ສຶກສາອົບຮົມ ເຈົ້າຂອງຮ້ານກິນດື່ມ 5 ຮ້ານ ແລະ ສາວບໍລິການ ແອບແຝງຄ້າປະເວນີ 29 ຄົນ

ວັນທີ 23 ກັນຍາ 2025 ເຈົ້າໜ້າທີ່ພະແນກຕໍາຫຼວດ ຕ້ານການຄ້າມະນຸດ ຫ້ອງຕໍາຫຼວດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ສົມທົບກັບຄະນະລົງຊຸກຍູ້ ວິຊາສະເພາະ ຂອງກົມຕໍາຫຼວດສະກັດກັ້ນ ແລະ ຕ້ານການຄ້າມະນຸດ ກົມໃຫຍ່ຕໍາຫຼວດ ໄດ້ລົງເຄື່ອນໄຫວກວດກາ ບັນດາຮ້ານອາຫານ, ຮ້ານກິນດື່ມ, ຮ້ານນວດແຜນບູຮານ ທີ່ມີການແອບແຝງຄ້າປະເວນີ ຂອງບຸກຄົນອື່ນ ແລະ ການຂາຍປະເວນີ ເຊິ່ງຕັ້ງຢູ່ ບ້ານ ໂຄກສະອາດ ເມືອງໄຊທານີ ແລະ ບ້ານ ໂຊກນ້ອຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ; ເຈົ້າໜ້າທີ່ ຈຶ່ງໄດ້ນຳຕົວເຈົ້າຂອງຮ້ານ 5 ຄົນ ແລະ ຍິງສາວຂາຍປະເວນີ ຈຳນວນ 29 ຄົນ ມາສອບສວນ ຕາມຂັ້ນຕອນຂອງກົດໝາຍ.

ຜ່ານການສອບສວນ ເຈົ້າຂອງຮ້ານທັງ 5 ຄົນ ໄດ້ໃຫ້ການຮັບສາລະພາບ ຕໍ່ເຈົ້າໜ້າທີ່ວ່າ: ໄດ້ມາເຊົ່າສະຖານທີ່ຮ້ານດັ່ງກ່າວ ໂດຍເປີດບໍລິການກິນດື່ມ ແລະ ຂາຍເບຍ ຈາກນັ້ນໄດ້ຮັບເອົາຍິງສາວບໍລິການມາປະຈຳຢູ່ຮ້ານ ເພື່ອຂາຍເບຍ ແລະ ຂາຍປະເວນີໃຫ້ກັບແຂກ ເຊິ່ງຢູ່ຮ້ານຂາຍເບຍແກ້ວລະ 38,000 ກີບ ແລະ ໃຫ້ເປີເຊັນຂາຍເບຍຕໍ່ຍິງສາວບໍລິການ 6,000 ກີບ ຕໍ່ແກ້ວ ແລະ ຂາຍປະເວນີໃຫ້ກັບແຂກທຸກຄົນທີ່ມາຊື້ບໍລິການ ໂດຍການຫັກເອົາເງິນຄ່າບໍລິການຈາກສາວບໍລິການ ເພື່ອເປັນເງີນຄ່າອອກຮ້ານ, ສ່ວນສະຖານທີ່ບ່ອນນອນເສບສົມກັບແຂກຊົ່ວຄາວແມ່ນຈະຢູ່ພາຍໃນຮ້ານເລີຍ, ຄ້າງຄືນແມ່ນອອກໄປເຊົ່ານອນຢູ່ຕາມເຮືອນພັກທີ່ໃກ້ຄຽງ ສ່ວນຄ່າກິນຢູ່ພັກເຊົາຂອງຍິງສາວບໍລິການແຕ່ລະຄົນ ເຈົ້າຂອງຮ້ານຮັບຜິດຊອບທັງໝົດ.

ຕໍ່ກັບພຶດຕິກໍາການເຄື່ອນໄຫວຂອງເຈົ້າຂອງຮ້ານກິນດື່ມ ແລະ ຍິງສາວຂາຍບໍລິການຂາຍປະເວນີ ແມ່ນເປັນການກະທໍາທີ່ລະເມິດຜິດ ຕໍ່ລະບຽບກົດໝາຍ ແລະ ຮິດຄອງປະເພນີອັນດີງາມຂອງຊາດ ຈຶ່ງໄດ້ສຶກສາອົບຮົມເຈົ້າຂອງຮ້ານ ແລະ ເຮັດບົດບັນທຶກໃຫ້ຢຸດເຊົາການເຄື່ອນໄຫວດັ່ງກ່າວ ພ້ອມທັງຂຶ້ນບັນຊີເປັນເປົ້າໝາຍຕິດຕາມ ຖ້າມີການກະທໍາຜິດ ຫຼື ເຄື່ອນໄຫວໃນລັກສະນະດຽວກັນ ແມ່ນຈະໄດ້ດຳເນີນຄະດີຕາມລະບຽບກົດໝາຍ ຢ່າງເຂັ້ມງວດ, ສ່ວນສາວບໍລິການແມ່ນໄດ້ສືກສາອົບຮົມ ແລະ ສົ່ງກັບບ້ານໃຫ້ຜູ້ປົກຄອງສືບຕໍ່ສືກສາອົບຮົມ ພ້ອມທັງປະກອບອາຊີບໃຫ້ຖືກຕ້ອງຕາມລະບຽບກົດໝາຍ.