ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກ່າວເນື່ອງໃນໂອກາດສະເຫຼີມສະ ຫຼອງ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ

ວັນທີ 13 ມີນາ 2025 ແມ່ນ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດ, ຊຶ່ງໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍ ການໄປສະນີ ແລະ ກົດໝາຍວ່າດ້ວຍການໂທລະຄົມມະນາຄົມ ຂອງ ສປປ ລາວ ແລະ ໃນປີ 2025 ນີ້ ພໍດີຄົບຮອບ 60 ປີ. ດັ່ງນັ້ນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານຈຶ່ງໄດ້ສ້າງຂະບວນການສະເຫຼີມສະຫຼອງ ພາຍໃຕ້ຄໍາຂວັນ “ພັດທະນາໂຄງລ່າງພື້ນຖານດິຈິຕອນຂອງສປປ ລາວ ໃຫ້ເຂັ້ມແຂງ ແລະ ຍືນຍົງ”ຢ່າງເປັນຂະ ບວນຟົດຟື້ນໃນຂອບເຂດທົ່ວປະເທດ.

ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກ່າວເນື່ອງໃນໂອກາດສະເຫຼີມສະ ຫຼອງ ວັນໄປສະນີ ແລະ ວັນໂທລະຄົມມະນາຄົມແຫ່ງຊາດ ວັນທີ 13 ມີນາ ຄົບຮອບ 60 ປີວ່າ: ປັດຈຸບັນນີ້, ວຽກງານ ໄປສະນີ ແລະ ໂທລະຄົມມະນາຄົມ ໄດ້ມີການປ່ຽນແປງຢ່າງວ່ອງໄວຍ້ອນການຂະຫຍາຍຕົວຂອງເຕັກໂນໂລຊີ ແລະ ນະວັດຕະກຳ, ເປັນຕົ້ນໄດ້ມີການຄ້າເອເລັກໂຕຼນິກ, ລະບົບໂລຈິດສຕິກທີ່ທັນສະໄໝ, ເຄື່ອງບິນບໍ່ມີຄົນຂັບ (Drone), ລະບົບເຕັກໂນໂລຊີການສື່ສານ 5G, ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain), ປັນຍາປະດິດ (A.I.), ອິນເຕີເນັດແຫ່ງສັບພະສິ່ງ (IoT), ຖານຂໍ້ມູນມະຫາສານ (Big Data), ລະບົບ Cloud Computing, ຫຸ່ນຍົນ ແລະ ລົດອັດຕະ ໂນມັດ (Auto Mobile and Robotics), ການພິມສາມມິຕິ (3D Printing) ແລະລະບົບເຕັກໂນໂລຊີດິຈິຕອນ ອື່ນໆອີກດ້ວຍ.

ຕະຫຼອດໄລຍະຜ່ານມາ ວຽກງານໄປສະນີ ແລະ ໂທລະຄົມມະນາຄົມ ຂອງ ສປປ ລາວສາມາດສ້າງຜົນງານອັນໃຫຍ່ຫຼວງຫຼາຍດ້ານ ເປັນຕົ້ນແມ່ນວຽກງານໄປສະນີໄດ້ຫັນມານຳໃຊ້ເຕັກໂນໂລຊີດິຈິຕອນເພື່ອເພີ່ມຄວາມສະດວກໃນການໃຫ້ບໍລິການ ແລະ ຮອງຮັບທຸລະກິດອອນລາຍ, ເພີ່ມປະສິດທິພາບ ແລະ ຫຼຸດເວລາການຂົນສົ່ງ ທີ່ເປັນມິດຕໍ່ສິ່ງແວດ ລ້ອມ. ພົ້ນເດັ່ນໄດ້ສ້າງລະບົບລວມສູນການກວດກາ ແລະຕິດຕາມເຄື່ອງຝາກໄປສະນີພາຍໃນປະເທດ ຊຶ່ງອຳນວຍຄວາມສະດວກໃຫ້ແກ່ການຕິດຕາມ ກວດກາແລະ ເກັບກຳຂໍ້ມູນສະຖິຕິ, ຜູ້ປະກອບການໄປສະນີ ແລະຜູ້ຊົມໃຊ້ສາມາດຕິດຕາມເຄື່ອງຝາກຂອງຕົນໄດ້ຕະຫຼອດເວລາ. ໃນປີ 2025 ມີຈຳນວນຜູ້ປະກອບການຂະແໜງໄປສະນີ ທັງໝົດ 63 ບໍລິສັດ, ໃນນັ້ນບໍລິສັດບໍລິການພາຍໃນແຂວງ ມີ52 ບໍລິສັດ, ບໍລິສັດບໍລິການສະເພາະລະຫວ່າງປະເທດ ມີ4 ບໍລິສັດ ແລະ ບໍລິສັດບໍລິການທັງພາຍໃນ ແລະ ລະຫວ່າງປະເທດ ມີ 7 ບໍລິສັດ, ມີປ່ອງບໍລິການທັງໝົດ 1.161 ແຫ່ງ ຊຶ່ງກວມເອົາທຸກແຂວງ, ທຸກເມືອງ ແລະ ເກືອບທຸກບ້ານ ໃນຂອບເຂດທົ່ວປະເທດ, ສາມາດສ້າງລາຍຮັບໄດ້ 198 ຕື້ກວ່າກີບ, ແລະມອບພັນທະອາກອນເຂົ້າງົບປະມານແຫ່ງຊາດ ຈຳນວນ 14 ຕື້ກວ່າກີບ.

