ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ ພົບປະແລກປ່ຽນ ດ້ານທຸລະກິດ ລະຫວ່າງ ລາວ-ຈີນ ຫົວຂໍ້: “ເປີດປະຕູສູ່ໂລກພາຍນອກ ຄືໂອກາດແຫ່ງໄຊຊະນະ”
ວັນທີ 13 ຕຸລາ 2025 ຜ່ານມາ ສະພາການຄ້າ ແລະ ອຸດສະຫະກໍາແຫ່ງຊາດລາວ (ສຄອຊ) ຈັດກອງປະຊຸມພົບປະແລກປ່ຽນທາງດ້ານທຸລະກິດ ລະຫວ່າງ ລາວ-ຈີນ ພາຍໃຕ້ຫົວຂໍ້: ເປີດປະຕູສູ່ໂລກພາຍນອກ ຄືໂອກາດແຫ່ງໄຊຊະນະ
ໂດຍການເຂົ້າຮ່ວມຂອງ ທ່ານ ທະນູສອນ ພົນອຳມາດ, ຮອງປະທານ ສຄອຊ, ທ່ານນາງ ມະນີຈັນ ສອນຄຳໄຊ ທີ່ປຶກສາດ້ານເສດຖະກິດການຄ້າ ສະຖານທູດລາວ ປະຈໍາ ນະຄອນຫຼວງ ປັກກິງ ສປ ຈີນ ແລະ ທ່ານ Cyril Chan, ປະທານ ບໍລິສັດ ເສັ້ນທາງສາຍໄໝລ້ານຊ້າງນ້ໍາຂອງ ຈໍາກັດ, ພ້ອມດ້ວຍຕາງຫນ້າຈາກບັນດາກົມກ່ຽວຂ້ອງ ຈາກກະຊວງອຸດສະຫະກໍາ ແລະ ການຄ້າ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ກະຊວງອຸດສະຫະກໍາ ແລະ ການຄ້າ ຫ້ອງການຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ (ຄະນະຝ່າຍລາວ ) ພ້ອມດ້ວຍ (ຄະນະຝ່າຍຈີນ) ບໍ
ທ່ານ ທະນູສອນ ພົນອຳມາດ ຮອງປະທານ ສຄອຊ ມີຄຳເຫັນວ່າ: ກອງປະຊຸມ ເຮັດໃຫ້ໄດ້ ຮັບຮູ້ຂໍ້ມູນຂ່າວສານ ແລະ ນະໂຍບາຍທີີ່ເປັນປະໂຫຍດທາງດ້ານ ການຄ້າ-ການລົງທຶນ ໃນຂົງເຂດພະລັງງານ, ບໍ່ແຮ່, ການຄ້າດີຈີຕອນ ແລະ ອື່ນໆ ແລະ ການພົບປະໃນຄັ້ງນີ້ ຈະສາມາດສ້າງເປັນໂຄງການຮ່ວມກັນໄດ້ ຢ່າງແທ້ຈິງ ໂດຍຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ ຊຶ່ງສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແມ່ນໃຫ້ຄວາມສໍາຄັນຫຼາຍໃນການຮ່ວມມືກັບ ຕ່າງປະເທດ, ໂດຍສະເພາະກັບ ສປ ຈີນ ທີ່ເປັນຄູ່ຮ່ວມສະຕາກຳ ແລະ ຄູ່ຮ່ວມຍຸດທະສາດຮອບດ້ານ ຂອງ ສປປ ລາວ. ສາມາຊິກຂອງ ສຄອຊ ມີຫຼາຍໂຄງການທີ່ຕ້ອງການຮ່ວມມືກັບນັກທຸລະກິດຈາກ ສປ ຈີນ ບໍ່ວ່າຈະແມ່ນ ໂຄງການກໍ່ສ້າງພື້ນຖານໂຄງລາງ, ກະສິກຳ, ການຄ້າ, ການລົງທຶນໃນນິຄົມອຸດສາຫະກຳ , ທ່ອງທ່ຽວວັດທະນາທຳ, ໂລຈິສຕິກ, ບໍ່ແຮ່ ແລະ ອື່ນໆ.
ປັດຈຸບັນ ສຄອຊ ຮ່ວມກັບ ສະພາການຄ້າຈີນ ປະຈໍາ ສປປ ລາວ ໄດ້ສ້າງຕັ້ງ ຄະນະກຳມະທິການ ສົ່ງເສີມການຮ່ວມມືທຸລະກິດ ລາວ- ຈີນ ປະຈໍາ ສຄອຊ, ໂດຍມີຄະນະ ສຄອຊ ແລະ ສະພາການຄ້າຈີນ ປະຈຳ ສປປ ລາວ ຮ່ວມກັນບໍລິຫານງານ ແລະ ມີຕົວແທນທຸລະກິດ ລາວ ແລະ ຈີນ ທີ່ ດໍາເນີນທຸລະກິດ ຢູ່ ສປປ ລາວ ເຂົ້າຮ່ວມໃນຄະນະ, ພ້ອມດຽວ ກັນນັ້ນກໍ່ໄດ້ ສ້າງຕັ້ງຕົວແທນ ສຄອຊ ຢູ່ ແຂວງ ຢຸນໜານ, ຊົງຊຶ່ງ, ຫູໜານ, ກວາງໂຈວ ແລະ ມີແຜນຈະສ້າງຕັ້ງຕື່ມ ຢູ່ ນະຄອນຫຼວງ ປັກກິ່ງ, ຊຽງໄຮ້, ຊື້ຊວນ, ກວາງຊີ ແລະ ແຂວງອື່ນໆ ເພື່ອສົ່ງເສີມສິນຄ້າລາວ ເຂົ້າສູ່ຕະະຫຼາດຈີນໃຫ້ນັບມື້ນັບ ຫຼາຍຂຶ້ນ ແລະ ດຶງດູດນັກ ລົງທຶນ ຈີນທີ່ມີຄຸນນະພາບເຂົ້າມາດໍາເນີນທຸລະກິດໃນ ສປປ ລາວ, ສ້າງສາພັດທະນາເສດຖະກິດ-ສັງຄົມ ໃຫ້ນັບມື້ນັບຂະຫຍາຍຕົວ. ສປ ຈີນ ແມ່ນ ຄູ່ຄ້າ ອັນດັບ 2 ຂອງ ສປປ ລາວ ແລະເປັນອັນດັບໜຶ່ງໃນການລົງທຶນຕ່າງປະເທດໃນ ສປປ ລາວ.
