ທ່ານ ທຣໍາ ເຜີຍ ອິນເດຍຈະຢຸດຊື້ນໍ້າມັນຈາກຣັດເຊຍ ຫວັງຕັດທໍ່ນໍ້າລ້ຽງສົງຄາມອູແກຣນ

               ທ່ານ ໂດນັລ ທຣໍາ ປະທານາທິບໍດີອາເມລິກາ ກ່າວວ່າ: ທ່ານ ນາເຣນທຣາ ໂມດີ ນາຍົກລັດຖະມົນຕີອິນເດຍ ເຫັນພ້ອມວ່າ: ອິນເດຍຈະຢຸດນໍາເຂົ້ານໍ້າມັນຈາກຣັດເຊຍ ເຊິ່ງທ່ານ ທຣໍາ ເບິ່ງວ່າ: ນີ້ຈະເປັນ “ບາດກ້າວສໍາຄັນ” ໃນການຕັດລາຍຮັບດ້ານພະລັງງານຂອງຣັດເຊຍ ເຊິ່ງເປັນໜຶ່ງໃນທໍ່ນໍ້າລ້ຽງຫລັກຂອງລາຍຮັບທີ່ຈະນໍາໄປໃຊ້ໃນສົງຄາມ ຣັດເຊຍ-ອູແກຣນ ເຊິ່ງດໍາເນີນມາກວ່າ 3 ປີ 7 ເດືອນແລ້ວ.

               ທ່ານ ທຣໍາ ຍອມຮັບວ່າ: ອິນເດຍບໍ່ສາມາດຢຸດການນໍາເຂົ້ານໍ້າມັນຈາກຣັດເຊຍໄດ້ທັນທີ, ແຕ່ທ່ານເຊື່ອໝັ້ນວ່າ: ການນໍາເຂົ້າພະລັງງານນີ້ຈະຢຸດລົງໃນມໍ່ໆນີ້. ຜ່ານມາອິນເດຍ ແລະ ຈີນເປັນຜູ້ຊື້ນໍ້າມັນດິບທາງທະເລລາຍໃຫຍ່ທີ່ສຸດສອງອັນດັບທໍາອິດຂອງຣັດເຊຍ ໂດຍໃຊ້ປະໂຫຍດຈາກລາຄາສ່ວນຫລຸດທີ່ຣັດເຊຍຖືກບັງຄັບໃຫ້ຍອມຮັບ ຫລັງຈາກການຂວໍ້າບາດຂອງອາເມລິກາ ແລະ ສະຫະພາບເອີຣົບ ເນື່ອງຈາກການຮຸກຮານອູແກຣນໃນເດືອນກຸມພາ 2022.

                ຂະນະທີ່ຣັດເຊຍເປັນຜູ້ສະໜອງນໍ້າມັນອັນດັບໜຶ່ງຂອງອິນເດຍ. ໃນເດືອນກັນຍາຜ່ານມາ ຣັດເຊຍສົ່ງອອກນໍ້າມັນໄປອິນເດຍ 1.62 ລ້ານບາເຣລຕໍ່ວັນ ຫລື ປະມານ 1 ໃນ 3 ຂອງການນໍາເຂົ້ານໍ້າມັນທັງໝົດຂອງອິນເດຍ.

               ອິນເດຍອາໄສນໍ້າມັນດິບຣັດເຊຍ ເຊິ່ງຊື້ໃນລາຄາທີ່ຫລຸດລົງ ເພື່ອສະໜັບສະໜູນເສດຖະກິດຂອງຕົນເອງ ໂດຍເຈົ້າໜ້າທີ່ອິນເດຍລະບຸວ່າ: ການນໍາເຂົ້ານໍ້າມັນຈາກຣັດເຊຍມີຄວາມສໍາຄັນຕໍ່ຄວາມໝັ້ນຄົງດ້ານພະລັງງານຂອງປະເທດ.