ໃນວຽກງານໂທລະຄົມມະນາຄົມກໍເຫັນວ່າປັດຈຸບັນນີ້ຢູ່ປະເທດເຮົາມີຜູ້ໃຫ້ບໍລິການໂທລະຄົມມະນາຄົມ ຈຳນວນ 6 ບໍລິສັດ, ບໍລິສັດສະໜອງສິ່ງອໍານວຍຄວາມສະດວກທາງດ້ານໂທລະຄົມມະນາຄົມ ຈຳນວນ 3 ບໍລິສັດ ແລະຜູ້ໃຫ້ບໍລິ ການອິນເຕີເນັດປະເພດ I ຈໍານວນ 10 ບໍລິສັດ, ປະເພດ II ຈໍານວນ 3 ບໍລິສັດ,ແລະ ປະເພດ III ຈໍານວນ 7 ບໍລິສັດ.ຈຸດເຊື່ອມຕໍ່ສາຍສົ່ງໂທລະຄົມມະນາຄົມເຂົ້າ-ອອກ ສປປ ລາວ ມີທັງໝົດ22 ຈຸດ ໃນ14 ແຂວງ. ບັນດາຫົວໜ່ວຍທຸລະກິດເຫຼົ່ານັ້ນ ສາມາດສ້າງລາຍຮັບໄດ້ ໃນປີ 2025 ຈໍານວນ 5.818 ຕື້ກວ່າກີບ, ໄດ້ມອບພັນທະໃຫ້ລັດ 482 ຕື້ກວ່າກີບ ແລະ ຂະຫຍາຍສາຍກາບໄຍແສງໄດ້ທັງໝົດ 97.153 ກິໂລແມັດ, ຂະຫຍາຍສັນຍານໂທລະສັບມືຖືໄດ້ທົ່ວທຸກແຂວງ, ທຸກເມືອງ, ສັນຍານໂທລະສັບມືຖື ລະບົບ 3G ຄວບຄຸມໄດ້ 85%, 4G ຄວບຄຸມໄດ້ 76% ຂອງຈໍານວນບ້ານທັງໝົດ ແລະ ໄດ້ໃຫ້ບໍລິການສັນຍານ 5G ເລີ່ມແຕ່ຕົ້ນປີ2024 ເປັນຕົ້ນມາຊຶ່ງຄາດວ່າໃນປີ 2026 ຈະຄວບຄຸມໄດ້ 17% ຂອງຕົວເມືອງໃຫຍ່ຢູ່ພາຍໃນແຂວງ. ປັດຈຸບັນນີ້ການນໍາໃຊ້ໂທລະສັບຕັ້ງໂຕະ ແລະ ມືຖືມີທັງໝົດ 7,3 ລ້ານເລກໝາຍ, ໃນປີ 2024 ຜ່ານມາໄດ້ສ້າງຕັ້ງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດິຈິຕອນເພື່ອລະດົມ ແລະ ສະສົມທຶນໃຫ້ແກ່ການພັດທະນາໂທລະຄົມມະນາຄົມ ແລະການຫັນເປັນດິຈິຕອນໄປສູ່ເຂດຫ່າງໄກສອກຫຼີກ ແລະຮັບປະກັນຄວາມປອດໄພໃຫ້ແກ່ຜູ້ຊົມໃຊ້.

