ຍທຂ ນະຄອນຫລວງ ຈະໃຊ້ງົບ 20 ຕື້ກວ່າກີບ ແກ້ໄຂເສັ້ນທາງທີ່ເປ່ເພ ພາຍໃນນະຄອນຫລວງວຽງຈັນ

ວັນທີ 14 ຕຸລາ 2025, ທ່ານ ທະວີໄຊ ໄຊປະເສີດ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ນະຄອນຫລວງວຽງຈັນ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ກ່ຽວກັບການຈັດຕັ້ງປະຕິບັດວຽກບູລະນະຮັກສາ ແລະ ສ້ອມແປງທາງຫລວງແຫ່ງຊາດ ປີ 2025 ໃນເຂດນະຄອນຫລວງວຽງຈັນ ວ່າ: ໃນປີ 2025 ນະຄອນຫລວງວຽງຈັນ ຈະດໍາເນີນການບູລະນະຮັກສາ ແລະ ສ້ອມແປງເສັ້ນທາງໃນເຂດນະຄອນຫລວງ ທັງໝົດ 36 ໂຄງການ ມູນຄ່າກວ່າ 140 ຕື້ກີບ ແລະ ອີກ 116 ໂຄງການ ໃນ 9 ຕົວເມືອງອ້ອມນະຄອນຫລວງວຽງຈັນ ມູນຄ່າກວ່າ 139 ຕື້ກີບ,

ປະຈຸບັນ ພະແນກ ຍທຂ ນະຄອນຫລວງວຽງຈັນ ໄດ້ດໍາເນີນການຕາມແຜນງົບປະມານກອງທຶນທາງ ທີ່ ກະຊວງ ຍທຂ ໄດ້ມອບໃຫ້ ມູນຄ່າ 20,910,000,000 ກີບ ໂດຍແບ່ງອອກເປັນ 4 ສັນຍາຫລັກ ຄື:

  1. ເສັ້ນທາງເລກ 10 ແຕ່ ຂົວທ່າງ່ອນ ເມືອງໄຊທານີ ຫາ ຊາຍແດນ ແຂວງວຽງຈັນ ມູນຄ່າ 2,151,767,854 ກີບ.
  2. ເສັ້ນທາງເລກ 10 ແຕ່ ວົງວຽນ ດອນໜູນ ຫາ ຂົວທ່າງ່ອນ ແລະ ເສັ້ນທາງ 450 ປີ ແຕ່ ໄຟແດງດົງໂດກ ຫາ ທ່ານາແລ້ງ ມູນຄ່າ 1,656,399,664 ກີບ.
  3. ເສັ້ນທາງເລກ 11 ເໜືອ ແຕ່ ໄຟແດງສີໄຄ ຫາ ຂົວປາກຈັນ ຊາຍແດນ ແຂວງວຽງຈັນ ມູນຄ່າ 8,328,076,052 ກີບ.
  4. ເສັ້ນທາງເລກ 13 ໃຕ້ ແຕ່ ວົງວຽນດອນໜູນ ຫາ ສາມແຍກໄຟແດງ ຫລັກ 21 ມູນຄ່າ 8,766,553,683 ກີບ.

ທ່ານ ທະວີໄຊ ໄຊປະເສີດ ກ່າວຕໍ່ວ່າ: ໃນຂະນະນີ້, ສະພາບເສັ້ນທາງຫລາຍສາຍໄດ້ຮັບຄວາມເສຍຫາຍໜັກ ເນື່ອງຈາກຝົນຕົກໜັກຕິດຕໍ່ກັນເປັນເວລາດົນ, ເຮັດໃຫ້ການສັນຈອນຂອງປະຊາຊົນບາງພື້ນທີ່ພົບຄວາມຫຍຸ້ງຍາກ, ມີຫາງສຽງສັງຄົມຈົ່ມວ່າ ແລະ ງົບປະມານທີ່ຮັບອະນຸມັດໃນ ເບື້ອງຕົ້ນກໍ່ບໍ່ພຽງພໍ ເປັນຕົ້ນ:

  • ເສັ້ນທາງເລກ 10 ແຕ່ ຂົວທ່າງ່ອນ ເມືອງໄຊທານີ ຫາຊາຍແດນ ແຂວງວຽງຈັນ ຈຸດຂຸດຮື້ໜ້າທາງທັງໝົດ 330 ຈຸດ, ຜ່າການລົງສໍາຫຼວດເກັບກຳຂໍ້ມູນຕົວຈິງຄືນໃໝ່ ເຫັນວ່າ ຈຸດຂຸດຮື້ໜ້າທາງ ເພີ່ມຂຶ້ນຈໍານວນ 15 ຈຸດ ຕົກເປັນມູນຄ່າເພີ່ມຂຶ້ນ 1,097,832,353 ກີບ
  • ເສັ້ນທາງ ເລກ 11 ເໜືອ ແຕ່ໄຟແດງສີໄຄ ຫາ ຂົວປາກຈັນ ຊາຍແດນແຂວງວຽງຈັນ ຈຸດຂຸດຮື້ໜ້າທາງທັງໝົດ 55 ຈຸດ, ຜ່ານການລົງສໍາຫລວດ ເກັບກຳຂໍ້ມູນຕົວຈິງຄືນໃໝ່ ເຫັນວ່າ ຈຸດຂຸດຮື້ໜ້າທາງ ເພີ່ມຂຶ້ນຈໍານວນ 25 ຈຸດ ຕົກເປັນມູນຄ່າເພີ່ມຂຶ້ນ 3,893,265,920 ກີບ, ສະນັ້ນ, ພະແນກ ຍທຂ ນະຄອນຫລວງວຽງຈັນ ຈຶ່ງໄດ້ຍື່ນລາຍງານຕໍ່ອົງການປົກຄອງນະຄອນຫລວງ ແລະ ກະຊວງ ຍທຂ ສະເໜີຂໍງົບປະມານຕື່ມ ຈໍານວນ 4,991,098,273 ກີບ ເພື່ອມາສ້ອມແປງເສັ້ນທາງດັ່ງກ່າວໃຫ້ສອດຄ່ອງກັບຄວາມເປັນຈິງ.

ທ່ານຮອງຫົວໜ້າພະແນກ ຍທຂ ນະຄອນຫລວງວຽງຈັນ ໄດ້ຝາກເຖິງປະຊາຊົນ ໃຫ້ມີສະຕິໃນການນໍາໃຊ້ເສັ້ນທາງ ເພາະວ່າເປັນ ລະດູຝົນ ເສັ້ນທາງຫລາຍເສັ້ນໄດ້ຄວາມເປ່ເພ ອາດພາໃຫ້ສ່ຽງຕໍ່ການເກີດອຸປະຕິເຫດ ແລະ ຮຽກຮ້ອງປະຊາຊົນ ຈົ່ງໃຫ້ຄວາມຮ່ວມມື ເປັນຕົ້ນບໍ່ໃຫ້ເປັ່ງນໍ້າໃສ່ທາງ ໃນໄລຍະທີ່ກຳລັງປັບປຸງກໍ່ສ້າງ ໂດຍສະເພາະແມ່ນ ເສັ້ນທາງເລກ 11 ເໜືອ ແຕ່ ໄຟແດງສີໄຄ ຫາ ຂົວປາກຈັນ ຊາຍແດນ ແຂວງວຽງຈັນ ເພາະຈະເຮັດເສັ້ນທາງເປ່ເພກວ່າເກົ່າ, ການກໍ່ສ້າງພົບຄວາມຫຍຸ້ງຍາກຫລາຍຂຶ້ນ. ຂໍໃຫ້ພໍ່ແມ່ປະຊາຊົນ ຈົ່ງໃຫ້ການຮ່ວມມື ແລະ ອົດທົນນໍາກັນ ຊຶ່ງຄາດວ່າຈະສໍາເລັດໃນໄວໆນີ້.

ທີ່ມາ: ຂ່າວເສດຖະກິດ-ສັງຄົມ