ໂອເປັກເນັ້ນວ່າ ໂລກຍັງຕ້ອງອາໄສນໍ້າມັນ ຄາດຄອງຕະຫລາດພະລັງງານໂລກອີກຍາວຮອດປີ 2050

             ທ່ານ ໄຮແຣມ ອັລ ໄກສ໌ ເລຂາທິການກຸ່ມປະເທດຜູ້ສົ່ງອອກນໍ້າມັນ (ໂອເປັກ) ລະບຸວ່າ: ໂລກຍັງຕ້ອງອາໄສການລົງທຶນເພີ່ມໃນຂະແໜງນໍ້າມັນ ແລະ ແກັສ ເນື່ອງຈາກນໍ້າມັນຍັງມີບົດບາດສໍາຄັນໃນລະບົບພະລັງງານໂລກ ໂດຍຄາດວ່າຈະກວມອັດຕາປະມານ 30% ຂອງພະລັງງານທົ່ວໂລກໄປຮອດປີ 2050.

              ທ່ານ ອັລ ໄກສ໌ ກ່າວໃນກອງປະຊຸມອາທິດພະລັງງານຣັດເຊຍ (Russian Energy Week) ຢູ່ນະຄອນຫລວງມົດສະກູວ່າ: ການຂະຫຍາຍຕົວຂອງເສດຖະກິດ, ການເພີ່ມຂຶ້ນຂອງປະຊາກອນ ແລະ ຂະບວນການຂະຫຍາຍເມືອງທົ່ວໂລກ ລ້ວນສະທ້ອນວ່າ: ຄວາມຕ້ອງການພະລັງງານຈະຫລາຍກວ່ານໍາໃຊ້ຢູ່ໃນປັດຈຸບັນ, ພ້ອມປະເມີນວ່າ: ຄວາມຕ້ອງການພະລັງງານຂັ້ນຕົ້ນທົ່ວໂລກຈະເພີ່ມຂຶ້ນເຖິງ 23% ໃນປີ 2050.

              ທ່ານກ່າວອີກວ່າ: ເຖິງວ່າສະຖານະການໂລກຈະເຕັມໄປດ້ວຍຄວາມປັ່ນປ່ວນ, ແຕ່ໂອເປັກຍັງຍຶດໝັ້ນໃນແນວທາງການວິເຄາະຂໍ້ມູນຢ່າງຮອບດ້ານ ແລະ ມີຄວາມເປັນມືອາຊີບ ເພື່ອຕີລາຄາທ່າອ່ຽງຕະຫລາດຢ່າງແນ່ນອນ.

              ທັງນີ້, ການຄາດຄະເນຂອງໂອເປັກຢູ່ໃນລະດັບສູງກວ່າຫລາຍໜ່ວຍງານເຊັ່ນ: ສໍານັກງານພະລັງງານສາກົນ (IEA) ເຊິ່ງປະເມີນວ່າ: ຄວາມຕ້ອງການນໍ້າມັນທົ່ວໂລກຈະເຖິງຈຸດສູງສຸດໃນປີ 2029 ແລະ ອາດເກີດສະພາບນໍ້າມັນລົ້ນຕະຫລາດສູງເຖິງ 4 ລ້ານບາເຣນຕໍ່ວັນພາຍໃນປີ 2026.

              ຂະນະດຽວກັນ, ກຸ່ມໂອເປັກພລັສ (OPEC+) ເຊິ່ງລວມທັງຣັດເຊຍ ແລະ ປະເທດພັນທະມິດ ໄດ້ເພີ່ມປະລິມານນໍ້າມັນໃນຕະຫລາດ ຫລັງສະມາຊິກບາງປະເທດຕັດສິນໃຈຫລຸດຂໍ້ຈໍາກັດການຜະລິດໄວກວ່າກໍານົດ, ການເພີ່ມອຸປະທານດັ່ງກ່າວສ້າງຄວາມກັງວົນວ່າອາດນໍາໄປສູ່ສະພາບນໍ້າມັນລົ້ນຕະຫລາດ ແລະ ສົ່ງຜົນກົດດັນຕໍ່ລາຄານໍ້າມັນໃນປີນີ້.