ການສະເຫຼີມສະຫຼອງວັນໄປສະນີ ແລະ ວັນໂທລະຄົມມະນາຄົມ ແຫ່ງຊາດເປັນການປູກຈິດສຳນຶກ ແລະ ຄວາມຮັບຮູ້ໃຫ້ແກ່ທຸກຄົນໃນສັງຄົມເປັນຕົ້ນແມ່ນໄດ້ໃຫ້ຜູ້ສ້າງລະບຽບການ ແລະ ຄຸ້ມຄອງໄປສະນີ, ໂທລະຄົມມະນາຄົມ, ຜູ້ປະ ກອບການ, ຜູ້ຄ້າຂາຍອອນລາຍ ແລະ ຜູ້ຊົມໃຊ້ທັງຫຼາຍເຂົ້າໃຈຢ່າງເລິກເຊິ່ງເຖິງບົດບາດ ແລະ ຄວາມສຳຄັນຂອງວຽກງານໄປສະນີ ແລະວຽກງານໂທລະຄົມມະນາຄົມ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາ. ພ້ອມກັນນັ້ນ,ກໍເພື່ອຊຸກຍູ້ສົ່ງເສີມການຄ້າເອເລັກໂຕຣນິກ, ທຸລະກິດ Start-Up, ຜູ້ປະກອບການທຸລະກິດຂະໜາດນ້ອຍ ແລະ ຂະໜາດກາງ(SME), ການສຶກສາທາງໄກ, ການແພດທາງໄກ, ການຜະລິດອຸດສາຫະກຳໃນຍຸກດິຈິຕອນ ແລະການຖ່າຍທອດເຕັກໂນໂລຊີດິຈິຕອນທີ່ກ້າວໜ້າຂອງໂລກເຂົ້າມາປະເທດເຮົາເພື່ອປະກອບສ່ວນຈັດຕັ້ງຜັນຂະຫຍາຍ ແນວທາງນະໂຍ ບາຍຂອງພັກ-ລັດ ແລະແຜນພັດທະນາການຫັນເປັນດິຈິຕອນບົນ 03 ເສົາຄໍ້າຄື: ສ້າງການບໍລິຫານ ແລະການບໍລິການຂອງລັດແບບດິຈິຕອນ, ສ້າງເສດຖະກິດດິຈິຕອນ ແລະສ້າງສັງຄົມດິຈິຕອນໃຫ້ປາກົດຜົນເປັນຈິງໃນປະເທດເຮົາ.

ໃນໂອກາດນີ້, ທ່ານ ບໍ່ວຽງຄໍາ ວົງດາລາ ຮຽກຮ້ອງມາຍັງບັນດາທ່ານຈົ່ງໄດ້ນຳໃຊ້ການບໍລິການໄປສະນີ ແລະໂທລະຄົມມະນາຄົມ ເປັນຕົ້ນແມ່ນນຳໃຊ້ອິນເຕີເນັດ ແລະ ສື່ສັງຄົມອອນລາຍໃຫ້ມີຜົນປະໂຫຍດສູງສຸດຢູ່ໃນທຸກຂົງເຂດວຽກງານ ທັງພາກລັດ ແລະ ພາກເອກະຊົນ, ມີສະຕິລະວັງຕົວສູງ, ບໍ່ຫຼົງເຊື່ອໃນການໂຄສະນາປັ່ນປ່ວນຕົວະຍົວະ ຫຼອກລວງຂອງພວກກຸ່ມຄົນບໍ່ດີ, ເອົາໃຈໃສ່ຍົກສູງສະມັດຕະພາບການບໍລິການແລະ ຄຸນນະພາບຂອງຜະລິດຕະພັນ, ຫັນເປັນທັນສະໄໝດ້ວຍການນຳໃຊ້ເຕັກໂນໂລຊີດິຈິຕອນເພື່ອຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີຄັ້ງທີ IX, ແລະ ແຜນພັດທະນາເສດຖະກິດດິຈິຕອນແຫ່ງຊາດ 5 ປີ (2021-2025) ໃຫ້ປະສົບຜົນສຳເລັດຢ່າງສະຫງ່າງາມ ເພື່ອສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງຢ່າງໜັກແໜ້ນ.