                ທ່ານ ທຣໍາ ເນັ້ນຕັດຊ່ອງທາງລາຍຮັບຫລັກຂອງຣັດເຊຍ ເພື່ອກົດດັນໃຫ້ຣັດເຊຍເຈລະຈາຂໍ້ຕົກລົງສັນຕິພາບຢູ່ອູແກຣນ ຫລັງຈາກຄວາມພະຍາຍາມກ່ອນໜ້ານີ້ຍັງບໍ່ປະສົບຜົນສໍາເລັດເປັນຮູບປະທໍາ.

                ຜ່ານມາ, ທ່ານ ທຣໍາ ໄດ້ໃຊ້ມາດຕະການພາສີສິນຄ້າສົ່ງອອກຂອງອິນເດຍໄປອາເມລິກາເພື່ອຂັດຂວາງການຊື້ນໍ້າມັນດິບເຫລົ່ານີ້ ໂດຍທ່ານ ທຣໍາ ເກັບພາສີສິນຄ້ານໍາເຂົ້າຈາກອິນເດຍ 25% ຫລັງຈາກທັງສອງປະເທດບໍ່ສາມາດບັນລຸຂໍ້ຕົກລົງທາງການຄ້າເບື້ອງຕົ້ນໄດ້ ແລະ ເກັບພາສີເພີ່ມອີກ 25% ເນື່ອງຈາກການຊື້ນໍ້າມັນຣັດເຊຍ.

               ອິນເດຍສະແດງຄວາມບໍ່ພໍໃຈຕໍ່ມາດຕະການນີ້ ເນື່ອງຈາກປະເທດຜູ້ຊື້ນໍ້າມັນຣັດເຊຍລາຍໃຫຍ່ອື່ນໆເຊັ່ນ: ຈີນ ຫລື ຕວກກີ ຕ່າງບໍ່ໄດ້ຮັບຜົນກະທົບຈາກພາສີທີ່ຄືກັນນີ້ ເຮັດໃຫ້ຫລາຍເດືອນຜ່ານມາ ທ່ານ ໂມດີ ພະຍາຍາມຕ້ານແຮງກົດດັນຈາກອາເມລິກາ. ພ້ອມເນັ້ນວ່າ: ອິນເດຍມີທ່າທີ “ເປັນກາງ” ໃນສົງຄາມຣັດເຊຍ-ອູແກຣນ.

               ຫລັງຈາກໄດ້ຮັບຄໍາໝັ້ນຈາກຜູ້ນໍາອິນເດຍແລ້ວ, ເປົ້າໝາຍຕໍ່ໄປຂອງທ່ານ ທຣໍາ ຄືໃຫ້ຈີນຢຸດນໍາເຂົ້ານໍ້າມັນຈາກຣັດເຊຍເຊັ່ນດຽວກັນ. ເຖິງຢ່າງໃດກໍຕາມ, ເຖິງວ່າຈະມີການກົດດັນອິນເດຍຢ່າງໜັກ, ແຕ່ໃນກໍລະນີຂອງຈີນ ທ່ານ ທຣໍາ ມັກຈະຫລີກລ່ຽງການກົດດັນທີ່ຄືກັນນີ້ຕໍ່ຈີນ ເນື່ອງຈາກການພົວພັນທາງການຄ້າກັບຈີນມີຄວາມຊັບຊ້ອນ ແລະ ທ່ານ ທຣໍາ ບໍ່ຕ້ອງການເພີ່ມຄວາມສ່ຽງຈະເຮັດໃຫ້ການພົວພັນລະຫວ່າງ ອາເມລິກາ-ຈີນ ເຄັ່ງຕຶງຍິ່ງຂຶ້ນ.

               ສົງຄາມຣັດເຊຍ-ອູແກຣນ ແລະ ສົງຄາມອິດສະລາແອນ-ຮາມັດ ຖືເປັນສອງສົງຄາມໃຫຍ່ທີ່ທ່ານ ທຣໍາ ພະຍາຍາມຈະຢຸດຄວາມຂັດແຍ່ງ ແລະ ຫາທາງອອກທີ່ຍືນຍົງໃຫ້ຄູ່ຂັດແຍ່ງເຫລົ່ານີ້.

ອ້າງອີງ: