດຕີກັນ, ອາວຸດ, ມີດ, ງ້າວ, ໜ້າ, ກະຖຸນ, ສາຍແອວຫົວໃຫຍ່ ແລະ ສະໜັບມື, ສິ່ງຂອງລອກຮຽນແບບ, ສິນຄ້າລາ ມົກອະນາຈານ ແລະ ສິນຄ້າທີ່ຜິດກົດໝາຍ ເຂົ້າມາໃນງານ ແລະ ວາງຂາຍພາຍໃນງານບຸນ ຢ່າງເດັດຂາດ, ຫ້າມໂຄສະນາ ຂາຍສິນຄ້າເກີນຄວາມເປັນຈິງ, ບໍ່ອະນຸຍາດນຸ່ງເຄື່ອງລາມົກອະນາຈານ ເຂົ້າໃນງານບຸນ, ຫ້າມເທສິນຄ້າຂາຍຊະຊາຍລົງພື້ນ, ປູຂາຍລົງພື້ນຢູ່ຕໍ່ບູດຂອງຕົນ, ວາງສິນຄ້າອອກມານອກຮ້ານ ແລະ ຊື້ຂາຍສິນຄ້າເປັນເງິນຕາຕ່າງປະເທດ ເດັດຂາດ, ຫ້າມບຸກຄົນ, ນິຕິບຸກຄົນ, ວັດ, ສຳນັກງານ, ອົງການປົກຄອງບ້ານ ວາງສິ່ງກີດຂວາງການຈັດສັນ ສະຖານທີ່ວາງສະແດງ-ຂາຍສິນຄ້າ ຂອງຄະນະກຳມະການຈັດງານບຸນ, ສໍາລັບນັກສະແດງສິລະປະ ຜູ້ທີ່ຢູ່ໃນງານແຕ່ລະຈຸດ ຕ້ອງແຕ່ງກາຍ ແລະ ນຸ່ງເຄື່ອງສຸພາບຮຽບຮ້ອຍ ໃຫ້ຖືກຕ້ອງຕາມຮີດຄອງ.   ຖ້າຜູ້ໃດລະເມີດຂໍ້ຫ້າມໃດໜຶ່ງແມ່ນຈະຖືກປັບໃໝແຕ່ 500,000 ກີບ ຫາ 10,000,000 ກີບ ແລ້ວແຕ່ກໍລະນີໜັກ-ເບົາ ຫລື ກັກຕົວສືບສວນ ຕາມສະຖານຄວາມຜິດ

ແນວໃດກໍດີ ຕາມທີ່ສັງເກດເຫັນຜ່ານມາ ໂດຍສະເພາະແມ່ນບຸນອອກພັນສາປະວໍຣະນາທີ່ຜ່ານພົ້ນໄປນັ້ນ ເຖິງຈະມີຂໍ້ຫ້າມອອກມາໃຫ້ປະຕິບັດຢ່າງເຂັ້ມງວດກໍຕາມ ແຕ່ກໍມີຜູ້ປະກອບການຈຳນວນໜຶ່ງຍັງບໍ່ເອົາໃຈໃສ່ປະຕິບັດເທົ່າທີ່ຄວນ, ດັ່ງນັ້ນ ເມື່ອມີຂໍ້ຫ້າມ ແລະ ລະບຽບການອອກມາໃຫ້ທຸກຄົນປະຕິ ບັດແລ້ວ ຄະນະກຳມະການ ຫຼື ຄະນະຮັບຜິດຊອບ ລວມທັງເຈົ້າໜ້າທີ່ປ້ອງກັນຄວາມສະຫງົບທຸກພາກ ສ່ວນຕ້ອງ ເປັນເຈົ້າການໃນການຈັດຕັ້ງປະຕິບັດ ຂໍ້ຫ້າມ ແລະ ລະບຽບການນັ້ນໃຫ້ເຂັ້ມງວດ ແລະ ມີຄວາມສັກສິດຢ່າງແທ້ຈິງ ຖ້າບໍ່ດັ່ງນັ້ນມັນຈະກາຍເປັນຂໍ້ຫ້າມ ແລະ ລະບຽບການທີ່ພິມອອກມາເປັນພຽງລາຍລັກອັກສອນເທົ່ານັ້ນ ຖ້າປີນີ້ບໍ່ເຂັ້ມງວດກວດຂັນ ມັນອາດກາຍເປັນຊ່ອງຫວ່າງໃຫ້ປີຕໍ່ໄປດຳເນີນໄປຄືເກົ່ານັ້ນລະ.