WHO ເຕືອນເຝົ້າລະວັງ “ຢານ້ຳແກ້ໄອ” 3 ຍີ່ຫໍ້ຈາກອິນເດຍ ຫຼັງພົບສານພິດປົນເປື້ອນ ອາດເປັນອັນຕະລາຍເຖິງຊີວິດ

ອົງການອະນາໄມໂລກ (WHO) ໄດ້ອອກຄຳເຕືອນໃນວັນທີ 13 ຕຸລາທີ່ຜ່ານມາ ຫຼັງຈາກກວດພົບ ຢານ້ຳແກ້ໄອ 3 ຍີ່ຫໍ້ທີ່ຜະລິດໃນປະເທດອິນເດຍ ມີສານເຄມີອັນຕະລາຍປົນເປື້ອນ ເຊິ່ງອາດເປັນອັນຕະລາຍເຖິງຊີວິດ, ພ້ອມທັງແນະນຳໃຫ້ປະເທດຕ່າງໆ ເຝົ້າລະວັງ ແລະ ຫຼີກລ້ຽງການນຳໃຊ້.

WHO ລະບຸວ່າ ຢາທີ່ກວດພົບການປົນເປື້ອນປະກອບມີ:

  • Coldrif ຜະລິດໂດຍ Sresan Pharmaceutical
  • Respifresh TR ຜະລິດໂດຍ Rednex Pharmaceuticals
  • ReLife ຜະລິດໂດຍ Shape Pharma

ຜົນການກວດ ພົບວ່າ: ຢາທັງສາມຍີ່ຫໍ້ມີສານ diethylene glycol (DEG) ແລະ ethylene glycol (EG) ເຊິ່ງເປັນສານເຄມີທີ່ໃຊ້ໃນອຸດສາຫະກຳ ເຊັ່ນ: ນ້ຳຢາຫຼໍ່ເຢັນລົດຍົນ, ຫາກໄດ້ຮັບເຂົ້າສູ່ຮ່າງກາຍຈະເຮັດໃຫ້ເກີດພິດຕໍ່ລະບົບປະສາດ, ໝາກໄຂ່ຫຼັງ ແລະ ອາດເສຍຊີວິດໄດ້ ໂດຍສະເພາະໃນເດັກນ້ອຍ.

ທາງການອິນເດຍໄດ້ປະກາດໃຫ້ຢາທັງສາມຊະນິດນີ້ເປັນ “ສານພິດ” ພ້ອມສັ່ງ ລະງັບການຜະລິດ ແລະ ເກັບຄືນຈາກທ້ອງຕະຫຼາດໂດຍທັນທີ, ລວມທັງເລີ່ມສືບສວນໂຮງງານຜູ້ຜະລິດ.

ອົງການອະນາໄມໂລກເນັ້ນຢ້ຳວ່າ: ເຖິງແມ່ນວ່າໃນຂະນະນີ້ຍັງບໍ່ມີລາຍງານການສົ່ງອອກຢາດັ່ງກ່າວໄປຕ່າງປະເທດ, ແຕ່ຂໍໃຫ້ໜ່ວຍງານສາທາລະນະສຸກທົ່ວໂລກ ເຝົ້າລະວັງການຈຳໜ່າຍຢານ້ຳແກ້ໄອທີ່ບໍ່ໄດ້ຮັບການຂຶ້ນທະບຽນ ໂດຍສະເພາະໃນພາກພື້ນເອເຊຍ, ອາຟຣິກກາ ແລະ ຕາເວັນອອກກາງ.

WHO ເຄີຍເຕືອນກ່ຽວກັບກໍລະນີລັກສະນະດຽວກັນນີ້ຫຼາຍຄັ້ງ ໃນໄລຍະສອງປີທີ່ຜ່ານມາ ຫຼັງຈາກພົບຢານ້ຳແກ້ໄອທີ່ຜະລິດໃນອິນເດຍປົນເປື້ອນສານ DEG ເຮັດໃຫ້ມີຜູ້ເສຍຊີວິດໃນຫຼາຍປະເທດ ເຊັ່ນ: ແກມເບຍ ແລະ ອຸສເບກິສຖານ.

ທີ່ມາ: Reuters, 13 Oct 2025