ຍີ່ປຸ່ນມອບທຶນຊ່ວຍເຫລືອ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ແຂວງບໍ່ແກ້ວ ມູນຄ່າ 88,546 ໂດລາສະຫະລັດ

ວັນທີ 15 ຕຸລາ 2025 ແຂວງບໍ່ແກ້ວ ໄດ້ຈັດພິທີລົງນາມ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເມືອງປາກທາ ພາຍໃຕ້ໂຄງການຂອບຮ່ວມມື “ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP)” ໂດຍໄດ້ຮັບທຶນຊ່ວຍເຫລືອລ້າຈາກລັດຖະບານຍີ່ປຸ່ນ ມູນຄ່າປະມານ 88,546 ໂດລາສະຫະລັດ, ມີ ພົຈວ ແປ້ນຄໍາ ບຸດຈັນແພງ, ເຈົ້າແຂວງບໍ່ແກ້ວ ແລະ ທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ຫ້ອງການສຶກສາ ແລະ ກິລາເມືອງປາກທາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການດັ່ງກ່າວ, ແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ ແລະ ສະ ໜອງອຸປະກອນເຄື່ອງໃຊ້ໃຫ້ໂຮງຮຽນມັດທະຍົມຕົ້ນບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອປະກອບສ່ວນເຂົ້າໃນການຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນຂອງໂຮງຮຽນດັ່ງກ່າວ.

ມາຮອດປະຈຸບັນ, ລັດຖະບານຍີ່ປຸ່ນໄດ້ໃຫ້ການສະໜັບສະໜູນໃຫ້ແຂວງບໍ່ແກ້ວ ລວມເປັນມູນຄ່າຫລາຍກວ່າ 870,000 ໂດລາສະຫະລັດ ໃນຂະແໜງການສຶກສາ, ສາທາລະນະສຸກ ແລະ ໂຍທາທິການ. ໂຄງການນີ້, ເປັນໂຄງການທີ 7 ໃນຂະແໜງສຶກສາ ແລະ ເປັນໂຄງການທໍາອິດຂອງເມືອງປາກທາ ແລະ ປະເທດຍີ່ປຸ່ນຈະສືບຕໍ່ໃຫ້ການຊ່ວຍເຫລືອປະເທດລາວໃນການປັບປຸງພື້ນຖານຊີວິດການເປັນຢູ່ຂັ້ນຮາກຖານຕໍ່ໄປເພື່ອຮັບປະກັນ “ບໍ່ໃຫ້ມີໃຜຖືກຖິ້ມໄວ້ທາງຫລັງ” ຜ່ານການແກ້ໄຂຄວາມແຕກໂຕນໃນພາກພື້ນ.

ທີ່ມາ: ສະຖານທູດຍີ່ປຸ່ນປະຈໍາ ສປປລາວ