ສະຫາຍ ທອງລີ ສີສຸລິດ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ ສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ

ວັນທີ 15 ຕຸລາ 2025 ທີ່ໂຮງແຮມສຸພັດຕຣາ ນະຄອນຫລວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ສະມາຊິກພັກ ອົງຄະນະພັກສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ (ສຊປລ) ຄັ້ງທີ VI ໂດຍການເປັນປະທານຂອງສະຫາຍ ມອນໄຊ ລາວມົວຊົ່ງ ກໍາມະການສໍາຮອງສູນກາງພັກ ເລຂາຄະນະບໍລິຫານງານພັກ ສຊປລ, ເຂົ້າຮ່ວມໂດຍ ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ປະທານສູນກາງແນວລາວສ້າງຊາດ, ມີ​ຄະ​ນະ​ພັກ, ​ອະດີດການນໍາອາວຸໂສ-ບໍານານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ທອງລີ ສີສຸລິດ ໄດ້ຜ່ານບົດລາຍງານການເມືອງຂອງອົງຄະນະພັກ ສຊປລ ຄັ້ງທີ V (2021-2025) ຊຶ່ງບັນດາສະຫາຍທີ່ເຂົ້າຮ່ວມໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງ, ແຜນພັດທະນາຊາວໜຸ່ມ, ເຍົາວະຊົນ 5 ປີ ຄັ້ງທີ III (2026-2030); ບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກ ສຊປລ ຄັ້ງທີ V.

ກອງ​ປະ​ຊຸມ ​ໄດ້​​ປ່ອນ​ບັດ​ຄັດ​ເລືອກ​ເອົາ​ຄະ​ນະ​ບໍ​ລິ​ຫານ​ງານ​ພັກ ​ສຊປລ ຊຸດ​ໃໝ່ ໂດຍມີຜູ້ສະໝັກ 12 ສະຫາຍ ຍິງ 5 ສະຫາຍ, ເລືອກເອົາ 9 ສະຫາຍ ຍິງ 5 ສະຫາຍ, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກກະສັນເລືອກເອົາສະຫາຍ ທອງລີ ສີສຸລິດ ເປັນເລຂາຄະນະບໍລິຫານງານພັກ ສຊປລ, ສະຫາຍ ສຸລິຍາ ແກ້ວພິລາວົງ ເປັນຮອງເລຂາຄະນະບໍລິຫານງານພັກ ທັງເປັນປະທານຄະນະກວດກາພັກ; ສະຫາຍ ມານຸ ເມືອງວົງ ເປັນຮອງປະທານກວດກາພັກ ແລະ ສະຫາຍ ນາງ ບຸນເພັງ ນາດາ ເປັນຄະນະກວດກາພັກ ແລະ ເລືອກເອົາຜູ້ແທນສົມບູນ 5 ສະຫາຍ, ສໍາຮອງ 1 ສະຫາຍໄປຮ່ວມກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ.

ທີ່ມາ: ໜັງສືພິມປະຊາຊົນ